ເລື້ອງສັ້ນ

41

ມື້ໜຶ່ງ ກາງເດືອນ ມິຖຸຸນາ 2012

       ພໍຍິນຄະນະນັກຂ່າວຂອງສູນກາງສະຫະພັນແມ່ຍິງພວກຂ້າພະເຈົ້າ ແຈ້ງຈຸດປະສົງຢາກໄດ້ຂໍ້ມູນກ່ຽວກັບແມ່ຍິງທີ່ເຄື່ອນໄຫວຮ່ວມມືກັບພະນັກງານ, ທະຫານຫວຽດນາມໃນສະໄໝຕໍ່ສູ້ກູ້ຊາດ, ສະຫະພັນແມ່ຍິງແຂວງເຊກອງກໍຈັດພະນັກງານພາພວກຂ້າພະເຈົ້າໄປພົບແມ່ເຖົ້າ ບຸນລາ ອາຍຸ 88 ປີ ຢູ່ບ້ານໜອງເຫຼົ່າ ເມືອງທ່າແຕງ ແຂວງເຊກອງ.

       ເມື່ອຂຶ້ນຫວິດຫົວຂັ້ນໄດເຮືອນຮ້ານໄມ້ຫຼັງໜຶ່ງຢູ່ແຄມທາງຫຼວງກາງບ້ານ ໜອງເຫຼົ່າ ຂ້າພະເຈົ້າກໍເຫັນແມ່ເຖົ້າຜູ້ໜຶ່ງຫຼັງກ່ອມ, ຜົມຂາວ ພວມປູສາດຕ້ອນຮັບແຂກຢູ່ລະບຽງເຮືອນ. ເດົາໄດ້ວ່າເພິ່ນແມ່ນເປົ້າໝາຍສໍາພາດ, ຂ້າພະເຈົ້າກໍຫຼູບເຂົ້າໄປຫາ ແລະ ຍາດປູສາດແທນເພິ່ນ ພ້ອມທັງທັກທາຍ ແລະ ຖາມຄໍາຖາມສໍາພາດໄປໂລດ.

       ພາຍຫຼັງໄດ້ຂໍ້ມູນກ່ຽວກັບການເຄື່ອນໄຫວປະຕິວັດຂອງ ແມ່ເຖົ້າ ບຸນລາ ທີ່ເຄີຍເປັນຍຸວັນນາລີ, ເປັນກອງຫຼອນບ້ານເປັນເວລາຫຼາຍປີ ເພິ່ນໄດ້ປິດລັບຕິດຕໍ່ສົ່ງຂ່າວ, ຊຸກເຊື່ອງ ແລະ ສົ່ງເຂົ້າປາ ລ້ຽງດູທະຫານລາວ ແລະ ຫວຽດນາມຫຼາຍຄັ້ງ. ຂ້າພະເຈົ້າຄິດວ່າໄດ້ຂໍ້ມູນພຽງພໍຂຽນບົດບັນທຶກຄັ້ງນີ້, ແຕ່ຮອດທ້າຍຄໍາໃຫ້ສໍາພາດແມ່ເຖົ້າບອກວ່າມີນັກຂ່າວຫຼາຍຄະນະເຄີຍ ໄດ້ມາສໍາພາດ ເພິ່ນໃນເລື່ອງນີ້ແລ້ວ, ຂ້າພະເຈົ້າຈຶ່ງຖາມເພີ່ມຕື່ມວ່າ: ແມ່ຍັງຮູ້ແມ່ຍິງຜູ້ໃດໃນແຂວງເຊກອງເຄີຍໄດ້ຊ່ວຍເຫຼືອອ້າຍນ້ອງທະຫານຫວຽດນາມໃນສະໄໝການຕໍ່ສູ້ດຸເດືອດທີ່ສຸດຢູ່ເຂດພູຫຼວງ ໃນຊຸມປີໃກ້ຈະປົດປ່ອຍທົ່ວປະເທດເຮົາບໍ?. ແມ່ເຖົ້າບຸນລາຄິດໜ້ອຍໜຶ່ງແລ້ວຕອບວ່າ: ກໍມີຫຼາຍຄົນຢູ່, ແຕ່ແມ່ຮູ້ດີທີ່ສຸດແມ່ນ ນາງ ກັນເຈຍ, ດຽວນີ້ ຄົນມັກເອີ້ນວ່າ ແມ່ແຮັມ ມັນແມ່ນ ຄົນລຶ້ງເຄີຍ ແລະ ຮ່ວມເຄື່ອນໄຫວວຽກງານນໍາພວກແມ່ນີ້ເອງŽ. ຈາກນັ້ນ ແມ່ເຖົ້າບຸນລາກໍເລົ່າລາຍລະອຽດເລື່ອງ ນາງກັນເຈຍ ວ່າ: ແມ່ແຮັມ ແມ່ນຊື່ທີ່ເອີ້ນນໍາລູກສາວກົກຂອງ ນາງ ກັນເຈຍ,

ຊົນເຜົ່າ ອາລັກ, ເກີດຢູ່ບ້ານໂມ ເມືອງວຽງທອງ ແຂວງ ຕາເວັນອອກ ຊຶ່ງແມ່ນແຂວງເຊກອງໃນປັດຈຸບັນ. ບ້ານໂມຕັ້ງຢູ່ເຈີ້ຍພູຫຼວງເບື້ອງລາວ ຫຼື ເບື້ອງຕາເວັນຕົກ, ເປັນເຂດທີ່ມີເສັ້ນທາງໂຮ່ຈິມິນ ຂອງຫວຽດນາມມາຜ່ານໃນປາງສົງຄາມ. ຜົວຂອງນາງ ກັນເຈຍ ເປັນທະຫານສັງກັດຢູ່ກອງໜຶ່ງ ຂອງກອງທັບປົດປ່ອຍປະຊາຊົນລາວ, ປະຈໍາຢູ່ເຂດສາຍພູຫຼວງ ເຮັດໜ້າທີ່ຊ່ວຍເຫຼືອກອງທະຫານ ພາກເໜືອຫວຽດນາມປ້ອງກັນເສັ້ນທາງລົງໄປພາກໃຕ້ຫວຽດນາມ. ຍ້ອນຫວຽດນາມ ຍັງເປັນເຂດຄວບຄຸມຂອງຝ່າຍສັດຕູ, ທາງການຂອງຝ່າຍປະຕິວັດລາວຈຶ່ງໄດ້ໃຫ້ຫວຽດນາມຢືມດິນລາວ ເບື້ອງຕາເວັນຕົກຂອງສັນພູຫຼວງທີ່ຍາວຢຽດແຕ່ເໜືອຮອດໃຕ້ເປັນເສັ້ນທາງເຄື່ອນທັບຂອງທະຫານພາກເໜືອຫວຽດນາມໄປຕໍ່ສູ້ ແລະ ກຽມປົດປ່ອຍພາກໃຕ້ຫວຽດນາມ. ຍ້ອນແນວນັ້ນ, ທະຫານຫຼວງ, ທະຫານທ້ອງຖິ່ນ, ກອງຫຼອນຂອງລາວເຮົາ ແລະ ປະຊາຊົນບ້ານໂມ ແລະ ບ້ານອື່ນໆຢູ່ພາກໃຕ້ລາວ ຈຶ່ງໄດ້ຊ່ວຍທະຫານຫວຽດນາມຕີຕ້ານສັດຕູ ແລະ ປ້ອງກັນເສັ້ນທາງໂຮ່ຈິມິນ ແລະ ສ້ອມແປງເສັ້ນທາງ, ຂົວຕ່າງໆທີ່ຖືກເຮືອບິນອາເມລິກາຍິງທໍາລາຍຕະຫຼອດເວລາຫຼາຍປີ. ນາງກັນເຈຍ ກໍແມ່ນຜູ້ໜຶ່ງໃນຈໍານວນຍິງໜຸ່ມຊາຍສະກັນຂອງບ້ານແຖບນັ້ນ ເຮັດໜ້າທີ່ເຫຼົ່ານັ້ນŽ.ເຮົາເອີ້ນວ່າບ້ານນັ້ນບ້ານນີ້ ແຕ່ຕົວຈິງເວລານັ້ນບໍ່ມີບ້ານມີເຮືອນ, ບ້ານທັງໝົດຢູ່ລຸ້ງ ຢູ່ປ່າຕາມຫ້ວຍຮ່ອງພູຜາ ເພື່ອລີ້ເຮືອບິນສັດຕູຍິງທໍາລາຍ.

       ມາເຖິງຕົ້ນປີ 1970 ນາງ ກັນເຈຍ ມີອາຍຸປະມານ 25 ປີ ນາງຖືພາ ແລະ ເກີດລູກຜູ້ທໍາອິດ ຈຶ່ງໄດ້ພັກວຽກມາຢູ່ນໍາພໍ່ແມ່ຄອບຄົວຢູ່ລຸ້ງແຫ່ງໜຶ່ງຊຶ່ງຕັ້ງຢູ່ບໍ່ຫ່າງໄກປານໃດຈາກຄ້າຍຂອງ ກອງທະຫານຫວຽດນາມກອງໜຶ່ງ. ໄທບ້ານ ແລະ ທະຫານຫວຽດນາມໝັ່ນໄປມາຫາສູ່ກັນ ແລະ ລຶ້ງເຄີຍກັນ, ແຕ່ມາດຽວນີ້ນາງ ກັນເຈຍ ບໍ່ຈື່ຊື່ເຂົາເຈົ້າ, ລາວຈື່ແຕ່ຊື່ ອົງຄັຽດ ຜູ້ເປັນຫົວໜ້າ ກອງທະຫານຫວຽດນາມ.

       ມື້ໜຶ່ງ ໃນຂະນະທີ່ ນາງ ກັນເຈຍ ຍັງໂສກເສົ້າຫງ່ວມເຫງົາ ຍ້ອນໄດ້ຂ່າວວ່າຜົວຂອງລາວຫາກໍເສຍສະຫຼະຊີວິດຢູ່ສະໜາມຮົບ, ນາງນັ່ງອູ້ມລູກຢູ່ໃຕ້ຕູບ ກໍເຫັນທະຫານຫວຽດນາມ 2 ຄົນ ຍ່າງມາຫາ ຜູ້ໜຶ່ງໃນນັ້ນ ແມ່ນອົງຄັຽດ. ຍໍມືນົບ ແລະ ທັກທາຍເອື້ອຍນຶກ ແລະ ນາງ ກັນເຈຍ ຈາກນັ້ນ, ອົງຄັຽດ ເວົ້າວ່າ: ດຽວນີ້ມີອ້າຍນ້ອງຜູ້ໜຶ່ງໃນກອງຂອງພວກເຮົາເປັນໄຂ້ ແລະ ປ່ວຍໂຊໜັກມາຫຼາຍ ມື້ແລ້ວ, ພວກເຮົາຢາກມາຂໍຄວາມຊ່ວຍເຫຼືອຈາກພໍ່ແມ່ເອື້ອຍນ້ອງໃນຄອບຄົວນີ້Ž

    ກັນເຈຍ ແລະ ທຸກຄົນໃນຄອບຄົວໄດ້ຍິນແນວນັ້ນ ຕ່າງກໍມີສີໜ້າຕື່ນຕົກໃຈ ແລະ ພ້ອມກັນເວົ້າວ່າ: ອ້າຍນ້ອງເວົ້າມາໂລດຈະໃຫ້ພວກເຮົາຊ່ວຍເຫຼືອແນວໃດ ພວກເຮົາກໍຍິນດີທີ່ຈະຊ່ວຍŽຄົນເຈັບ ອ່ອນເພຍຫຼາຍແລ້ວ ຍ້ອນບໍ່ໄດ້ກິນອາຫານທີ່ມີທາດບໍາລຸງດີ, ອ້າຍນ້ອງໝົດກອງພວກເຮົາຂາດເຂົ້າກິນ ແລະ ຂາດນໍ້ານົມ, ນໍ້າຕານ ຍ້ອນເຮືອບິນຍິງສາງສະບຽງອາຫານຂອງກອງພັນ, ພວກ ເຮົາຈໍາຕ້ອງກິນຜັກ, ກິນມັນໃນປ່າມາຫຼາຍມື້ແລ້ວŽ ອົງຄັຽດເວົ້າ.ຄັນຊັ້ນພວກເຮົາຈະແບ່ງເອົາເຂົ້າຂອງພວກເຮົາໃຫ້ອ້າຍນ້ອງໄປຕົ້ມໃຫ້ຄົນເຈັບກິນ ແມ່ຂອງກັນເຈຍເວົ້າບໍ່ແມ່ນຈັ່ງຊັ້ນ, ຄົນເຈັບກໍຄົງຈະເສຍຊີວິດໃນໄວໆນີ້ ຫາກບໍ່ໄດ້ກິນອາຫານທີ່ບໍາລຸງດີ ຄືນໍ້ານົມຂອງແມ່ທີ່ເກີດລູກໃໝ່Žອົງຄັຽດເວົ້າທັງແນມເບິ່ງກັນເຈຍ ທີ່ພວມນັ່ງອູ້ມລູກກິນນົມຢູ່.

       ກັນເຈຍ ເວົ້າວ່າ: ໂອຍ, ຄັນນໍ້ານົມນ້ອງຊ່ວຍໃຫ້ເຂົາແຂງແຮງຂຶ້ນນ້ອງກໍດີໃຈເອົາໃຫ້ກິນŽເອົານໍ້ານົມນ້ອງໄປໃຫ້ຄົນເຈັບກິນແລ້ວ, ນ້ອງຈະມີນໍ້ານົມພໍໃຫ້ລູກຂອງນ້ອງກິນບໍ?Ž ບໍ່ເປັນຫຍັງ, ນໍ້ານົມຂອງນ້ອງຫຼາຍຢູ່ ຖ້າເອົາໃຫ້ຄົນເຈັບກິນແລ້ວ ຊາມຊານໍ້ານົມມາອີກ ນ້ອງຈະຫຍໍ້າເຂົ້າປ້ອນລູກກ່ອນກໍໄດ້Ž  ພໍອົງຄັຽດ ແລະ ໝູ່ຫັນຫຼັງກັບເມືອ, ກັນເຈຍ ຮີບກິນນໍ້າຮ້ອນ ເພື່ອໃຫ້ມີນໍ້ານົມ ຫຼາຍກວ່າເກົ່າ ແລ້ວລາວກໍຍື່ນລູກໃຫ້ເອື້ອຍນຶກອູ້ມ, ຈາກນັ້ນ ກໍລອງບີບນໍ້ານົມໃສ່ຈອກທີ່ເຮັດດ້ວຍບັ້ງໄມ້ໄຜ່. ຄາວໜຶ່ງ ກັນເຈຍກໍເຫັນອົງຄັຽດກັບມາ, ຕາມຫຼັງເຂົາມີທະຫານ 2 ຄົນ ຫາມຄົນເຈັບມາ.

       ໃນຂະນະທີ່ທະຫານວາງຫາມຄົນເຈັບລົງຟາກພື້ນຕູບ ອົງຄັຽດ ເວົ້າວ່າ: ພວກເຮົາເອົາຄົນເຈັບມານີ້ ຍ້ອນຢາກໃຫ້ເຂົາໄດ້ກິນນໍ້ານົມທີ່ຍັງອຸ່ນໆຢູ່Ž  ກັນເຈຍ ແນມເຫັນໜ້າຄົນເຈັບທີ່ເຫຼືອງຫຼ່າ ແລະ ຈ່ອຍໂວກ, ຕາຫຼັບ, ບໍ່ຕີງ ເມື່ອໝູ່ເຂົາເອົານໍ້ານົມຖອກໃສ່ປາກ ແລະ ເອີ້ນບອກເຂົາກິນ, ເຂົາຄືຈັ່ງພະຍາຍາມມືນຕາ ແຕ່ກໍ່ມືນບໍ່ຂຶ້ນ. ເມື່ອໃຫ້ກິນນໍ້ານົມໝົດຈອກແລ້ວ ອ້າຍນ້ອງທະຫານກໍຫາມຄົນ ເຈັບກັບເມືອ.  ສ່ວນກັນເຈຍ ກໍດີໃຈທີ່ເຫັນນໍ້ານົມຂອງຕົນມີຄ່າສໍາລັບອ້າຍນ້ອງເພື່ອນ, ລາວຮີບເລັ່ງກິນນໍ້າຮ້ອນທີ່ຕົ້ມຮາກໄມ້ສໍາລັບແມ່ກໍາໃຫ້ມີນໍ້ານົມຫຼາຍ, ເພື່ອໃຫ້ນົມຕື່ງຄືນໄວກ່ອນທີ່ລູກ

ນ້ອຍຂອງລາວຈະໄຫ້ກິນນົມອີກ. ຕໍ່ນັ້ນມາ ອ້າຍນ້ອງເພື່ອນ ກໍຫາມຄົນເຈັບມາກິນນໍ້ານົມຢູ່ຕູບ ກັນເຈຍ ມື້ລະສອງຄາບເຊົ້າ ແລະ ແລງ ຕໍ່ເນື່ອງກັນເຖິງສາມມື້,ມື້ທີສາມຄົນເຈັບນັ່ງເທີ້ງແຫງ້ນ ຈອກນໍ້ານົມເອງໄດ້.

       ຮອດມື້ທີສີ່ ກັນເຈຍ ບໍ່ເຫັນອ້າຍນ້ອງເພື່ອນພາຄົນເຈັບມາກິນນົມອີກ, ນາງຮູ້ວ່າເຂົາເຈົ້າປະຕິບັດຕາມຄໍາຄອບຂອງເຂົາເຈົ້າແຕ່ມື້ວານນີ້.

       ສິບປາຍມື້ຕໍ່ມາ, ກັນເຈຍ ເຫັນຄົນເຈັບຍ່າງມາຫາຕູບຂອງນາງດ້ວຍຕົນເອງ, ດ້ວຍທ່າທາງທີ່ແຂງແຮງ ເຂົາມາຂອບໃຈ ກັນເຈຍ ແລະ ຄອບນາງໄປສະໜາມຮົບແນວໜ້າ.ຕໍ່ຈາກນັ້ນມາພູຜາປ່າ ດົງຫ້ວຍຮ່ອງແຖບເຊກອງ ແລະ ແຂວງອື່ນໆຢູ່ພາກໃຕ້ລາວເຮົາຖືກເຮືອບິນທຸກຊະນິດລວມທັງເຮືອບິນເບ 52 ຂອງສັດຕູຍິງທໍາລາຍ, ເຜົາຜານດ້ວຍລະເບີດ ແລະ ຢາພິດເຄມີຢ່າງຮ້າຍແຮງຕະຫຼອດ ທັງເວັນທັງຄືນເປັນເວລາສາມສີ່ປີອີກເຮັດໃຫ້ທະຫານທັງລາວ ແລະ ຫວຽດນາມ ພ້ອມດ້ວຍປະຊາຊົນຊາວບ້ານລົ້ມຕາຍທຸກມື້ຢ່າງນັບບໍ່ຖ້ວນ; ສັດປ່າ, ສັດລ້ຽງກໍຖືກດັບສູນ, ຕົ້ນໄມ້ໃບຫຍ້າຖືກລວກ ລົນຈົນເປີດແປນເປັນຍ່ານໆ, ເຮັດໃຫ້ຄອບຄົວ ກັນເຈຍ ແລະ ໄທບ້ານໃນລຸ້ງ ແຕ່ລະແຫ່ງທີ່ລອດຕາຍກໍຕ້ອງຍົກຍ້າຍໄປມາເພື່ອລີ້ໄພ. ດັ່ງນັ້ນ, ກັນເຈຍ ແລະ ຄອບຄົວກໍບໍ່ມີໂອກາດ ໄດ້ພົບທະຫານ ທີ່ເຈັບປ່ວຍຜູ້ນັ້ນ ແລະ ອ້າຍນ້ອງໃນກອງຂອງອົງຄັຽດອີກ.

       ໃນໄລຍະເວລາສົງຄາມຮຸນແຮງນັ້ນ ກັນເຈຍ ກໍໄດ້ສ້າງຄອບຄົວໃໝ່  ແລະ ມີລູກອີກ 12 ຄົນ ລວມເປັນ 13 ກັບລູກຜົວເກົ່າ,ແຕ່ 10 ຄົນ ທະຍອຍກັນເສຍຊີວິດຍ້ອນອຶດຢາກຂາດເຂີນ ແລະ ອາຍພິດເຄມີຂອງສັດຕູ. ຫຼັງຈາກປະເທດລາວ ແລະ ຫວຽດນາມ ໄດ້ຮັບການປົດປ່ອຍໃນປີ 1975 ທະຫານຫວຽດນາມກັບຄືນປະເທດໝົດແລ້ວ, ກັນເຈຍ ແລະ ຄອບຄົວໄດ້ໄປຕັ້ງພື້ນຖານຢູ່ບ້ານເກົ່າ ບ້ານໂມŽມື້ໜຶ່ງກັນເຈຍໄດ້ຮັບຈົດໝາຍມາຈາກຫວຽດນາມ, ທ້າຍຈົດໝາຍລົງນາມທະຫານຫວຽດນາມທີ່ເຄີຍໄດ້ກິນນໍ້ານົມຂອງຕົນ ເມື່ອຟັງຄົນອ່ານ ແລະ ແປເນື້ອໃນຈົດໝາຍນີ້ ທີ່ກ່າວເຖິງຄວາມ ຄິດຮອດຄິດເຖິງ, ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຍິ່ງທີ່ ກັນເຈຍ ໄດ້ໃຫ້ນໍ້ານົມຊ່ວຍຊີວິດເຂົາໄວ້ຄັ້ງນັ້ນ ນໍ້າຕາກັນເຈຍຊຶມອອກດ້ວຍຄວາມຄິດເຖິງ ແຕ່ນັ້ນມາເຖິງປັດຈຸບັນ  ກັນເຈຍ ບໍ່ໄດ້ຮັບຂ່າວ ທະຫານຜູ້ນັ້ນອີກເລີຍ.

                                                                                                                                                                                                                                                    ບັນທຶກໂດຍ: ຜິວລາວັນ ຫຼວງວັນນາ