780

ກ້າວເຂົ້າສູ່ຍຸກແຫ່ງການພັດທະນາ 4.0 ເຫັນໄດ້ວ່າເສດຖະກິດສັງຄົມມີການພັດທະນາໄປສູ່ຄວາມຈະເລີນຫຼາຍເທົ່າກວ່າເມື່ອກ່ອນ, ເມື່ອສັງຄົມໄດ້ຮັບການພັດທະນາ ແນ່

ນອນມັນຍ່ອມສົ່ງຜົນກະທົບດ້ານແນວຄິດ ຈິດໃຈ ແລະ ການກະທຳຂອງຄົນຢ່າງຫຼີກເວັ້ນບໍ່ໄດ້. ນັບທັງດ້ານດີ ແລະ ສິ່ງຫຍໍ້ທໍ້ຕາມມາ ຍ້ອນບັນຫາອິດທິພົນຂອງສະພາບແວດ ລ້ອມອ້ອມຂ້າງສົ່ງຜົນກະທົບຕໍ່ແນວຄິດ ແລະ ການກະທຳ ໂດຍສະເພາະໃນຍຸກທີ່ຂໍ້ມູນຂ່າວສານທີ່ໄຮ້ພົມແດນ, ຄົນເຮົາສາມາດຮັບເອົາທັງອັນດີ ແລະ ສິ່ງຫຍໍ້ທໍ້ ແລະ ຄົນຈຳນວນ

ບໍ່ໜ້ອຍກໍ່ຊຶມຊັບເອົາສິ່ງບໍ່ດີ.

      ໃນນີ້ ຂໍຍົກເອົາບັນຫາ ໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ຍັງເກີດຂຶ້ນໃຫ້ເຫັນຢູ່ ຊຶ່ງມັນໄດ້ສົ່ງຜົນ ກະທົບໃນແງ່ລົບໂດຍກົງຕໍ່ເຂົາເຈົ້າ, ຄອບຄົວ ແລະ

ການພັດທະນາປະເທດຊາດ ດັ່ງໃນກໍລະນີທີ່ຈະນຳມາແລກປ່ຽນຕໍ່ໄປນີ້ ແມ່ນຂໍຍົກມາຈາກເຟສບຸກທີ່ມີ ຊື່ວ່າ: ຊູມຕາແຊມŽ ໄດ້ເລົ່າເຫດການໜຶ່ງທີ່ເກີດຂຶ້ນ ໃນສັງຄົມປັດຈຸບັນ

ມີເນື້ອໃນວ່າ: ໃນຕອນເຊົ້າຂອງ ວັນທີ 17 ເດືອນ ມີນາ 2018 ເຫດເກີດທີ່ນະຄອນຫຼວງວຽງຈັນ ຂ້ອຍທົນເຫັນພຶດຕິກຳຂອງຊາຍຄົນໜຶ່ງ ທີ່ເປັນພໍ່ ໄດ້ພາລູກຊາຍທີ່ພິການຂາ

ມາຂໍທານຢູ່ແຖວນັ້ນເປັນປະຈຳ ຊຶ່ງຍາມໃດກໍຕີແຕ່ລູກ ບໍ່ແມ່ນແຕ່ເທື່ອດຽວນີ້ ຫຼາຍເທື່ອທີ່ຂ້ອຍເຫັນ, ຊຶ່ງຜູ້ເປັນພໍ່ໄດ້ທຸບຕີລູກ ໂດຍເອົາມືຟາດປາກຈົນເລືອດຍ້ອຍ ຍ້ອນວ່າລູກ

ໄດ້ຈີກເງິນທີ່ຢູ່ໃນໂອນັ້ນ ແລ້ວເອົາເຂົ້າຈໍ້າແຈ່ວໝາກເຜັດຍັດໃສ່ປາກŽ ໃນກໍລະນີທີ່ເກີດຂຶ້ນເຖິງວ່າຈະເກີດຂຶ້ນພາຍໃນຄອບຄົວ ຈະດ້ວຍຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ ກໍຖືວ່າ

ເປັນການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໂດຍສະເພາະຜູ້ ເປັນລູກທີ່ຖືກຜົນກະທົບຫຼາຍທີ່ສຸດ ນອກຈາກຈະເປັນການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍແລ້ວ ຍັງເປັນການໃຊ້ຄວາມຮຸນ

ແຮງທາງດ້ານຈິດໃຈຕໍ່ເດັກນ້ອຍນຳອີກ.

      ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກ ມາດຕາ 2 ລະບຸວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນພຶດ

ຕິກຳທີ່ເຮັດໃຫ້ເກີດ ຫຼື ຈະເຮັດໃຫ້ເກີດອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງ ແລະ ເດັກທາງດ້ານຮ່າງກາຍ, ຈິດໃຈ, ເພດ, ຊັບສິນ ຫຼື ເສດຖະກິດ. ນອກຈາກນີ້ ໃນມາດຕາ 12 ຍັງ

ໄດ້ກຳນົດຕື່ມອີກວ່າ: ຄວາມຮຸນແຮງຕໍ່ຮ່າງກາຍແມ່ນການກະທຳໂດຍເຈດຕະນາ ເປັນຕົ້ນ ການທາລຸນ, ທໍລະມານ, ຕົບຕີ, ການ ເຕະ, ການຊຸກ, ການຍູ້, ການໂຍນເດັກຖິ້ມຊຶ່ງພາໃຫ້ບາດເຈັບ, ມີຮອຍຊໍ້າ ຫຼື ບາງກໍລະນີອາດຈະບໍ່ເຫັນຮ່ອງຮອຍຂອງການໃຊ້ຄວາມຮຸນແຮງ, ເປັນບ້າ, ເສຍຈິດ, ເສຍອົງຄະ ຫຼື ເສຍຊີວິດ.

      ການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ ຈິດໃຈບໍ່ສະເພາະຕໍ່ເດັກນ້ອຍເທົ່ານັ້ນ ຖ້າຫາກເກີດຂຶ້ນກັບຜູ້ໃຫຍ່ກໍເຊັ່ນດຽວກັນ ຫຼາຍທ່ານກໍຄົງຈະຮັບບໍ່ໄດ້ ແລະ ບໍ່

ປາຖະໜາຢາກໃຫ້ເກີດຂຶ້ນ, ດັ່ງນັ້ນ ທຸກຄົນໃນສັງຄົມຄວນຊ່ວຍກັນຕ້ານ ແລະ ສະກັດກັ້ນບໍ່ໃຫ້ເກີດຂຶ້ນ ດ້ວຍການປຸກລະດົມ, ສ້າງຄວາມເຂົ້າໃຈ, ນຳເອົາກົດໝາຍທີ່ກ່ຽວຂ້ອງໄປເຜີຍແຜ່ ຫຼື ຍົກຕົວຢ່າງຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ກັບເດັກ ຄອບຄົວ ແລະ ປະເທດຊາດ ໃຫ້ເຂົາເຈົ້າໄດ້ເຂົ້າໃຈ ເພື່ອເປັນການຕ້ານການໃຊ້ຄວາມຮຸນແຮງໃນສັງຄົມລາວໃຫ້ໝົດໄປເທື່ອລະໜ້ອຍ.

                                                                                                                                                                                                                                                       ໂດຍ: ມີນາພອນ