ບົດຮຽນແສບ

(ລາງວັນຮອງຊະນະເລີດປີ 2.000)

      ການຫຼົບລ່າວຕ່າວຄືນສູ່ຄອບຄົວເຮືອນຊານຂອງນິກອນໃນຄັ້ງນີ້ບໍ່ເໝືອນກັບທຸກຄັ້ງທີ່ຜ່ານມາ…

      ຕາມປົກກະຕິແລ້ວ, ທຸກເທື່ອທີ່ ນິກອນຖືກແຕ່ງຕັ້ງໄປເຮັດວຽກຢູ່ຕ່າງຖິ່ນພາຍຫຼັງສໍາເລັດເສັດສິ້ນໜ້າທີ່ການງານແລ້ວ,ເວລາທີ່ນັ່ງຢູ່ເທິງລົດຫຼືເຮືອບິນອວ່າຍໜ້າກັບມາຫາລູກຫາເມຍຢູ່ນະຄອນ ຫຼວງວຽງຈັນ, ຫົວໃຈຂອງເຂົາເຕັມປຽມດ້ວຍຄວາມສຸກ, ກໍເປັນຂອງທໍາມະດາຫັ້ນແຫຼະ! ການພັດພາກຈາກຄອບຄົວລູກເມຍໄປສູ່ຖິ່ນອື່ນແດນໄກແມ່ນວ່າຈະເປັນເວລາສັ້ນຫຼືຍາວກໍຍ່ອມມີຄວາມຄິດ ຮອດຄິດເຖິງເຊິ່ງກັນແລະກັນບໍ່ຫຼາຍກໍໜ້ອຍ, ສິ່ງເຫຼົ່ານີ້ບໍ່ມີໃຜປະຕິເສດໄດ້.

      ແຕ່ກໍເປັນໜ້າແປກໃຈເອົາແທ້ໆ…ແທນທີ່ວ່ານິກອນຈະມີຄວາມຕື່ນເຕັ້ນລະທຶກໃຈເໝືອນກັບທຸກຄັ້ງທີ່ຜ່ານມາ,ກົງກັນຂ້າມການເດີນທາງກັບສູ່ຢ້າວເຮືອນຂອງເຂົາໃນຄັ້ງນີ້ມັນພັດແສນທໍລະມານ ບໍ່ຕ່າງຫຍັງກັບນັກໂທດທີ່ພວມເດີນທາງໄປສູ່ແດນປະຫານ.

     ມັນຄ້າຍກັບວ່າເຂົາພວມຫອບລູກລະເບີດອັນຊົງປະສິດທິພາບໄປທໍາລາຍລ້າງຄົນທີ່ເຂົາຮັກ… ມ້າງເພສະຖາບັນຄອບຄົວໃຫ້ຈິບຫາຍພິນາດໄປຈັງຊັ້ນລະ!

      ລົດໂດຍສານກົ່ງຫຼັງບັນທຸກເອົານິກອນພ້ອມດ້ວຍຄົນໂດຍສານກວ່າ50 ຊີວິດແລ່ນໄປຕາມຖະໜົນຮາບພຽງມຸ່ງໜ້າສູ່ນະຄອນຫຼວງວຽງຈັນໃກ້ເຂົ້າຊັກໄຊ້. ເມັດຝົນທີ່ໂຮຍຮໍາລົງມາຈາກຟາກຟ້າກະທົບໃສ່ແວ່ນລົດແລ້ວແຕກກະຈາຍເປັນເມັດນ້ອຍໆກ່ອນທີ່ຈະມະຫັບມະຫາຍໄປກັບສາຍລົມ.

      ນິກອນນັ່ງແປະກັບປ່ອງຢ້ຽມລົດ, ສາຍຕາຊຶມເສົ້າຂອງເຂົາທອດມອງໄປຂ້າງໜ້າຄືດັ່ງຄົນໄຮ້ວິນຍານ.ພາບທໍາມະຊາດ, ທົ່ງນາປ່າໄມ້ຕາມສອງຟາກຖະໜົນທີ່ເຂົາເຄີຍຊື່ນຊົມສະອອນໃຈໃນເວລາ ເດີນທາງໄປມາເມື່ອຫຼາຍຄັ້ງຜ່ານມານັ້ນ, ມື້ນີ້ ມັນຊ່າງຄ້າຍຄືກັນກັບມີເຜດຜີປີສາດພວມອ້າປາກຕາກແຂ້ວຫົວເຢາະເຢີ້ຍເຂົາຕະຫຼອດເວລາຈັ່ງຊັ້ນລະ!

      ນິກອນຫຼັບຕາເຄີ້ມເພື່ອລຶບພາບຫຼອກຫຼອນນັ້ນອອກຈາກດວງຕາ… ເຂົາເອນຫຼັງລົງໃສ່ເບາະລົດແລະແລ້ວພາບທຸກສິ່ງທີ່ເກີດຂຶ້ນກັບເຂົາກໍຄ່ອຍໆກັບຄືນມາປະທັບໃນຫ້ວງນຶກຂອງເຂົາອີກ…

      ເດີນທາງໄປເຮັດວຽກຢູ່ແຂວງທີ່ຜູ້ຄົນຊ່າກັນວ່າເປັນແດນເຂົ້າຂາວສາວງາມໃນຄັ້ງນີ້, ນິກອນໄດ້ມີໂອກາດພົບກັບສາວວຽງວາລີນັກຮ້ອງສັງກັດຢູ່ວົງດົນຕີໜຶ່ງ…

      ວຽງວາລີເປັນຄົນຮ່າງຄີງບອບບາງ, ສູງສະຫງ່າ, ໃບໜ້າມົນຄືດວງເດືອນວັນເພັງ…ພົບກັນເປັນຄັ້ງທໍາອິດຢູ່ໃນງານລາຕີຄືນນັ້ນ, ຈາກສາຍຕາທີ່ຫຼອນປະທະກັນໂດຍບັງເອີນຂອງໜຸ່ມພໍ່ເມຍແລະສາວນັກຮ້ອງຄົນນັ້ນ, ນິກອນກໍພໍເດົາໆໄດ້ວ່າ: ວຽງວາລີກໍມີສິ່ງໃດໜຶ່ງທີ່ນາງຕ້ອງການເຂ່ຍຄົ້ນຫາຄໍາຕອບຢູ່ໃນຕົວຂອງເຂົາເຊັ່ນດຽວກັນກັບເຂົາທີ່ເຫັນປັບກໍຫຼົງໃນສະເໜ່ຂອງນາງທັນທີ, ສະນັ້ນນິກອນຈຶ່ງເລີ່ມຕົ້ນຕາມຕື້ນາງແລະກໍບໍ່ເປັນເລື່ອງຍາພໍທໍ່ໃດໃນເມື່ອເຂົາມີຄວາມຊໍານານແລະປະສົບການດ້ານນີ້ເຫຼືອຫຼາຍຢູ່ແລ້ວ.

      ບໍ່ພໍທໍ່ໃດວັນຄືນວຽງວາລີນັກຮ້ອງສາວກໍຕິດກັບດັກຄາລົມແລະສະເໜ່ຫຸ່ນເຈົ້າຊູ້ຄືພະເອກສະແດງຮູບເງົາຂອງນິກອນຈົນໄດ້.ອາທິດໜຶ່ງຕໍ່ມາ, ນິກອນກໍມີໂອກາດໄດ້ເອົາລົດຈັກເທນາທີ່ເພື່ອນຂອງເຂົາມອບໃຫ້ຂີ່ນັ້ນຊ້ອນສາວນັກຮ້ອງຄົນງາມໄປທ່ຽວໃນຍາມລາຕີ.ເຂົາພານາງໄປນັ່ງດື່ມເບຍ, ຟັງເພງແລະເຕັ້ນລໍາຢູ່ຮ້ານບັນເທີງແຫ່ງໜຶ່ງຈົນເດິກດື່ນແລະໃນທີ່ສຸດພິດເຫຼົ້າແລະອາຍເບຍກໍເປັນສິ່ງເກ່ຍກ່ອມໃຫ້ເຂົາທັງສອງຕົກເປັນຂອງກັນແລະກັນໃນຄືນນັ້ນເອງ.

ວັນເວລາຜ່ານໄປການປະຕິບັດໜ້າທີ່ວຽກງານຂອງນິກອນຢູ່ແຂວງນີ້ກໍມໍ່ຈະເສັດສິ້ນແລ້ວ.ຄ້າຍແລງມື້ໜຶ່ງ, ຂະນະທີ່ນິກອນພວມນັ່ງເບິ່ງໂທລະພາບຢູ່ຫ້ອງພັກລໍາພັງພຽງຄົນດຽວຢູ່ນັ້ນວຽງວາລີ ກໍໂຜ່ໜ້າເຂົ້າມາຫາດ້ວຍທ່າທາງຟ້າວຟັງ, ໃບໜ້າເຕັມໄປດ້ວຍຄວາມບູດບຶ້ງ.

“ອ້າຍນິກອນ! ໃສວ່າອ້າຍບໍ່ທັນມີເມຍ… ອ້າຍຕົວະນ້ອງ… ອ້າຍທໍາລາຍນ້ອງ… ອ້າຍມັນຄົນໃຈດໍາ” ນາງຂຶ້ນສຽງໃສ່ເຂົາພາຍຫຼັງເຂົ້າມາໃນຫ້ອງ.“ໃຈເຢັນໆຕິວຽງ! ມີຫຍັງເວົ້າກັນຄ່ອຍກະໄດ້ນີ້ນ່າ”

“ຍັງຊິຫາທາງແກ້ຕົວອີກຊັ້ນຫວະ? ຊິຫາວ່ານ້ອງບໍ່ຮູ້ຊັ້ນບໍ, ເພື່ອນຂອງນ້ອງເລົ່າສູ່ຟັງໝົດແລ້ວລະ! ເຂົາຮູ້ຈັກກັບອ້າຍດີ… ຮູ້ຮອດເມຍຂອງອ້າຍຢູ່ບ້ານໃດ, ເມືອງໃດພຸ້ນລະ! ຄົນອີຫຍັງຫຼອກລວງຜູ້ຍິງເກັ່ງເອົາແທ້ໆ” ວຽງວາລີທັງເວົ້າທັງປ່ອຍສຽງສະອຶກສະອື້ນອອກມາ. ນິກອນບໍ່ຊ່າງຊິເຮັດແນວໃດໃນສະຖານະການເຊັ່ນນີ້ ເພາະຄວາມຈິງທຸກຢ່າງມັນໄດ້ຖືກເປີດເຜີຍ ແລະ ມັນກໍແມ່ນຄວາມຈິງທີ່ເຂົາບໍ່ອາດຈະປະຕິເສດໄດ້…“ວຽງ! ອ້າຍຕ້ອງຂໍໂທດ… ອ້າຍເຮັດແນວນັ້ນລົງໄປກໍເພາະວ່າອ້າຍຮັກນ້ອງ…”

“ຮຶ! ຮັກຊັ້ນຫວາ… ຄົນມີເມຍຫັ້ນຫວະຊິມາຮັກນ້ອງ… ຮັກນ້ອງແລ້ວຊິເອົາກັນໄດ້ ຫຼືບໍ?ກົດໝາຍກະດຽວວ່າໃຫ້ເອົາຜົວໜຶ່ງເມຍດຽວ, ບໍ່ເຫັນມີມາດຕາໃດລະບຸວ່າໃຫ້ຜູ້ຊາຍເອົາເມຍສອງຄົນ, ອ້າຍຕັ້ງແກ້ງທໍາລາຍນ້ອງ… ອ້າຍເຮັດໃຫ້ນ້ອງເສຍຫາຍ, ນ້ອງຈະຕ້ອງທວງແຄ້ນຄືນໃຫ້ໄດ້ ອ້າຍຖ້າເບິ່ງໂລດ”  “ວຽງ! ນ້ອງກະຢ່າໃຈດໍາເກີນໄປຕິ! ອະໄພໃຫ້ແກ່ອ້າຍແດ່ເທາະ!”

“ອະໄພໃຫ້ແກ່ອ້າຍແລ້ວ, ນ້ອງຈະກອບກູ້ເອົາສິ່ງທີ່ສູນເສຍໄປແລ້ວນັ້ນຄືນມາໄດ້ຫຼືບໍ່? ນ້ອງຈະບໍ່ຍອມເປັນອັນຂາດ, ເລື່ອງນີ້ຈະຕ້ອງເວົ້າໃຫ້ເຫັນດໍາເຫັນແດງກັນ”

ວຽງວາລີເວົ້າຖິ້ມທ້າຍໄວ້ຄືແນວນັ້ນແລ້ວກໍຫັນຫຼັງໄປຈາກເຂົາຢ່າງບໍ່ອາໄລໃຍດີ, ປ່ອຍໃຫ້ ນິກອນຕ້ອງບີບຂະໝັບແລະຕັ້ງຄໍາຖາມກັບຕົນເອງວ່າເລື່ອງນີ້ຈະຈົບລົງຄືແນວໃດກັນນໍ…

ມື້ຕໍ່ມານິກອນກໍຖືກຮຽກເອີ້ນມານັ່ງຊ້ອງໜ້າກັບຜູ້ເປັນພໍ່ແມ່, ຍາດຕິພີ້ນ້ອງຂອງວຽງວາລີເພື່ອໄກ່ເກ່ຍແກ້ໄຂບັນຫາທີ່ເກີດຂຶ້ນໂດຍມີສ່ຽວດວງດີມາເປັນເພື່ອນ.

ພໍ່ຂອງວຽງວາລີເປັນຄົນຫົວລ້ານແງ່, ເນື້ອໜັງເປັນສີກາເຟ, ດວງຕາຂຽວຄືປີກແມງຜູ່ນັ່ງເຈີ້ນເທີ້ນຢູ່ເທິງຕັ່ງລາວເປັນຜູ້ເປີດສາກເວົ້າຂຶ້ນກ່ອນວ່າ:

“ດຽວນີ້, ຂ້ອຍຈະບໍ່ເວົ້າຫຍັງຫຼາຍ, ເລື່ອງລາວທັງໝົດໃຜໆກໍຮູ້ໝົດແລ້ວຂ້ອງຕ້ອງການຢາກຮູ້ພຽງແຕ່ວ່າ: ທັງຝ່າຍພວກເຈົ້າຈະແກ້ໄຂບັນຫາດັ່ງກ່າວນີ້ຄືແນວໃດເທົ່ານັ້ນ”

ເພິ່ນທັງເວົ້າທັງຍິງສາຍຕາທີ່ດຸຮ້າຍມາປະທັບໃສ່ໃບໜ້າຂອງນິກອນຈົນເຂົາຕ້ອງລົບສາຍຕາລົງຕໍ່າໆ

“ລູກກະບໍ່ຊ່າງຊິວ່າແນວໃດ, ເລື່ອງມັນກໍຜິດໄປແລ້ວ, ມີແຕ່ຂໍອ່ອນຂໍຍອມຕໍ່ພໍ່ແມ່ເທົ່ານັ້ນລະ!”

“ຮຶ! ຮູ້ວ່າຜິດກໍຕ້ອງຮັບຜິດຊອບຊັ້ນລະບໍ! ຫຼືວ່າຈະໃຫ້ພວກຂ້ອຍຟ້ອງຂຶ້ນສານໃນສະຖານະທໍາມິດສະຈານ”

ເມື່ອເຫັນນິກອນຕົກຢູ່ໃນທ່າຮັບ, ກືນບໍ່ເຂົ້າຄາຍບໍ່ອອກດວງດີເພື່ອນຂອງເຂົາເວົ້າສອດຂຶ້ນວ່າ:

“ລູກຂໍມີຄວາມເຫັນແນວນີ້ສາເນາະ! ອັນເລື່ອງຜິດເລື່ອງແມ່ນມັນກໍເປັນໄປຄືແນວນັ້ນແລ້ວ, ທັງພວກລູກກະຂໍຍອມຜິດຍອມພາດ, ເພື່ອເຮັດແນວໃດບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ, ເປັນການຮັກສາກຽດສັກສີ, ໃບໜ້າໃບຕາຂອງທັງສອງຝ່າຍໄວ້, ພວກລູກຂໍແປງຮີດແປງຄອງທໍາອູ່ສູ່ຂວັນໃຫ້ຕາມປະເພນີ, ແນວໃດກໍໃຫ້ພໍ່ແມ່ເຮັດໃຈຍາວໆກວ້າງໆຮັກແພງເອົາພວກລູກໄວ້ແດ່ຫັ້ນແລ້ວ”

ບັນຍາກາດໃນເຮືອນງຽບສະຫງັດລົງຄາວໜຶ່ງ, ສາຍຕາທຸກຄູ່ຈ້ອງມອງໄປທີ່ພໍ່ຂອງວຽງວາລີ.ເພິ່ນນັ່ງຊຶງໃຊ້ສະໝອງຢູ່ຄາວໜຶ່ງແລ້ວຕອດເງົາງຶກໆ ເບິ່ງຊົງຄືຊິເຫັນດີເຫັນພ້ອມກັບຂໍ້ສະເໜີຂອງດວງດີດົນເຕີບເພິ່ນຈຶ່ງເວົ້າຂຶ້ນວ່າ:

“ເອີ! ດີແລ້ວທີ່ພວກເຈົ້າຮູ້ຈັກຮັບຜິດຊອບຄືແນວນີ້, ກໍລະນີທີ່ພວກຂ້ອຍຟ້ອງຂຶ້ນສານແນ່ນອນພວກເຈົ້າຕ້ອງໄດ້ຮັບໂທດຕາມກົດໝາຍແລະອີກຢ່າງໜຶ່ງກໍຈະມີຜົນສະທ້ອນເຖິງໜ້າທີ່ຕໍາແໜ່ງອີກ.ເພື່ອເຫັນແກ່ພວກເຈົ້າ, ຂ້ອຍຂໍຮຽກຮ້ອງຄ່າປົວແປງຈິດໃຈໃຫ້ແກ່ລູກສາວຂອງຂ້ອຍເປັນເງິນຈໍານວນ 10 ລ້ານກີບ”

“10 ລ້ານກີບ” ນິກອນທວນຄືນຄໍາເວົ້າຂອງພໍ່ ວຽງວາລີພ້ອມກັບໝາກໜາວແຕກເຍືອກໄປທັງຕົວ

“ໂທເອີຍ! ເງິນ 1 ລ້ານກີບກໍຍັງບໍ່ເຄີຍເຫັນບໍ່ເຄີຍບາຍ, ອັນເງິນ 10 ລ້ານພຸ້ນໃຫ້ຕາຍເສຍດີກວ່າ” ນິກອນຄິດຢູ່ໃນໃຈໃນຂະນະນັ້ນດວງດີກໍເວົ້າຂຶ້ນວ່າ

“ທີ່ພໍ່ເວົ້າແລະສະເໜີມານັ້ນກໍມີເຫດຜົນຢູ່ດອກ, ແຕ່ເຖິງແນວໃດກໍດີຂໍໃຫ້ພໍ່ຈົ່ງເຫັນອົກເຫັນໃຈຫຼຸດຜ່ອນຢ່ອນຍານໃຫ້ພວກລູກແດ່…”

ທັງດວງດີແລະນິກອນຕ່າງກໍພາກັນອ້ອນວອນຂໍຄວາມເຫັນໃຈຈາກພໍ່ຂອງວຽງວາລີ.ໃນທີ່ສຸດເພິ່ນກໍຍິນຍອມຫຼຸດຄ່າປົວແປງຈິດໃຈລົງໃຫ້ 5 ລ້ານ 5 ແສນກີບແລະຕ້ອງນໍາເງິນມາມອບໃຫ້ໃນກໍານົດເວລາ 1 ເດືອນ.

ທັງໝົດເລື່ອງລາວມັນເປັນມາຄືແນວນັ້ນລະ!...

ລົດໂດຍສານແລ່ນກາຍຂົວບ້ານໄຮ່ປາກງື່ມມຸ້ງໜ້າເຂົ້າສູ່ນະຄອນຫຼວງວຽງຈັນໃກ້ເຂົາທຸກຂະນະຫົວໃຈຂອງນິກອນຖືກບີບຄັ້ນໃຫ້ເຕັ້ນບໍ່ເປັນຈັງຫວະແລະເຕັ້ນແຮງຂຶ້ນໆ

“ເລື່ອງຂອງລາວມັນເກີດຂຶ້ນແລ້ວ… ຈະເປັນແນວໃດກໍຕາມເທາະ! ກ່ອນອື່ນເຮົາຈະຕ້ອງຂໍໂທດຂໍໂພຍນໍາລູກເມຍ, ຄິດວ່າເມຍຄົງຈະຍົກໂທດໃຫ້… ແລະຈາກນັ້ນ, ເຮົາຈະປະຕິຍານຕໍ່ໜ້າເມຍວ່າ: ນັບແຕ່ວັນນີ້ເປັນຕົ້ນໄປຈະຂໍເລີກເປັນຄົນເຈົ້າຊູ້… ເລີກນອກຈິດນອກໃຈລູກເມຍ… ຈະຂໍປະຕິບັດຕົນເປັນຜົວທີ່ດີຂອງເມຍ, ເປັນພໍ່ທີ່ດີຂອງລູກ, ເດັດຂາດຈະບໍ່ໃຫ້ມີເລື່ອງທໍານອງແນວນີ້ເກີດຂຶ້ນອີກຊໍ້າສອງ…”

ນິກອນຄິດແລະໃຫ້ກໍາລັງໃຈແກ່ຕົນເອງຄືແນວນັ້ນ, ແຕ່ບົດສະຫຼຸບສຸດທ້າຍຈະລົງເອີຍຄືແນວໃດນັ້ນ, ມີພຽງຟ້າເທົ່ານັ້ນຈະເປັນຜູ້ໃຫ້ຄໍາຕອບ.

                                                                                                                                                                                                                                                                              ໂດຍ: ສ ພວງດອກຊ້ອນ