ສິ່ງແວດລ້ອມ

80

ປັດຈຸບັນ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດກະສິກໍາແມ່ນມີການພັດທະນາຂຶ້ນເລື້ອຍໆ ໂດຍສະ ເພາະນຳໃຊ້ເຂົ້າໃນການປູກພືດຕ່າງໆ ເພື່ອເພີ່ມປະລິມານຜົນຜະລິດທີ່ໄດ້ຮັບໃຫ້ຫຼາຍຂຶ້ນ, ໃນນີ້ ການໃຊ້ປຸ໋ຍເຄມີ (ຝຸ່ນເຄມີ) ເຂົ້າໃນການປູກພືດ ຖືວ່າເປັນປັດໄຈໜຶ່ງທີ່ຊ່ວຍໃນການເພີ່ມຜົນຜະລິດ ຊຶ່ງປັດຈຸບັນປະຊາຊົນ ກໍຄືຊາວກະສິກອນ ໄດ້ເລີ່ມ ຫັນມາໃຊ້ຝຸ່ນເຄມີເຂົ້າໃນການຜະລິດຫຼາຍຂຶ້ນ ເນື່ອງຈາກມີຄວາມສະດວກ ມີຄຳແນະນຳ ວິທີການນຳໃຊ້ ແລະ ສິ່ງສຳ ຄັນໄດ້ຮັບຜົນຜະລິດໄວກວ່າປົກກະຕິ ຄຽງຄູ່ກັບຜົນດີນັ້ນ ການນໍາໃຊ້ຝຸ່ນເຄມີກໍຍັງມີຂໍ້ຈໍາກັດ ແລະ ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມໄດ້ອີກດ້ວຍ.

      ເຖິງແມ່ນວ່າຝຸ່ນເຄມີຈະຊ່ວຍໃຫ້ໄດ້ຮັບຜົນຜະລິດຫຼາຍຂຶ້ນ ແລະ ຫຼຸດໄລຍະເວລາຂອງການຜະລິດກໍຕາມ ແຕ່ຝຸ່ນເຄ ມີເປັນສິ່ງໜຶ່ງທີ່ທຳລາຍສະພາບແວດລ້ອມ, ທຳລາຍຄວາມສົມດູນຂອງລະບົບນິເວດດິນ ແລະ ສົ່ງຜົນກະທົບຕໍ່ສິງທີ່ມີຊີວິດ ທີ່ຢູ່ໃນດິນ ເຮັດໃຫ້ດິນເສື່ອມສະພາບລົງ ເຮັດໃຫ້ດິນທີ່ຈະປູກພືດແຂງ, ບໍ່ສາມາດກັກເກັບນ້ໍາໄດ້ດີ ຍ້ອນດິນມີຄ່າ ຄວາມເປັນ ກົດສູງເກີນໄປ ເຮັດໃຫ້ພືດບໍ່ສາມາດນຳເອົາແຮ່ທາດທີ່ເປັນປະໂຫຍດໄປນຳໃຊ້ໄດ້. ການໃຊ້ຝຸ່ນເຄມີຕິດຕໍ່ກັນ ເປັນເວລາ ດົນຍັງເຮັດໃຫ້ບັນດາທາດຕ່າງໆທີ່ເປັນປະໂຫຍດຕໍ່ດິນຫຼຸດລົງ ເຊັ່ນ: ທາດ ສັງກະສີ, ເຫຼັກ, ທອງ... ຊຶ່ງຈະສົ່ງຜົນກະທົບຕໍ່ພືດ, ສັດ ແລະ ສຸຂະພາບຂອງມະນຸດ ທີ່ເປັນຜູ້ບໍລິໂພກຜົນຜະລິດ, ເຮັດໃຫ້ຜົນ ຜະລິດຫຼຸດລົງ ແລະ ຍັງເຮັດໃຫ້ແມງໄມ້ເຂົ້າ ໄປທຳລາຍຜົນຜະລິດຫຼາຍຂຶ້ນ. ນອກຈາກນີ້ ຍັງສົ່ງຜົນກະທົບຕໍ່ດ້ານເສດຖະກິດ ເພາະແຫຼ່ງວັດຖຸດິບຂອງຝຸ່ນເຄມີແມ່ນ ຈຳກັດ ແລະ ຫາຍາກ ຊຶ່ງຖ້າຫາກມີການນຳໃຊ້ຝຸ່ນເຄມີຫຼາຍຂຶ້ນຈະສົ່ງຜົນໃຫ້ປຸ໋ຍຂາດຕະຫຼາດ ແລະ ມີລາຄາແພງຂຶ້ນ ກວ່າເກົ່າ. ນອກຈາກນີ້ ການນໍາໃຊ້ຝຸ່ນເຄມີຍັງສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ ເພາະດິນທີ່ມີສານເຄມີ ຈະປ່ອຍອາຍ ໄນໂຕເຈນອ໊ອກໄຊອອກສູ່ຊັ້ນບັນຍາກາດ ຊຶ່ງຈະໄປທຳລາຍຊັ້ນໂອໂຊນທີ່ເຮັດໜ້າທີ່ດູດຊຶມ ແລະ ກັ່ນຕອງແສງອິນຟາ ເລດເອົາໄວ້ນັ້ນ ເມື່ອຊັ້ນໂອໂຊນຫຼຸດລົງ ຈະເຮັດໃຫ້ແສງລັງສີທີ່ສ່ອງລົງມາໂລກມີຈຳນວນເພີ່ມຂຶ້ນ ເຮັດໃຫ້ອາກາດຮ້ອນຂຶ້ນ ຄຽງຄູ່ກັບການເກີດປາກົດການເຮືອນແກ້ວ ແລະ ການປ່ຽນແປງຂອງສະພາບອາກາດທີ່ບໍ່ເປັນປົກກະຕິ, ຊຶ່ງຖ້າປັດໄຈ ຕ່າງໆ ເຫຼົ່ານີ້ເກີດຂຶ້ນ ຈະເຮັດໃຫ້ການຜະລິດບໍ່ໄດ້ຮັບປະລິມານ ແລະ ຄຸນນະພາບ ດີເທົ່າທີ່ຄວນ ຍ້ອນສະພາບອາກາດມີການ ປ່ຽນແປງ, ຝົນຕົກບໍ່ຖືກຕ້ອງຕາມລະດູການ ອາດຈະເຮັດໃຫ້ລະດູແລ້ງຍາວກວ່າລະ ດູຝົນ ແລະ ອື່ນໆ.

      ປັດຈຸບັນ ເຖິງວ່າຈະມີການປຸກລະ ດົມໃຫ້ຫຼຸດຜ່ອນການນຳໃຊ້ຝຸ່ນເຄມີເຂົ້າ ໃນການຜະລິດ ແຕ່ກໍຍັງບໍ່ສາມາດເຮັດໄດ້ ຢ່າງເຕັມທີ່, ແຕ່ເຖິງແນວໃດກໍຕາມຖ້າ ຫາກບໍ່ສາມາດຫຼີີກເວັ້ນໄດ້ ກໍຄວນໃຊ້ຝຸ່ນ ເຄມີຄຽງ ຄູ່ກັບຝຸ່ນອິນຊີ ເຊັ່ນ: ການໃຊ້ຝຸ່ນ ໝັກ, ຝຸ່ນຂີ້ງົວ, ຄວາຍ, ຝຸ່ນພືດສົດ ຫຼື ການປູກພືດປະເພດຖົ່ວເຫຼືອງ ເພື່ອດູດຊຶມ ສານໄນໂຕເຈນໄວ້ ເຮັດໃຫ້ດິນອຸດົມສົມ ບູນ ທັງຊ່ວຍໃນການຮັກສາສະພາບແວດລ້ອມໃຫ້ອຸດົມສົມບູນ, ຊ່ວຍເພີ່ມຜົນຜະລິດ, ສິ່ງສຳຄັນຊ່ວຍຫຼຸດລາຍຈ່າຍທີ່ບໍ່ຈຳ ເປັນໃນຄອບຄົວອີກດ້ວຍ.

                                                                                                                                                                                                                                                                                    ໂດຍ: ສີລິທອນ

12

ບັນຫາສິ່ງແວດລ້ອມໝາຍເຖິງສະພາບຂອງສິ່ງແວດລ້ອມທີ່ປ່ຽນແປງຈາກເດີມ ແລ້ວກໍ່ໃຫ້ເກີດຜົນກະທົບທາງ ລົບຕໍ່ຄົນເຮົາເຮັດໃຫ້ການດໍາລົງຊີວິດຂອງຄົນເຮົາຜິດປົກກະຕິ ຊຶ່ງມັກພົບເຫັນບັນຫາສິ່ງແວດລ້ອມໃນຕົວເມືອງ ແລະ ເຂດທ້ອງຖິ່ນ ຢູ່ຕະຫຼອດ ຄຽງຄູ່ກັນນີ້  ມະນຸດກໍມີຄວາມສໍາພັນກັບສິ່ງແວດລ້ອມຢ່າງຕໍ່ເນື່ອງ ແລະ ຕະຫຼອດເວລາ ດັ່ງນັ້ນການກະທໍາຂອງມະນຸດ ຈຶ່ງສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມທັງທາງກົງ ແລະ ທາງອ້ອມເຊັ່ນ:

  1. ມົນລະພິດທາງອາກາດ ຫຼື ອາກາດເປັນພິດ: ໝາຍເຖິງສະພາບອາກາດທີ່ມີສານອື່ນເຈືອປົນຫຼາຍ ຊຶ່ງເປັນ ອັນຕະລາຍ ຕໍ່ຊີວິດຂອງຄົນ, ສັດ, ພືດ ແລະ ສະພາບແວດລ້ອມ ເກີດມາຈາກ ການຈູດຂີ້ເຫຍື້ອ, ການກໍ່ສ້າງ... ສິ່ງເຫຼົ່ານີ້ຈະເຮັດໃຫ້ເກີດມີຄວັນ, ຝຸ່ນລະອອງ, ຖ້າສານເຫຼົ່ານີ້ຖືກສະສົມຢູ່ໃນຮ່າງກາຍ ຫຼາຍໆ ຈະເຮັດໃຫ້ເກີດພະຍາດປອດ, ຜິວໜັງ, ມະເຮັງຜິວໜັງ, ເກີດອາການ

ວິນຫົວ ແລະ ອື່ນໆ.

  1. ມົນລະພິດທາງນໍ້າ ຫຼື ນໍ້າ ເປື້ອນ: ໝາຍເຖິງນໍ້າທີ່ມີລະດັບອົກຊີແຊນລະລາຍຢູ່ໃນນໍ້າໜ້ອຍ, ມີແບັກທີ ເຣຍຫຼາຍ, ມີສານພິດເຈືອປົນຢູ່, ມີກິ່ນເໝັນ, ເປັນສີດໍາບໍ່ສາມາດນໍາໃຊ້ອຸປະ ໂພກບໍລິໂພກໄດ້. ສິ່ງທີ່ເຮັດໃຫ້ເກີດມົນລະພິດທາງນໍ້າມາ ຈາກການຖິ້ມສິ່ງເສດເຫຼືອລົງໃນແມ່ນໍ້າ, ຮ່ອງລະບາຍນໍ້າທີ່ມາຈາກໂຮງຈັກ, ໂຮງງານ, ອາຄານບ້ານເຮືອນ. ນອກຈາກນີ້ຍັງມີການຖິ້ມ ຂີ້ເຫຍື້ອຊະຊາຍໃນແຫຼ່ງນໍ້າ, ຮ່ອງລະບາຍນໍ້າ ກໍ່ໃຫ້ເກີດນໍ້າເປື້ອນ ເປັນແຫຼ່ງເພາະພັນ ແລະ ແພ່ເຊື້ອພະຍາດ, ທໍາລາຍສຸຂະພາບ, ນໍ້າມີກິ່ນເໝັນ, ສັດນໍ້າຕາຍ ແລະ ເຮັດໃຫ້ແຫຼ່ງທ່ອງທ່ຽວບໍ່ສະອາດງາມຕາ.
  2. ມົນລະພິດທາງດິນ: ເກີດຈາກການກະທໍາຂອງມະນຸດເປັນສ່ວນຫຼາຍ ໂດຍສະເພາະມາຈາກການຜະລິດກະສິກໍາ ທີ່ມີການ ໃຊ້ຢາຂ້າຫຍ້າ, ຢາ ປາບສັດຕູພືດ, ຢາຂ້າແມງໄມ້, ໃຊ້ປຸ໋ຍເຄມີ ຫຼື ການປູກພືດໂດຍບໍ່ມີການບໍາ ບັດດິນ. ນອກຈາກນີ້ ຍັງເກີດຈາກ ນໍ້າເປື້ອນ ຫຼື ການຖິ້ມຂີ້ເຫຍື້ອຊະຊາຍເນື່ອງຈາກຈໍານວນຂອງປະຊາກອນເພີ່ມຂຶ້ນ ຖ້າທ້ອງຖິ່ນໃດມີປະຊາກອນຫຼາຍກໍຈະ ເຮັດ ໃຫ້ມີປະລິມານຂີ້ເຫຍື້ອຫຼາຍເທົ່ານັ້ນ, ຊຶ່ງບໍ່ໄດ້ລວມປະລິມານຂີ້ເຫຍື້ອທີ່ເກີດຈາກການກະທໍາອື່ນໆເຊັ່ນ: ຈາກອຸດສາຫະກໍາ, ການ ກະເສດ. ຖ້າເປັນໃນຕົວເມືອງຈະມີເຈົ້າໜ້າທີ່ກໍາຈັດຂີ້ເຫຍື້ອ ແຕ່ຖ້າເປັນຊົນນະບົດມັກຈະກໍາຈັດກັນເອງໃນຄົວເຮືອນ, ຂີ້ເຫຍື້ອ ເປັນແຫຼ່ງລວມສູນຂອງເຊື້ອພະຍາດ, ມີກິ່ນເໝັນ ຊຶ່ງການກໍາຈັດຂີ້ເຫຍື້ອມັກຈະໃຊ້ວິທີການຝັງ ຫຼື ຈູດຖິ້ມເປັນສ່ວນຫຼາຍ.13

          ເມື່ອຮູ້ບັນຫາດັ່ງກ່າວແລ້ວ ຄວນມີວິທີແກ້ໄຂໂດຍການໃຫ້ຄວາມເຂົ້າໃຈ ແລະ ສ້າງຈິດສໍານຶກຮ່ວມກັນໃນສັງຄົມ    ທີ່ເປັນ ຫຼັກໃນການເຜີຍແຜ່ໃຫ້ເຫັນເຖິງຄວາມສຳຄັນຂອງສະພາບສິ່ງແວດລ້ອມ ເພື່ອຮ່ວມມືກັນປ້ອງກັນ ແລະ ແກ້ໄຂບໍ່ໃຫ້ເກີດບັນຫາສິ່ງ ແວດລ້ອມຂຶ້ນມາ ເຊັ່ນ: ການໃຊ້ມາດຕະການບັງຄັບບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ, ຢຸດການຈູດ-ຝັງຂີ້ເຫຍື້ອ, ຄວນມີການບໍາບັດດິນຢູ່ເ ລື້ອຍໆ,  ບໍ່ໃຫ້ປ່ອຍນໍ້າຈາກໂຮງງານອຸດສາຫະກໍາ ແລະ ຈາກການກະເສດອອກສູ່ພາຍນອກໂດຍທີ່ບໍ່ຜ່ານລະບົບບຳບັດນໍ້າເປື້ອນໃຫ້ເປັນ

ນໍ້າດີກ່ອນປ່ອຍລົງສູ່ແຫຼ່ງນໍ້າ ແລະ ອື່ນໆ. ເຖິງຢ່າງໃດກໍຕາມການແກ້ໄຂຕ້ານແນວທາງທີ່ກ່າວມານັ້ນຈະບໍ່ໄດ້ຜົນຫາກບໍ່ໄດ້ຮັບຄວາມ ຮ່ວມມືຈາກທຸກຄົນໃນສັງຄົມ ໂດຍສະເພາະການມີຈິດສໍານຶກຮ່ວມກັນ ທີ່ຈະອະນຸລັກສະພາບແວດລ້ອມ ພ້ອມທັງປຸກລະດົມສະມາ ຊິກທຸກຄົນໃນຄອບຄົວໃຫ້ຄວາມສຳຄັນໃນການອະນຸລັກຮັກສາສະພາບແວດລ້ອມຮ່ວມກັນເພື່ອຫຼຸດຜ່ອນຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມໃຫ້ຫຼຸດລົງ ແລະ ໝົດໄປ.

                                                                                                                                                                                                   ໂດຍ: ພັນທະພອນ