98

ໃນຍຸກປັດຈຸບັນການນຳໃຊ້ຖົງຢາງປາລາສຕິກ ແມ່ນມີການແຜ່ຂະ ຫຍາຍຢ່າງກວ້າງ ຂວາງ ຊຶ່ງຄົນເຮົາ ນຳໃຊ້ ເພື່ອ ໃສ່ ສິນຄ້າ, ເຄື່ອງຂອງ ແລະ ອາຫານ ຕ່າງໆ. ຖົງຢາງແມ່ນຜະລິດຈາກນຳ້ມັນດິບ ແລະໃຊ້ເຊື້ອເພີງໃນການຜະລິດນຳອີກ, ພະລັງງານທີ່ໃຊ້ຜະລິດຖົງຢາງ 9 ຖົງ ສາມາດປ່ຽນເປັນນຳ້ມັນໃຫ້ລົດແລ່ນໄດ້ 1 ກິໂລ ແມັດ. ເນື່ອງຈາກສາມາດຜະລິດ ໄດ້ໄວ ແລະ ມີຕົ້ນທຶນຜະລິດຕຳ່ ສິ່ງສຳຄັນແມ່ນມີອາຍຸການໃຊ້ວຽກສັ້ນ ໂດຍສະເພາະ ຖົງຫິ້ວແມ່ນໃຊ້ຄັ້ງດຽວກໍຖິ້ມ. ຖົງ ຢາງ ເປັນຂີ້ເຫຍື້ອປະເພດທີ່ບໍ່ສາມາດຍ່ອຍ ສະຫຼາຍ, ມັນຈະຕິດຢູ່ໃນຊັ້ນດິນ ແລະ ສາມາດປົນເປື້ອນໃນນຳ້ ເຮັດໃຫ້ເກີດ ຜົນ ກະທົບຕໍ່ພືດ, ສັດ, ມະນຸດ ແລະ ສິ່ງແວດລ້ອມໄດ້ ຢ່າງກວ້າງຂວາງ ແລະ ຍາວນານ. ດັ່ງນັ້ນ ມາຮອດປັດຈຸບັນຫຼາຍ ປະເທດ ໄດ້ປ່ຽນຈາກການໃຊ້ຖົງຢາງມາໃຊ້ຖົງ ເຈ້ຍ ແລະ ຖົງຜ້າຫຼາຍຂຶ້ນເພື່ອຊ່ວຍຫຼຸດພາວະໂລກຮ້ອນ ຊຶ່ງຂໍ້ດີຂອງ ການໃຊ້ຖົງຜ້າ ມີດັ່ງນີ້:

      - ຖົງຜ້າສາມາດຊັກແລະ ອະນາໄມໄດ້ງ່າຍ ໂດຍສາມາດນໍາມາໃຊ້ຄືນໄດ້ຫຼາຍຄັ້ງ.

      - ໃຊ້ສະບາຍ ເວລາຫິ້ວ ກໍຊ່ວຍ ໃຫ້ບໍ່ເຈັບມືຄືຖົງຢາງປາລາສຕິກ.

      - ມີຄວາມທົນທານ, ສວຍງາມແລະ ສາມາດນຳໄປໃຊ້ໄດ້ທຸກໆສະຖານທີ່ບໍ່ວ່າຈະໄປຊື້ເຄື່ອງ, ໃສ່ປຶ້ມ, ຫຼື ອຸປະ ກອນຕ່າງໆ ກໍສະດວກສະບາຍຍິ່ງຂຶ້ນ.

      - ສາມາດຍ່ອຍສະຫຼາຍໄດ້,ບໍ່ ກໍ່ໃຫ້ເກີດບັນຫາພາວະໂລກຮ້ອນ ນອກຈາກນີ້ ຍັງຊ່ວຍຫຼຸດຂີ້ເຫຍື້ອທີ່ເປັນສາ

ເຫດຂອງການເກີດພາວະເຮືອນແກ້ວອີກດ້ວຍ.

      - ສົ່ງເສີມຄວາມຄິດສ້າງສັນໃນ ການປະດິດແຕ່ງຖົງໃຫ້ມີຄວາມສວຍງາມ,ແປກໃໝ່ຢູ່ຕະຫຼອດເວລາ.

      - ການໃຊ້ຖົງຜ້າຍັງເປັນການສົ່ງ ເສີມສີໄມ້ລາຍມື, ຫົວຄິດປະດິດສ້າງຂອງຜູ້ປະກອບການທຸລະກິດຂະໜາດ ນ້ອຍ ໂດຍສະເພາະທຸລະກິດຂອງແມ່ຍິງ ໃຫ້ຂະຫຍາຍຕົວອີກດ້ວຍ.

      ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າຖົງຜ້າມີຄຸນປະໂຫຍດຫຼາຍຢ່າງ ດັ່ງນັ້ນຖ້າຫາກພວກເຮົາທຸກຄົນໃຊ້ຖົງຜ້າ ອາທິດ ລະ 1 ຄັ້ງ ກໍຈະຊ່ວຍໃຫ້ຫຼຸດ ການໃຊ້ ຖົງຢາງໄດ້ 100 ລ້ານຖົງຕໍ່ປີ, ເມື່ອທຸກ ຄົນໃນສັງຄົມນຳໃຊ້ຖົງຜ້າຫຼາຍຂຶ້ນ ຈະ ຊ່ວຍຫຼຸດພາວະໂລກຮ້ອນໄດ້ແນ່ນອນ, ແຕ່ກໍບໍ່ຈຳເປັນຕ້ອງນຳໃຊ້ຖົງຜ້າແຟຊັ່ນງາມໆທີ່ມີລາຄາແພງກໍໄດ້ ທ່ານສາມາດນຳໃຊ້

ຖົງທີ່ໄດ້ຮັບຈາກການແຈກລ້າໃນການເຂົ້າຮ່ວມກິດຈະກຳຕ່າງໆກໍໄດ້ແລ້ວ ຫຼື ຖ້າທ່ານໃດມີພອນສະຫວັນກໍສາມາດນຳ

ເອົາຜ້າເສດພາຍໃນເຮືອນໄປປະດິດແຕ່ງເປັນຖົງໃຫ້ສວຍງາມ ໄວ້ສຳລັບໃສ່ເຄື່ອງຂອງທົດແທນຖົງຢາງຈະເປັນການປະ

ກອບສ່ວນຫຼຸດໂລກຮ້ອນໄດ້ຢ່າງແນ່ນອນ.

                                                                                                                                                                                                                                                                     ໂດຍ: ວຽງພອນ