779

ເອື້ອຍຈັນເທົາແມ່ເຮືອນໄວ 38 ປີ ອັດກະແຈຫ້ອງນອນຢ່າງຟ້າວຟ່ັງ ທັງເວົ້າກັບລູກສາວນ້ອຍໄວສິບຂວບ ທີ່ພວມຈັດແມ່ຢູ່ຫົວຂັ້ນໄດເຮືອນຊັ້ນສອງ:

      ໄວໆແດ່ແມ່, ລຸງຄົນນັ້ນແປກໄດ໋, ໜ້າສົງໄສ, ຈັກຊິມາເລື່ອງຫຍັງບຸເດŽ

      ເອີ! ແມ່ກໍພວມລົງໄປດຽວນີ້ລະ ພໍດີແມ່ຈະໄປວຽກເລີຍŽ.

      ເອື້ອຍຈັນເທົາ ໄດ້ຍິນວ່າແຂກເປັນຜູ້ຊາຍ ເອື້ອຍເລີ່ມຄວາມຄິດສໍາຫຼວດເບິ່ງແຂກຜູ້ຊາຍທີ່ເອື້ອຍຮູ້ ແລະ ອາດມາເຮືອນໃນມື້ນີ້, ທັງຟ້າວສໍາຫຼວດເບິ່ງຄວາມຮຽບຮ້ອຍໃນ

ຮ່າງກາຍທີ່ຫາກໍແຕ່ງຢ່າງຟ້າວຟັ່ງ ເມື່ອກີ້ນ້ີ. ເອື້ອຍພໍໃຈນໍາຄວາມງາມທຸກຢ່າງໃນຕົວແລ້ວກ້າວລົງຂັ້ນໄດ ທັງຄິດ:

      ເອ໋ ຖ້າເປັນລູກຄ້າ ກໍຫາກມີຜູ້ຢູ່ຫ້ອງຂາຍພົວພັນເອງແລ້ວນີ້ນ່າ‚ ໃຜກໍຢ່າເທາະ ເຂົາຄົງເປັນແຂກຂອງເຮົາໄດ້ທັງນັ້ນŽ

      ທັນທີ ທີ່ມາບເຫັນງ່ອນພົ້ນຂຶ້ນຈາກພະນັກຕັ່ງນວມແຈຫ້ອງຮັບແຂກຊັ້ນລຸ່ມ ເອື້ອຍຈັນເທົາ ຢຸດບາດກ້າວຈົນລູກສາວແນມເບິ່ງໜ້າແມ່ທີ່ກໍາລັງງຸນງົງເປັນຢ່າງເຄັ່ງຂຶມ ແລ້ວຍິ້ມເປັນແຫ້ງໆ ຊຶ່ງນາງບໍ່ເຄີຍເຫັນທ່າທີນີ້ຂອງແມ່ມາກ່ອນ.

      ສະບາຍດີບໍ?Ž ຍິນສຽງທັກດັງຂຶ້ນຂ້າງຫຼັງ ຊາຍຜູ້ຖືກທັກຟ້າວລຸກຂຶ້ນ, ອວ່າຍໜ້າມາ ປານຖືກເຫຼັກໄສ້ເສືອດີດ ລາວທັກຄ່ອຍໆ: ໂອ່ ຈັນ!Ž.

      ເອື້ອຍຈັນເທົາ ແນມເບິ່ງໜ້າແຂກດ້ວຍສາຍຕາທີ່ທົນທານ ຈົນເຮັດໃຫ້ຊາຍຄົນນັ້ນບໍ່ກ້າສູ້ ແລະ ຍັງລົບສາຍຕາຫຼາຍຄັ້ງ ແລະ ກ່ອນຈະກ່າວຄໍາວ່າ ອ້າຍ ຟໍ ມາຢາມຫວາ,

ອ້າຍມາແຕ່ໃສ ແລະ ຄໍາອື່ນໆ, ເອື້ອຍໄດ້ຕໍ່ສູ້ກັບຄວາມອ່ອນໄຫວ, ຄວາມຄິດຄຽດໃນໃຈທີ່ເຂົາໄດ້ກໍ່ໃຫ້ເອື້ອຍຜ່ານມາ.

      ພາບພົດອັນບໍ່ໜ້າປາຖະໜາກ່ອນນັ້ນ ບໍ່ຄິດກໍ່ສາຍຄືນມາໃນຄວາມຊົງຈໍາຂອງເອື້ອຍເອງ‚ ຄາວນັ້ນ, ເອື້ອຍຈັນເທົາຫາກໍໄດ້ສິບສາມປີ, ແມ່ໄດ້ເອີ້ນລາວມາແຕ່ຄົກມອງ

ແລ້ວຊີ້ໃສ່ຊາຍຄົນນີ້ ທັງເວົ້າວ່າ ເພິ່ນຜູ້ນີ້ແລ້ວຜູ້ມາອີດູສົງສານລູກຫ້ັນ,ນົບເພິ່ນ, ຖາມຂ່າວທັກທາຍສະບາຍດີເພິ່ນແມ້ລູກŽ. ເອື້ອຍຈັນເທົາໄດ້ແຕ່ນົບຕາມມາລະຍາດ ແລ້ວຟ້າວ

ຫອບໜີຢ່າງອໍາອາຍ ໂດຍບໍ່ສົນໃຈນໍາຄໍາເວົ້ານໍາຫຼັງຂອງພວກເພິ່ນທັນໄດ້ຍິນພໍຫວິດແວ່ວວ່າ: ຄືລູກເຫັນນີ້ແລ້ວ ມັນບໍ່ທັນຮູ້ຖ້ອຍ ຮູ້ຄວາມຫຍັງ, ໃຫຍ່ນໍ້າແກງ ແຮງນໍ້າທ່າລ້າງໆ‚Ž

ລູກບໍ່ຊາດອກ, ລູກຈະເອົາໄປບອກໄປສອນເອົາŽ

      ເມື່ອມີແຕ່ສອງແມ່ລູກລົມກັນ ແມ່ກໍບອກວ່າຊາຍຜູ້ນີ້ ເພິ່ນຜູ້ໃຫຍ່ແລ້ວ, ຮູ້ຊອກເງິນ ຫາຄໍາ ແລະ ເຄີຍຊ່ວຍເຫຼືອເຮົາ, ດຽວນີ້ເຮົາບໍ່ມີພໍ່, ຄັນບໍ່ເອົາເພິ່ນມາລ້ຽງມາເກືອ

ເຮົາກໍຈັກຊິເພິ່ງໃຜ‚ ຈັນເທົາບໍ່ຮູ້ວ່າຕົນເອງຄິດແນວໃດ, ຈະເອົາຫຼືບ່ໍ, ມັກເພິ່ນຫຼືບ່ໍ ແລະ ຍັງບໍ່ຮູ້ແມ່ນກະທັ້ງວ່າ ຄັນຜູ້ຍິງກັບຜູ້ຊາຍບໍ່ເອົາກັນເປັນຜົວເປັນເມຍຈະໄດ້ບໍ.

      ຕໍ່ນັ້ນມາບໍ່ດົນງານດອງຂອງເອື້ອຍຈັນເທົາກັບຊາຍຄົນນັ້ນກໍປາກົດຂຶ້ນແທ້ ຕອນນັ້ນ ເອື້ອຍຈັນເທົາກໍບໍ່ຮູ້ວ່າຕົນເອງດີໃຈ ຫຼື ເສຍໃຈຊໍ້າ ຮູ້ແຕ່ວ່າສະບາຍໃຈທີ່ຕົນເອງໄດ້

ເຮັດ ຕາມຄວາມຕ້ອງການຂອງແມ່ ແລະ ແມ່ກໍພູມໃຈກັບຕົນເອງຫຼາຍ‚ ຊຶ່ງມັນກໍເປັນໜ້າເຫັນໃຈແມ່ແທ້ ເພາະແມ່ເປັນໝ້າຍລ້ຽງລູກ 5 ຄົນ ພໍ່ຕາຍປະແຕ່ມື້ນ້ອງຊາຍຫຼ້າຍັງຢູ່ໃນ

ທ້ອງ ແມ່ ແລະ ເອື້ອຍຫາກໍຮຽນຢູ່ ປໍ3 ຈາກນັ້ນ ເອື້ອຍຈໍາຕ້ອງອອກໂຮງຮຽນມາເຮັດວຽກເຮືອນຊານຊ່ວຍແມ່ ເພາະເອື້ອຍເປັນລູກກົກນອກຈາກເອົານ້ອງ ເພື່ອໃຫ້ແມ່ໄດ້ໄປຈ້າງ

ດໍານາ, ກ່ຽວເຂົ້າແລ້ວ ເອື້ອຍຍັງຕ້ອງເຈ່ຍນ້ອງໄປເອົາຟືນ, ຕັກນໍ້າ, ສ້ອນປາ, ເກັບຜັກ,ຫາໜໍ່ ແລະ ແຕ່ງກິນໄວ້ຖ້າແມ່, ຫວ່າງແມ່ມັກເຈັບຂໍ່ ບາງມື້ເພິ່ນຍ່າງບໍ່ໄດ້ເອື້ອຍຈັນເທົາ

ຕ້ອງ ໄປເຮັດນາຕາງແມ່ ແຕ່ເອື້ອຍກໍບໍ່ແມ່ນຕຸ້ຍພີມີແຮງຫຍັງ, ມັກເປັນໄຂ້ຍຸງເລື້ອຍໆ, ເປັນເທື່ອ ໃດແມ່ກໍຈົ່ມບໍ່ມີເງິນປິ່ນປົວ.

      ຊາຍຜູ້ມາເປັນແຂກເອື້ອຍມື້ນີ້ແລ້ວ ແມ່ນຜູ້ມາແຕ່ງດອງເອົາເອື້ອຍຈັນເທົາ ແຕ່ມື້ເອື້ອຍບໍ່ທັນເປັນສາວນັ້ນ, ເອື້ອຍຍິ້ມຕໍ່ເຂົາຕາມມາລະຍາດ ແລ້ວເອີ້ນລູກສາວເອົານໍ້າ

ມາສູ່ແຂກ ມາບັດນີ້ນັ່ງໜ້າຕໍ່ໜ້າກັນ ເອື້ອຍຈຶ່ງໄດ້ສັງເກດເຫັນໃບໜ້າອັນແສນຄຸ້ນເຄີຍຂອງເຂົາ, ແສງອາທິດລິດແຫ່ງຄວາມເຄັ່ງຂຶມໃນດວງຕາ, ໃນສີໜ້າເຂົາໄດ້ດັບມອດໄປແຕ່

ຍາມໃດແລ້ວ ຄົງຄ້າງຢູ່ໃນນັ້ນຍັງແຕ່ຄວາມອ່ອນເພຍໜ້າສົງສານ ເຖິງຢ່າງໃດນັ້ນກໍຍັງປຸກປັ່ນ ພາບອະດີດຂຶ້ນມາໄດ້: ເອື້ອຍເຄີຍຮ້ອງໄຫ້ເຕັມຄໍ ທັງຮ້ອງໄຫ້ໃນໃຈນັບເປັນຮ້ອຍໆ

ພັນໆຄັ້ງ ຍ້ອນຖືກປ້ອຍດ່າ, ທຸບຕີທໍລະມານຍ້ອນເຂົາເມົາເຫຼົ້າມາ ບາງຄັ້ງເອື້ອຍຍັງເຈ່ຍລູກຢູ່ເຂົາກໍຈັບມວຍຜົວຍາວໆຂອງເອື້ອຍທຶ້ນ, ຊຸກໄສໄປມາ ຫຼື ເອົາຫົວເອື້ອຍກະແທກລົງ

ດິນ, ຈັບເອົາມວຍຜົມກ້ຽວໃສ່ຕີນໄວ້ ແລ້ວເອົາໄມ້ຄານທຸບຕີ, ຈົນບາງຄັ້ງເຮັດໃຫ້ເອື້ອຍຕ້ອງນອນກິນເຂົ້າປຽກ ຫຼື ປ່ວຍໂຊຫຼາຍມື້. ຄັ້ງທີ່ເອື້ອຍຖືກທຸບຕີຮ້າຍແຮງທີ່ສຸດ ກໍແມ່ນ

ຄັ້ງທີ່ເອື້ອຍກ່າວຄໍາວ່າ ຈະປະຮ້າງເຂົາ ແລະ ຫຼາຍຄັ້ງແມ່ເຂົ້າໄປກັ້ນກາງ ເພື່ອປົກປ້ອງຮ່າງກາຍຂອງເອື້ອຍ ກໍແມ່ນຫຼາຍຄັ້ງທີ່ແມ່ຕ້ອງເຈັບໂຕຕື່ມກັນ. ຈົນເອື້ອຍໄດ້ລູກຜູ້ທີຫົກ ເຂົາ

ກໍໄດ້ນິໄສ ໃໝ່ອີກຄື ໄປນອນຄ້າງຄືນຢູ່ບ່ອນອື່ນເປັນຄືນ, ສອງຄືນເລື້ອຍໆ, ທໍາອິດເອື້ອຍກໍ່ມັກໄປສືບທາວຫາ ແຕ່ຕໍ່ໆມາຮູ້ໄດ້ວ່າເຂົາຕິດກັບຍິງແມ່ຮ້າງຜູ້ໜຶ່ງ ແລະ ເຂົາໄດ້ເວົ້າ

ທັ່ງໃສ່ເອື້ອຍວ່າ ເຂົາຈະເອົາກັບຍິງຄົນນັ້ນ ແລະ ບໍ່ໃຫ້ເອື້ອຍມີປາກມີສຽງຫຍັງ ແລ້ວເຂົາກໍໜີອອກຈາກເຮືອນໄປເລີຍ ພາຍຫຼັງມື້ເອື້ອຍຟ້ອງ ແລະ ເວົ້າຄວາມກັນຢູ່ຂັ້ນບ້ານ ເປັນໄລ

ຍະທີ່ລູກຜູ້ທີຫົກຍັງບໍ່ທັນເຊົານົມ, ສ່ວນແມ່ເອື້ອຍກໍຍັງນອນປ່ວຍໂຊຢູ່ໂຮງໝໍເກືອບໄດ້ໜຶ່ງເດືອນແລ້ວ ທັງເງິນກີບສຸດທ້າຍທີ່ຢືມມາຊື້ຢາປົວແມ່ກໍໝົດແຕ່ສອງສາມມື້ກ່ອນນັ້ນ‚

      ເອື້ອຍຈັນເທົາ ເຂົ້ານັ່ງຕັ່ງນວມກົງກັນຂ້າມກັບແຂກຜູ້ນັ້ນ ແລ້ວຍັງຕິດຕາມສາຍຕາແຂກບໍ່ລົດລະ, ເຂົາຫຼຽວເຫຼືອດຊ້າຍ, ຂວາຫຼາຍຄັ້ງ ເຮັດໃຫ້ເອື້ອຍເດົາອອກວ່າ ເຂົາຊອກ

ຫາພໍ່ເຈົ້າເຮືອນກໍເປັນໄດ້. ດັ່ງນັ້ນ ເອື້ອຍຈຶ່ງໃຫ້ຄໍາຕອບຢູ່ໃນໃຈເອື້ອຍເອງ: ບໍ່ດອກ, ເຮືອນນີ້ບໍ່ມີພໍ່ເຈົ້າເຮືອນເລີຍເຈົ້າຄິດຜິດແລ້ວ ຄວາມໃຫຍ່ໂຕສວຍງາມ, ມີເຄື່ອງຮັບໃຊ້ຄົບ ຖ້ວນ,

ມີຮ້ານຂາຍເຄື່ອງໃຫຍ່ຢູ່ດ້ານໜ້າ, ມີຄົນງານຈ້າງເຮັດວຽກຢູ່ເຕັມຮ້ານນັ້ນ ມັນບໍ່ຖ້າມີ ມືແຕ່ພໍ່ເຈົ້າເຮືອນກໍເກີດຂຶ້ນໄດ້. ເຈົ້າຮູ້ບໍເມື່ອເຈົ້າຖິ້ມຂ້ອຍໄປແລ້ວຂ້ອຍຕ້ອງເຊົ່າລົດຊື້

ຜັກ ມານັ່ງຂາຍຢູ່ຕະຫຼາດ ແລ້ວປ່ຽນມານັ່ງຂາຍປາ ເພາະບໍ່ມີທຶນໄປຊື້ຜັກອີກ, ສ່ວນປາຍັງໄຄ ວ່າເຂົາໃຫ້ຂາຍໝົດແລ້ວຈຶ່ງເອົາເງິນໄປໃຊ້ເຂົາ, ຕໍ່ມາເມື່ອລູກເຊົານົມແລ້ວ ຂ້ອຍ

ກໍປະລູກໄວ້ນໍາແມ່ເຖົ້າ ແລ້ວໄປຮັບເອົາເຄື່ອງຢູ່ຮ້ານໃຫຍ່ ຫຼື ຮັບສິ້ນຢູ່ໂຮງງານໄປເລາະຂາຍສົ່ງໃຫ້ຮ້ານເລັກຮ້ານນ້ອຍ ແລະ ໄປສົ່ງຮອດບ້ານນອກ ດ້ວຍລົດຖີບໂຟນິກຮ່າງຄັນ

ເກົ່ານັ້ນ, ແຕ່ເງິນທີ່ຫາໄດ້ຍັງບໍ່ພໍຮອດຄ່າຈ້າງຮຽນເພີ່ມຂອງລູກແຕ່ລະຄົນ. ເພື່ອບໍ່ໃຫ້ລູກໄດ້ອອກໂຮງຮຽນ ຂ້ອຍຈຶ່ງມາຈ້າງຂົນດິນຈີ່ຂຶ້ນລົດ-ລົງລົດນໍາເຂົາ ຍ້ອນເຮັດວຽກໜັກອັນ

ນັ້ນຂ້ອຍເລີ່ມລົ້ມປ່ວຍ ເພາະເຈັບໝາກໄຂ່ຫຼັງ, ຊໍ້າບໍ່ໜໍາເຮືອນກໍມາຖືກໄຟໄໝ້ໂດຍບັງເອີນ, ເຮັດໃຫ້ຂ້ອຍສິ້ນເນື້ອປະດາຕົວປານຕາຍທັງເປັນ, ຍ້ອນແນວນັ້ນ ຕໍ່ມາເມື່ອມີຜົວ

ເຂົາທໍາກົນເປັນ ໂສດມາທໍາທ່າອີດູຕົນຂ້ອຍກໍເຮັດໃຫ້ຂ້ອຍຕ້ອງເອົາກັບເຂົາ ເພາະບໍ່ມີທາງເລືອກ ແຕ່ກໍບໍ່ໄດ້ ເພິ່ງພາຫຍັງພໍເທົ່າໃດ ເມຍເກົ່າເຂົາກໍ່ຮູ້ເລື່ອງ ແລະ ມາລາກເອົາກັບ

ຄືນ. ທັງຖິ້ມລູກນ້ອຍ ໄວ້ໃນທ້ອງຂ້ອຍຄົນໜຶ່ງ ອັນເປັນສາເຫດເຮັດໃຫ້ແມ່ຂ້ອຍເສຍໃຈຈົນລົ້ມປ່ວຍ ໂດຍບໍ່ໃຫ້ຂ້ອຍປິ່ນປົວດົນ ເພິ່ນກໍ່ຈາກໄປຢ່າງບໍ່ລັບຕາ. ເມື່ອຂ້ອຍບໍ່ສາມາດ

ອຸ້ມທ້ອງໃຫຍ່ຈ້າງຂົນດິນຈີ່ໄດ້ ຈຶ່ງຈໍາເປັນຕ້ອງຊອກກູ້ຢືມເງິນນໍາພີ່ນ້ອງມາຮັບຊື້ຖ່ານດັງໄຟພໍໄດ້ນັ່ງຂາຍຢູ່ໜ້າບ້ານ ເຮັດແນວນັ້ນຈົນອອກລູກຜູ້ທີເຈັດນີ້ ຂ້ອຍຈຶ່ງມີທຶນພໍຮັບຊື້ເຂົ້າ

ສານມາຂາຍຕື່ມ, ເມື່ອລູກຮູ້ຍ່າງແລ້ວ ຂ້ອຍກໍປະລູກໄວ້ນໍາເອື້ອຍອ້າຍຜູ້ຮຽນແຕ່ຕອນດຽວປ່ຽນກັນເອົານ້ອງ ແລະ ເຝົ້າຮ້ານຂາຍຖ່ານ, ຂາຍເຂົ້າສານຖ້າຂ້ອຍກໍເອົາລໍ້ເພມາ

ມັດໃສ່ກົ້ນລົດຖີບ ເພື່ອໄປເລາະຕາມບ້ານນອກບ້ານນາໄກເປັນຊາວ, ສາມສິບຫຼັກ ຊອກຊື້ເຂົ້າສານ ແລະ ຖ່ານມາຂາຍເອງ, ເຖິງວ່າເກີດເປັນມື້ຈະອາບເຫື່ອຕາງນໍ້າ ແຕ່ຂ້ອຍກໍ

ພູມໃຈ ເພາະໄດ້ກໍາໄລຫຼາຍກວ່າເກົ່າ ຈົນ ຂ້ອຍສາມາດຊື້ລົດຈັກຊູຊູກິຜູ້ຊາຍຄັນເກົ່າໜຶ່ງມາແກ່ລໍ້ຖ່ານ ແລະ ເຂົ້າສານ ຖ້າເຈົ້າເຫັນລໍ້ແກ່ເປົາຖ່ານ, ເຂົ້າສານ, ຮໍາທີ່ຂ້ອຍ

ລາກມາແຕ່ລະມື້ນັ້ນ ເຈົ້າກໍຈະວ່າແມ່ນພູນ້ອຍພຸ້ນລະ ແລະ ບາດຕອນໄປກໍ່ແມ່ນພູນ້ອຍທີ່ເຕັມແຕ່ໝໍ້, ຖ້ວຍ, ຝ້າຍໄໝ, ຈົກ, ຊ້ວານ‚ ຂ້ອຍເອົາ ໄປຂາຍ ແລະ ແລກປ່ຽນເຂົ້າຢູ່ບ້ານນອກພຸ້ນມາຂາຍ.

      ບາງມື້ຂ້ອຍກໍລາກລໍ້ໜັກໄປມາໄດ້ສອງສາມຖ້ຽວ, ດີແຕ່ຂ້ອຍແຂງແຮງ ແຕ່ປານນັ້ນ ກໍຍັງເສຍອົງຄະຍ້ອນ; ຂາເບື້ອງຊາຍຂ້ອຍຍ່າງບໍ່ທ່ຽງປານໃດ ນີ້ກໍຍ້ອນຂ້ອຍພາ

ລົດຈັກ ພ້ອມດ້ວຍລໍ້ເຄື່ອງອັນມະຫາສານນັ້ນເຈືອດຂີ້ຕົມ ເຊລົງຮ່ອງແຄມທົ່ງນາຢູ່ບ້ານນອກພຸ້ນ ດີແຕ່ລໍ້ເຄື່ອງບໍ່ເຕັງຫົວຂ້ອຍ ຕາຍປະລູກນ້ອຍທັງເຈັດຄົນນີ້. ຍ້ອນແນວນັ້ນຕົກມາ

ປີກາຍນີ້ ຂ້ອຍຈຶ່ງມີເງິນພໍຂະຫຍາຍຮ້ານໃຫຍ່ອອກ ຊື້ເຄື່ອງຈັກບົດອາຫານສັດ ແລະ ຈັກໂມ້ເຂົ້າເຮັດເຂົ້າປຸ້ນ, ເສັ້ນເຂົ້າປຽກ, ເສັ້ນໝີຂາຍ, ຕັ້ງຮ້ານນີ້ຂຶ້ນໄດ້ປີໜຶ່ງ ຂ້ອຍກໍຈຶ່ງມີ

ທຶນມາປຸກເຮືອນ ຫຼັງນີ້ແທນຕູບເກົ່າ. ບໍ່ນັບເຄື່ອງໃຊ້ໃນເຮືອນ ລາຄາມັນກໍນັບສິບກວ່າລ້ານແລ້ວ ແຕ່ຂ້ອຍກໍບໍ່ ໄດ້ມີຄວາມສຸກຫຍັງຫຼາຍດອກ, ຂ້ອຍເຮັດເພື່ອຄວາມສຸກຂອງລູກເທົ່ານັ້ນ ສ່ວນຂ້ອຍກໍຢູ່ໄປ ພຽງເພື່ອລູກເທົ່ານັ້ນ, ນອກຈາກນັ້ນບໍ່ເຫຼືອຫຍັງອີກແລ້ວ‚

      ໃນຂະນະເຊີຊຶງແນມກັນ, ຊາຍຄົນນັ້ນບໍ່ສາມາດຮູ້ໄດ້ຄວາມຫວນຄຶດເຫຼົ່ານັ້ນຂອງເອື້ອຍຈັນເທົາ ແລະ ເຂົາກໍບໍ່ທັນຮູ້ວ່າຈະເອີ່ຍຄໍາໃດກ່ອນຈຶ່ງຈະເໝາະ.

      ອ້າຍເດ ເປັນແນວໃດຢູ່ດີມີແຮງບໍ?Ž

      ເອື້ອຍຈັນເທົາຖາມເຂົາທັງໆທີ່ໄດ້ຄໍາຕອບຈາກເຮືອນຮ່າງ, ວາດຊົງຂອງເຂົາຢູ່ແລ້ວ: ຈ່ອຍຜອມ, ຫຼ່າເຫຼືອງ, ຜົມແຊມເລົາ

ແລະ ຍາວຕັ້ງບ່າ, ຊອນເຄົາລາມລົງຈອດຄາງ, ແສງຕາຂຸ່ນມົວ, ຊົງອິດເມື່ອຍ.ກໍບໍ່ແຂງແຮງປານໃດແລ້ວ ຂ້ອຍເຈັບຕັບ, ຂ້ອຍມາປົວຢູ່ໂຮງໝໍມະໂຫສົດນີ້

ໄດ້ເດືອນປາຍແລ້ວ ໂດຍບໍ່ຖ້າຖາມເຂົາບອກຕໍ່ໄປວ່າ: ຂ້ອຍຂຶ້ນມາແຕ່ອັດຕະປື, ຂ້ອຍເຫັນຊື່ ເຈົ້າໃນລາຍຊື່ຜູ້ບໍລິຈາກເງິນຊ່ວຍໂຮງໝໍ ຕິດຢູ່ກະດານຂອງໂຮງໝໍ ຂ້ອຍຈຶ່ງຮູ້ວ່າເຈົາ

ແລະ ລູກຍັງຢູ່ບ້ານເກົ່ານີ້Ž

      ເວົ້າຮອດນີ້ ເຂົາກໍຄວາມືໃສ່ຫົວນາງນ້ອຍຜູ້ພວມວາງຈອກນໍ້າເຢັນຢູ່ຕໍ່ໜ້າເຂົາ,ນາງ ນັ້ນຫຼົບຢ່າງໄວ ເຮັດໃຫ້ຜູ້ເປັນແມ່ຄຶດເຫັນຄວາມຂາດພໍ່ຂອງຕົນ ແລະ ກໍຄຶດເຫັນ

ຄວາມ ເປັນພໍ່ລູກຂອງພວກເຂົາເຈົ້າ ແລ້ວຟ້າວບອກລູກວ່າ: ນາງ! ນົບພໍ່ສາແມ້ລູກ, ໃຫ້ພໍ່ຮັກແດ່ດູ, ນີ້ແລະພໍ່ລູກນ່າŽ ເວົ້າແລ້ວເອື້ອຍຈັນເທົາ ບໍ່ຮູ້ວ່າຕົນເອງເວົ້າຄວາມນັ້ນອອກ

ມາໄດ້ຈັ່ງໃດ.

      ສຽງໂທລະສັບຕັ້ງໂຕະຢູ່ທາງຫຼັງເອື້ອຍຈັນເທົາດັງຂຶ້ນ ເອື້ອຍລຸກໄປລົມສາຍ,ບໍ່ຮູ້ວ່າ ພໍ່ເວົ້າຫຍັງກັບລູກ ຜູ້ເຂົາຖິ້ມໄປນັ້ນແດ່.ຄາບເຂົ້າງາຍມື້ນັ້ນ ເອື້ອຍຈັນເທົາໄດ້ຈັດໃຫ້ລູກທັງເຈັດໄດ້ຮ່ວມພາເຂົ້າກັບ

ພໍ່ ແລະ ເອື້ອຍໄດ້ຮູ້ທຸກເລື່ອງທີ່ໜ້າສົງສານກ່ຽວກັບຊີວິດຂອງຜົວເກົ່າຜູ້ນີ້, ເຂົາຈາກເອື້ອຍໄປແລ້ວ ກໍໄດ້ຢ່າຮ້າງອີກຄັ້ງໜຶ່ງ ແລະ ສຸດທ້າຍກໍເປັນໝ້າຍອີກ ດຽວນີ້ເຂົາຕ້ອງອາໄສ

ຢູ່ກັບປ້າ (ເອື້ອຍຄີງຂອງເຂົາ) ນັບແຕ່ເປັນໂຊມາສີ່ຫ້າເດືອນ ເພາະເຂົາເປັນພະຍາດຕັບແຂງ ເຂົາຊ່ວຍຫຍັງປ້າບໍ່ໄດ້ ແຕ່ປານນັ້ນ ປ້າກໍ່ໄດ້ຂາຍຄວາຍໃຫ້ໂຕໜຶ່ງ ເພື່ອຂຶ້ນມາປິ່ນປົວຢູ່ວຽງຈັນ ພີ້.

ກ່ອນຜົວເກົ່າຂອງເອື້ອຍຈັນເທົາຈະອກຈາກເຮືອນໄປ ເອື້ອຍໄດ້ນັບເງິນ ແລະຍື່ນ ໃຫ້ເຂົາຕັບໜຶ່ງຢ່າງລັບໆ ແລ້ວບອກລູກຊາຍກົກເອົາລົດໄປສົ່ງພໍ່ຢູ່ໂຮງໝໍ ແລະ ບໍ່ລືມສັ່ງ ວ່າ:

  ຖ້າຕ້ອງການໃຫ້ຊ່ວຍຫຍັງໃຫ້ບອກລູກຈັດໃຫ້ໂລດເດີŽ

                                                                                                                                                                                                                                                                    ໂດຍ: ທິດາຈັນ