4021

ຕອນແລງມື້ໜຶ່ງ ຫຼັງຈາກເລີກວຽກຂ້ອຍກັບໝູ່ ພາກັນໄປຊື້ເຄື່ອງຢູ່ສູນການຄ້າແຫ່ງໜຶ່ງ ໄລຍະເວລາຕໍ່ແຖວລໍຖ້າຈ່າຍເງິນ ຮູ້ສຶກວ່າຄິວມັນຍາວຫຼາຍເຕີບ ທັງທີ່ພະນັກງານບັນຊີກໍໃຊ້ເຄື່ອງຄິດໄລ່ທັນສະໄໝ, ການບໍລິການກໍວ່ອງໄວຕາມໃຈລູກຄ້າພໍສົມຄວນ.

ສັງເກດເຫັນຄິວທາງໜ້າທີ່ພວກຂ້ອຍຕໍ່ແຖວຢູ່ ແມ່ນມານໍາກັນເປັນຄອບຄົວມີພໍ່-ແມ່, ລູກສາວອາຍຸປະມານ 6 ປີ ແລະ ຜູ້ຊາຍອາວຸໂສຄົນໜຶ່ງ ໄດ້ຍິນເດັກນ້ອຍຄົນນັ້ນເອີ້ນວ່າປູ່ ລົມກັນຍິ້ມແຍ້ມແຈ່ມໃສດີ ຊື້ເຄື່ອງໃຊ້ລົ້ນກະຕ່າເລີຍ.

      ເມື່ອພະນັກງານຄິດໄລ່ເງິນສໍາລັບຄອບຄົວນີ້ແລ້ວ ໄດ້ຍິນວ່າທັງໝົດສີ່ແສນປາຍຜູ້ເປັນປູ່ເປັນຄົນເປີດກະເປົາເງິນເກົ່າໆຈະຈ່າຍເງິນ ພ້ອມເຮັດທ່າທາງອ້ຳອຶ້ງ ລູກຊາຍແລະ ລູກໃພ້ ຈ້ອງຕາເບິ່ງແບບບໍ່ຍິ້ມ, ສາຍຕາຄືຄົນໃຈຮ້າຍແລ້ວໂຍນຄໍາຖາມໄປວ່າ:

     ຈັ່ງໃດພໍ່ ຈ່າຍໃຫ້ເຂົາເຈົ້າແມະŽ ລູກຊາຍບອກ ປູ່ຄົນນັ້ນຍັງທຳທ່າຢືນຊຶງຢູ່;ໃສ ລູກເບິ່ງແນ່ ມີເງິນທໍ່ໃດ?Ž ລູກຊາຍຖາມປູ່ຄົນນັ້ນກໍຍື່ນກະເປົາເງິນໃຫ້ເບິ່ງທາງໃນ

ອ້າວ! ໃສວ່າມີເງິນຫຼາຍ ແລ້ວແບບນີ້ຊິຊວນມາຊື້ເຄື່ອງເຮັດຫຍັງ ບໍ່ມີເງິນຈ່າຍກະບໍ່ບອກ ອາຍຄົນເດ້Ž ລູກຊາຍ ເວົ້າ; ລູກຊາຍ ແລະ ລູກໃພ້ພາກັນເບິ່ງພໍ່ຕູ້ຄົນນັ້ນດ້ວຍສາຍຕາທີ່ບໍ່ພໍໃຈ ແລະ ລຳຄານ.

      ໃນທີ່ສຸດ ຜົວເມຍຄູ່ນັ້ນກໍ່ພາກັນເຮັດໃນສິ່ງທີ່ເຮົາບໍ່ຢາກຈະເຊື່ອສາຍຕາໂຕເອງເລີຍ ດ້ວຍການອຸ້ມລູກຍ່າງໜີອອກໄປເລີຍ ພ້ອມກັບສຽງຈົ່ມພຶມພໍາ, ແກວ່ງຫົວແບບບໍ່ພໍໃຈ ຍິນແຕ່ສຽງລູກສາວເອີ້ນວ່າ ປູ່ໆໆໆໆŽ ມານຳກັນພີ້ ແຕ່ພໍ່ແມ່ກໍບໍ່ສົນໃຈນໍາສຽງຮ້ອງຂອງລູກສາວເລີຍ.

      ພໍ່ຕູ້ຢືນຊຶງຄໍຕົກ ໜ້າເສົ້າຢູ່ໜ້າບ່ອນຈ່າຍເງິນ. ຈາກນັ້ນ, ພະນັກງານຖາມວ່າ ຈະເຮັດແນວໃດ?Ž ພໍ່ຕູ້ຄົນນັ້ນເລີຍເປີດກະເປົາເງິນໃຫ້ພະນັກງານເບິ່ງ ແລ້ວບອກວ່າໃຫ້ໄລ່ເງິນຕາມນີ້ ສາມາດຊື້ເຄື່ອງໄດ້ທໍ່ໃດກໍເອົາທໍ່ນັ້ນ. ຈາກນັ້ນ, ພະນັກງານນັບເງິນພໍ່ຕູ້ໃນກະເປົາມີປະມານສາມແສນປາຍ. ເວລາທີ່ຢືນລໍຖ້າໄລ່ເງິນໃໝ່ໄດ້ຍິນພໍ່ຕູ້ເລົ່າວ່າ ບ້ານຢູ່ຕ່າງ

ແຂວງລູກຫຼານບໍ່ໄປຫາດົນແລ້ວ ຈຶ່ງຕັດສິນໃຈລວບລວມເງິນທັງໝົດທີ່ຕົນເອງທ້ອນໄວ້ຈ້າງລົດເມເຂົ້າມາຢາມລູກຫຼານໃນເມືອງ ແລ້ວຊວນອອກມາຊື້ເຄື່ອງ ແຕ່ລູກກໍ່ບໍ່ຖາມຈັກຄຳວ່າພໍ່ມີເງິນເທົ່າໃດ, ເລີຍຊອກເອົາເຄື່ອງຕາມໃຈມັກ ແຕ່ບໍ່ຮູ້ລາຄາເຄື່ອງວ່າອັນໃດທໍ່ໃດ ເພາະຢູ່ບ້ານນອກກໍຊື້ຢູ່ຮ້ານຂາຍເຄື່ອງເລັກໆນ້ອຍໆ 2.000-5.000 ກີບ ຄິດວ່າເຄື່ອງຂອງໃນຮ້ານ

ຄ້າໃນເມືອງໃຫຍ່ຈະຖືກກວ່າ ແລະ ບໍ່ນຶກວ່າ ຄ່າເຄື່ອງຈະຕົກເປັນແສນ-ສອງແສນ.

      ພາຍຫຼັງທີ່ພວກຂ້ອຍຈ່າຍເງິນແລ້ວຍັງເຫັນພໍ່ຕູ້ຄົນນັ້ນຍ່າງວົນຢູ່ແຖວນັ້ນ ເລີຍຕັດສິນໃຈ ພາກັນຍ່າງເຂົ້າໄປຫາ ພ້ອມທັງຖາມລາວວ່າ: ພໍ່ຕູ້ຈະກັບຈັ່ງໃດ?Ž ລາວບອກວ່າ ພໍ່ຈະຈ້າງລົດກັບບ້ານŽ ອ້າວແລ້ວເງິນເດ່ ມື້ກີ້ຈ່າຍໄປໝົດແລ້ວບໍ?Ž ແຕ່ພໍ່ຕູ້ກໍຍັງລັງ

ເລຢູ່ຢ້ານລູກກັບມາແລ້ວ ບໍ່ພົບ ເບີໂທລະສັບລູກກໍ່ບໍ່ຮູ້, ພວກຂ້ອຍເລີຍພາພໍ່ຕູ້ໄປພະແນກປະຊາສຳພັນ ເພື່ອປະກາດຫາລູກ. ຈາກນັ້ນ, ພວກຂ້ອຍບອກໃຫ້ລາວລໍຖ້າໄປອີກຈັກໜ້ອຍຖ້າລູກບໍ່ມາແທ້ໆ ໃຫ້ໄປຂຶ້ນລົດຢູ່ຄິວ ຝາກພະນັກງານປະຊາສຳພັນໄວ້ວ່າ: ໃຫ້ປະກາດ

ຫາລູກໃຫ້ພໍ່ຕູ້ອີກເທື່ອໜຶ່ງ ແລ້ວພວກຂ້ອຍຈົກເງິນໃຫ້ເພື່ອແຮຄີງ, ຖ້າລູກບໍ່ມາແທ້ແມ່ນໃຫ້ເອົາໄວ້ຈ່າຍຄ່າລົດກັບບ້ານ. ໃຈແທ້ຢາກຢູ່ລໍຖ້າເບິ່ງວ່າລູກລາວຈະກັບມາບ່ໍ ແຕ່ຍ້ອນຄາວຽກຈໍາເປັນຢູ່ເຮືອນ ຈຶ່ງໄດ້ກັບໄປກ່ອນ.

      ພໍ່ຕູ້ ນ້ຳຕາໄຫຼ ແລະ ເວົ້າກັບພວກຂ້ອຍວ່າ ມັນຄົງບໍ່ຖິ້ມພໍ່ຕູ້ແທ້ດອກ, ເຄື່ອງກະຊື້ໄດ້ຫຼາຍຢ່າງຢູ່; ຕະຫຼອດໄລຍະຜ່ານມາ ພວກເຂົາບໍ່ເຄີຍກັບໄປຫາພໍ່ເລີຍ ເພາະເຮົາມັນທຸກ ບໍ່ມີສົມບັດຫຍັງໃຫ້ເຂົາŽ ພວກຂ້ອຍພະຍາຍາມລະດົມແນວຄິດ, ໃຫ້ກໍາລັງໃຈພໍ່

ຕູ້ວ່າ ຈັກໜ້ອຍເຂົາກໍ່ກັບມາແລ້ວ ບາງເທື່ອເຂົາຍັງຄາໄປເລາະເບິ່ງອັນອື່ນໆ ພໍ່ຕູ້ອົດໃຈລໍຖ້າເຂົາŽ ແລ້ວພວກຂ້ອຍກໍກັບເຮືອນ ພ້ອມກັບສົນທະນາຄວາມຮູ້ສຶກທີ່ບອກບໍ່ຖືກເລີຍ,ຫຼຽວຫຼັງກັບໄປເບິ່ງເຫັນພໍ່ຕູ້ ຄົນນັ້ນຍັງຢືນຄໍຕົກຢູ່ບ່ອນເກົ່າ ໃນໃຈຄິດວົນວຽນຕະຫຼອດທັງ

ລົມກັບໝູ່ວ່າ: ເຂົາເຮັດແບບນີ້ ກັບພໍ່ຂອງໂຕເອງໄດ້ແນວໃດ?, ພໍ່ບໍ່ມີເງິນພໍນິໃດ໋ ມັນຜິດຫວາ ເຂົາບໍ່ເຂົ້າໃຈບໍ ວ່າບາງທີເງິນທີ່ພໍ່ຕູ້ໄດ້ມາເທົ່ານີ້ ອາດຈະເປັນເງິນທັງໝົດທີ່ເພິ່ນທ້ອນມາຕະຫຼອດຊີວິດກໍເປັນໄດ້ ຢູ່ຊົນນະບົດ ຈະໄປຫາເງິນທາງໃດ, ອາຍຸກໍຫຼາຍແລ້ວ; ຖ້າເປັນແບບນີ້ ເຂົາຈະສອນລູກຕົນເອງໃຫ້ກະຕັນຍູຕໍ່ພໍ່ແມ່ໄດ້ແນວໃດ? ແນວເຮັດພຶດຕິ

ກຳແບບນີ້ກັບພໍ່ໂຕເອງໃຫ້ລູກເຫັນ. ແມ່ນຢູ່ພື້ນຖານຄອບຄົວນີ້ອາດຈະມີຫຍັງທີ່ເລິກເຊິ່ງຫຼາຍກວ່ານີ້ທີ່ເຮົາບໍ່ຮູ້ ແຕ່ສໍາລັບຕົນເອງແລ້ວ ຄົງບໍ່ມີທາງທີ່ຈະ ຖິ້ມພໍ່ໃຫ້ໄດ້ຮັບຄວາມເຈັບປວດ ພຽງຄວາມອັບອາຍຈາກການທີ່ບໍ່ມີເງິນຊື້ເຄື່ອງໃຫ້ລູກຫຼານໄດ້ແບບນີ້ດອກ. ແທນທີ່

ເຮົາເປັນລູກຈະເປັນຄົນພາເພິ່ນໄປຊື້ ແລະ ຊື້ໃຫ້ພໍ່ແມ່ຕາມຄວາມສາມາດຂອງຕົນເອງພໍໃຫ້ເພິ່ນດີໃຈ. ເພາະໃນໃຈພໍ່ແມ່ແລ້ວ ເພິ່ນກໍບໍ່ຕ້ອງການຫຍັງຫຼາຍຈາກລູກດອກ ພຽງເຫັນລູກມີຄວາມສຸກເພິ່ນກໍດີໃຈແລ້ວ. ສະນັ້ນ, ລູກກໍຄວນຄໍານຶງເຖິງບຸນຄຸນທີ່ເພິ່ນລ້ຽງດູເຮົາມາຈົນໃຫຍ່ຂຶ້ນເປັນບ່າວ, ເປັນສາວ, ສົ່ງໃຫ້ຮໍ່າຮຽນຈົນຈົບ, ມີວຽກເຮັດງານທໍາ ແລະ ມີຄອບຄົວ.

                                                                                                                                                               

                                                                                                                                                                  ໂດຍ: ດອກບົວບົກ