ປະເພດຜັກທີ່ບໍ່ມີສານເຄມີ

 

      ປັດຈຸບັນ ທຸກຄົນເອົາໃຈໃສ່ໃນການຮັກສາສຸຂະພາບຫຼາຍຂຶ້ນ ໂດຍສະເພາະການເລືອກ ຮັບປະທານອາຫານທີ່ມີຄຸນປະໂຫຍດຕໍ່ຮ່າງກາຍ ເນັ້ນການກິນອາຫານປະເພດຜັກ, ໝາກໄມ້ ທີ່ປອດສານພິດ ທີ່ມີຂາຍຕາມຕະຫຼາດ ແລະ ຮ້ານຄ້າຕ່າງໆ. ມື້ນີ້ ໜັງສືພິມແມ່ຍິງລາວນຳເອົາ ຄວາມຮູ້ໃນການປູກ ແລະ ປະໂຫຍດຂອງຜັກປອດສານພິດ, ຜັກອໍແກນນິກ, ຜັກໄຮໂດຼໂປນິກ ມາຝາກບັນດາທ່ານ.

- ຜັກປອດສານພິດ ເປັນຜັກທີ່ອ່ານຊື່ກໍຮູ້ແລ້ວວ່າປອດສານພິດ ຊຶ່ງເປັນຜັກທີ່ບໍ່ໄດ້ໃສ່ສານເຄ ມີໃນການປູກ, ມີຄວາມປອດໄພຈາກຢາຂ້າແມງໄມຕ່າງໆ ແຕ່ກໍບໍ່ປອດໄພເຖິງ 100% ເພາະວ່າ ຜັກປອດສານພິດນີ້ຍັງຕ້ອງໃຊ້ປຸ໋ຍ ເພື່ອເລັ່ງການຈະເລີນເຕີບໃຫຍ່ຂອງຜັກຢູ່ ຈຶ່ງເຮັດໃຫ້ມີສານ ພິດຈຳນວນໜຶ່ງຕົກຄ້າງຢູ່ ແຕ່ກໍມີຄວາມປອດໄພໃນລະດັບສູງ ສາມາດຈັດເປັນຜັກທີ່ປອດໄພ ໃນການບໍລິໂພກໄດ້.

- ຜັກອໍແກນນິກ ເປັນການປູກຜັກແບບກະສິກຳອິນຊີ ເນັ້ນວິທີແບບທຳມະຊາດ, ບໍ່ນຳໃຊ້ແນວ ພັນທີ່ມີການປຸງແຕ່ງ ແລະ ບໍ່ໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີໃນການປູກ ໂດຍເນັ້ນຕາມລະດູ ການ, ຊຶ່ງໃຊ້ປຸ໋ຍອິນຊີ, ປຸ໋ຍໝັກໃນການບຳລຸງດິນ, ກຳຈັດແມງໄມ້ດ້ວຍພືດສະໝຸນໄພ ທີ່ ຊາວ ກະສິກອນສາມາດຫາວັດຖຸດິບໄດ້ໃນສວນຂອງຕົນເອງ ໂດຍທຸກຂັ້ນຕອນໃນການປູກແມ່ນເປັນ ມິດຕໍ່ສິ່ງແວດລ້ອມ ຊຶ່ງກວ່າຈະໄດ້ຜັກອໍແກນນິກ ທີ່ປອດໄພຈາກສານພິດແບບທຳມະຊາດ 100% ກໍສົ່ງຜົນເຮັດໃຫ້ມີຕົ້ນທຶນໃນການຜະລິດສູງ ແລະ ມີລາຄາສູງກວ່າຜັກອື່ນໆທີ່ຂາຍ ຕາມຕະຫຼາດທົ່ວໄປ.

- ຜັກໄຮໂດຼໂປນິກ (Hydroponics) ເປັນຜັກທີ່ບໍ່ໄດ້ໃຊ້ດິນໃນການປູກ ຫຼື ການປູກຜັກທີ່ນຳໃຊ້ ນໍ້າ ທີ່ມີສານອາຫານພືດລະລາຍໃນນໍ້າແທນດິນໃນການປູກ ແລະ ຈຳເປັນຕ້ອງໃຊ້ສານເຄມີ ໃນການປູກ ເພື່ອໃຫ້ຜັກໃຫຍ່ທັນເວລາ ເພາະວ່າວິທີການປູກແບບນີ້ແມ່ນບໍ່ມີດິນທີ່ເປັນໂຕສະ ສົມທາດອາຫານ ແລະ ໃຊ້ນໍ້າເປັນອົງປະກອບຫຼັກ ຄຽຄູ່ກັບການໃຊ້ສານລະລາຍຊ່ວຍເລັ່ງການ ຈະເລີນເຕີບໃຫຍ່ ຈຶ່ງເຮັດໃຫ້ຜັກໄຮໂດຼໂປນິກມີຄ່າ ໄນເຕຣດ ປະປົນຢູ່ຫຼາຍກວ່າຜັກຊະນິດອື່ນ.

      ເມື່ອທ່ານໄດ້ຮູ້ເຖິງຄວາມແຕກຕ່າງຄຸນປະໂຫຍດຂອງການປູກຜັກທັງ 3 ຊະນິດນີ້ແລ້ວ ອາດຈະຊ່ວຍໃຫ້ທ່ານສາມາດຕັດສິນໃຈໃນການເລືອກຊື້ຜັກ ເພື່ອມາຮັບປະທານໄດ້ບໍ່ຍາກ ເຖິງ ວ່າຈະລາຄາສູງກວ່າຜັກຕາມທ້ອງຕະຫຼາດກໍຕາມ ແຕ່ເມື່ອຄຳນຶງເຖິງຄຸນປະໂຫຍດແລ້ວ ແມ່ນ ຄຸ້ມຄ່າທີ່ຈະນຳມາຮັບປະທານໃຫ້ເກີດປະໂຫຍດຕໍ່ຮ່າງກາຍຢ່າງແນ່ນອນ.

                                                                                                                                                                                                                                                                                    ໂດຍ: ວຽງພອນ