ບໍ່ຢາກໃຫ້ແມ່ໃຊ້ຄວາມຮຸນແຮງແກ້ໄຂບັນຫາ

          ສະບາຍດີເອື້ອຍສະຫງວນ ຄິດທີ່ເຄົາລົບ ແລະ ນັບຖື!

          ນ້ອງ ມີນາມສົມມຸດວ່າ ນ ປັດ ຈຸບັນເປັນນັກສຶກສາ ພັກເຊົາຢູ່ເຮືອນ ນ້າສາວ ຊື່ ລ.  ນ້ອງຕິດຕາມອ່ານໜັງສືພິມແມ່ຍິງລາວ ມາໂດຍຕະຫຼອດໂດຍສະເພາະແມ່ນຄໍລຳບັນຫາໃນຊີວິດ ທີ່ຊ່ວຍໃຫ້ຄຳແນະນຳ ແລະ ຊອກ ຫາທາງອອກໃຫ້ຜູ້ທີ່ມາຂໍຄຳປຶກສາ ໄດ້ດີທີ່ສຸດ. ບັນຫາທີ່ນ້ອງຈະເລົ່າໃຫ້ເອື້ອຍຟັງຕໍ່ໄປນີ້ເປັນເຫດການທີ່ເກີດຂຶ້ນເປັນປະຈຳກັບຄອບຄົວທີ່ ນ້ອງອາໄສຢູ່ ຊຶ່ງເຮັດໃຫ້ນ້ອງ ທົນບໍ່ໄດ້ກັບ ການກະທຳຂອງຜູ້ເປັນແມ່ທີ່ມີຕໍ່ລູກ ນ້ອຍຂອງຕົນ.

          ນ້າ ລ ມີອາຊີບຄ້າຂາຍ, ມີ ລູກ 3 ຄົນ, ລູກຊາຍກົກ ອາຍຸ 9 ປີ ລູກສາວກາງ 6 ປີ ແລະ ລູກສາວຫຼ້າ 4 ປີ ເນື່ອງຈາກວ່າ ເດັກນ້ອຍທັງສາມ ເປັນຄົນອ່າວດື້ຕາມພາສາເດັກນ້ອຍທົ່ວໄປທີ່ກຳລັງຊອກຮູ້, ຊອກເຫັນສິ່ງໃໝ່ໆຢູ່ຕະຫຼອດເວລາ ບວກກັບນິດໄສ ຂອງແມ່ທີ່ເປັນຄົນໃຈຮ້ອນ, ຍາມອາລົມດີກໍດີຈົນໜ້າຕົກໃຈ,ຍາມຢາກຮ້າຍກໍເປັນຕາຢ້ານຈົນບໍ່ກ້າເຂົ້າໃກ້.  ນ້າ ລ ມັກຮ້າຍດ່າດ້ວຍ ຄຳເວົ້າຫຍາບຄາຍ ແລະ ຕົບຕີລູກ ໂດຍສະເພາະ ເວລາທີ່ຜູ້ເປັນຜົວອອກໄປຊຸມແຊວ ຫາກລູກເຮັດຫຍັງຜິດໃຈ ບໍ່ວ່າຈະເປັນ ເລື່ອງນ້ອຍ ຫຼື ເລື່ອງໃຫຍ່ ກໍຈະລົງ ໂທດດ້ວຍການຕົບຕີເບິ່ງຄືວ່າໃຊ້ລູກ ເປັນບ່ອນລະບາຍອາລົມ ຄວາມໂມ ໂຫໂທໂສຂອງຕົນ ເປັນຕົ້ນ ລູກຊາຍ ກົກແມ່ນຖືກຮ້າຍດ່າ, ຕົບຕີ ເປັນປະຈຳ, ຊຶ່ງມີຫຼາຍຄັ້ງທີ່ການກະທຳຂອງ ນ້າ ລ ເຮັດໃຫ້ສະມາຊິກໃນຄອບ ຄົວບໍ່ພໍໃຈ ແຕ່ກໍເວົ້າຫຍັງບໍ່ໄດ້. ເມື່ອເຂົ້າໄປຫ້າມກໍຍິ່ງເປັນການເພີ່ມໄຟໃນໃຈ ຂອງລາວໃຫ້ລຸກລາມຍິ່ງຂຶ້ນກວ່າເກົ່າ ພ້ອມທັງຕອບ ກັບຄືນມາວ່າ: ຂ້ອຍຕີກະສິເປັນຫຍັງມັນເປັນລູກຂອງຂ້ອຍ ໃນເມື່ອເວົ້າດີມັນບໍ່ມັກ ຂ້ອຍຈະຕີໃຫ້ມັນຫຼາບມັນຈື່ມື້ໜ້າຫາກຍັງເຮັດ ອີກຈະຕີໃຫ້ໜັກກວ່ານີ້Ž ເມື່ອໄດ້ຍິນຄຳເວົ້າແບບນີ້ທຸກຄັ້ງຈຶ່ງບໍ່ມີໃຜກ້າໄປຫ້າມ, ສະນັ້ນ ເມື່ອເຫັນການໃຊ້ຄວາມຮຸນແຮງຂອງນ້າ ລ ຕໍ່ລູກຂອງລາວ ແລ້ວ ເຖິງນ້ອງຈະສົງສານຫຼານພຽງໃດກໍຕາມແຕ່ຄົນນອກຄືຈັ່ງນ້ອງ ກໍ ບໍ່ສາມາດຊ່ວຍຫຍັງຫຼານໄດ້ ນອກ ຈາກການອົບຮົມສັ່ງສອນ ແລະ ຕັກ ເຕືອນໃນເວລາທີ່ເຫັນຫຼານເຮັດຜິດ ເພາະບໍ່ຢາກໃຫ້ຄວາມດື້ຂອງຫຼານໄປເຮັດໃຫ້ແມ່ໃຊ້ເປັນ ເຫດຜົນທຸບຕີ,ທຳຮ້າຍຮ່າງກາຍໄປຫຼາຍກວ່ານີ້. ຕາມ ທີ່ນ້ອງສັງເກດພຶດຕິກຳຂອງຫຼານ ແລ້ວ ການຕົບຕີເພື່ອໃຫ້ເດັກນ້ອຍ ຫຼາບຈື່ ກໍບໍ່ແມ່ນທາງອອກທີ່ເໝາະສົມສະເໝີໄປເພາະການໃຊ້ຄວາມຮຸນ ແຮງໃນການແກ້ໄຂບັນຫາອາດຈະ ເຮັດໃຫ້ເດັກກາຍເປັນຄົນທີ່ມີ ພຶດຕິກຳແຂງກະດ້າງ, ບໍ່ຮູ້ໃຫ້ກຽດຄົນອື່ນ ແລະ ບໍ່ຢ້ານກົວຕໍ່ການຖືກຕົບຕີ. ສະນັ້ນ ຕໍ່ກັບບັນຫາດັ່ງກ່າວ ນ້ອງຈ່ຶງຂໍ ຖາມເອື້້ອຍ ວ່າ: 

  1. ການກະທຳຂອງນ້າ ລ ຜິດ ຕໍ່ລະບຽບກົດໝາຍ ຫຼື ບໍ່?

          2.ເມື່ອເຫັນການກະທຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ ແລະ ຈິດໃຈຂອງເດັກ ແຕ່ເຮົາເປັນຄົນນອກ ຈະມີວີທີຊ່ວຍ ເຂົາເຈົ້າໄດ້ຄືແນວໃດ?

ຈາກ: ນ້ອງ ນ

          ນ້ອງ ນ ທີ່ຮັກແພງ ! ອ່ານຈົດໝາຍຂອງນ້ອງແລ້ວ ພາໃຫ້ເອື້ອຍຮູ້ສຶກເປັນຫ່ວງເປັນໃຍ ຕໍ່ຄວາມຮັກ ແລະ ວິທີການສຶກ ສາອົບຮົມ ຫຼື ສັ່ງສອນລູກຂອງ ນາງ ລ ຫຼາຍທີ່ສຸດເພາະຍັງລ້ຽງລູກດ້ວຍການລະບາຍອາລົມ ຄຽງຄູ່ກັບການລົງໂທດ ເພື່ອໃຫ້ລູກຢ້ານ ກົວ ເປັນຕົ້ນຕໍ ຊຶ່ງຈະເຮັດໃຫ້ລູກຂາດຄວາມເຄົາລົບນັບ ຖື, ເກີດມີປົມດ້ອຍ,  ຊອກຫາວິທີຕອບໂຕ້ ແລະ ຮຽນແບບເອົານິດໄສການ ມັກໃຊ້ຄວາມຮຸນແຮງແກ້ໄຂບັນຫາ  ສິ່ງທີ່ຄວນລະມັດລະວັງທີ່ສຸດກໍຄືເດັກ ຈະຫັນໄປເພິ່ງພາໝູ່ຄູ່ທີ່ຂາດປະສົບການຊີວິດແລ້ວຖືເອົາ ເປັນ ສາເຫດໜຶ່ງ ກ້າວໄປສູ່ປະກົດການຫຍໍ້ທໍ້ໄດ້ງ່າຍຂຶ້ນ.

          ນ້ອງເອີຍ ! ມີລູກຄົນໃດແດ່ນໍ້ ທີ່ບໍ່ມັກໃຫ້ແມ່ເວົ້າດີນຳ ? ເອື້ອຍຍັງເຊື່ອຢ່າງບໍລິສຸດໃຈວ່າ ເດັກທຸກຄົນປາຖະໜາຢາກ ໃຫ້ແມ່ເວົ້າ ຫຼ້າເວົ້າຄຳ, ໃຫ້ແມ່ອຸ້ມ, ແມ່ກອດ, ຢາກໄດ້ຍິນສຽງຫວານໆ ແລະ ການເຍົ້າອອຍ ແບບຍົກເຫດຍົກຜົນຢ່າງຖະນຸຖະ ໜອມຄືເປັນລູກຫຼ້າຄຳແພງ, ເປັນເດັກ ຄຳຮູ້ຂອງແມ່ ແລະ ອື່ນໆ ໂດຍການ ແນະນຳ, ຊີ້ແຈງ, ອະທິບາຍ ທີ່ພາໃຫ້ ລູກເກີດຄວາມຜູກພັນ ອັນອົບອຸ່ນ, ຄວາມເຫັນອົກເຫັນໃຈທີ່ພາໃຫ້ຮູ້ສຶກ ເປັນສຸກ, ການໃກ້ຊິດຕິດແທດ ແລະ ເຂົ້າໃຈລູກແທ້ໆ.

          ສຳລັບຜູ້ເປັນລູກ ກໍຄືສະມາ ຊິກໃນຄອບຄົວ ຕ້ອງພະຍາຍາມເຫັນ ໃຈ, ເຂົ້າໃຈ ຈຸດພິເສດທາງດ້ານອາ ລົມອັນແປປວນ ຫຼື ຂຶ້ນໆລົງໆຂອງຜູ້ເປັນແມ່ໃຫ້ຫຼາຍຂຶ້ນຕື່ມ ຊຶ່ງບາງເທື່ອ ກໍມາຈາກເລື່ອງສຸຂະພາບ, ການດຳລົງຊີວິດ ແລະ ການປັບປ່ຽນສະພາບ ແວດລ້ອມອ້ອມຂ້າງອື່ນໆ ໂດຍການ ເອົາໃຈໃສ່ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ ຫຼອມຕົນເອງໃຫ້ເປັນຄົນຄຳຮູ້, ຮຽນ ເກັ່ງ,  ໜ້າຮັກ,  ຊ່ວຍເຫຼືອແບ່ງເບົາວຽກ ເຮືອນການຊານໃຫ້ແມ່ໄດ້ຫາຍໃຈແດ່ ເປັນຕົ້ນ: ການອະນາໄມມ້ຽນມັດ ເຮືອນຊານ, ໜຶ້ງເຂົ້າ, ລ້າງຖ້ວຍ, ຊັກເຄື່ອງ, ຫົດນຳ້ຕົ້ນໄມ້‚ ເປັນລູກກະຕັນຍູຮູ້ບຸນຄຸນ, ບອກສອນງ່າຍ, ເວົ້າຟັງຄວາມ ແລະ ບໍ່ຂີ້ດື້, ບໍ່ສ້າງບັນຫາ ຫຼື ເຮັດໃຫ້ແມ່ ລຳບາກໃຈນຳ ຈົນບໍ່ສາມາດຄວບຄຸມອາລົມ ຫຼື ສະ ພາບຈິດໃຈໄດ້. ສ່ວນຄຳຖາມຂອງນ້ອງ ເອື້ອຍຂໍແລກປ່ຽນນຳດັ່ງນີ້:

  1. ການກະທຳຂອງນາງ ລ ຜິດຕໍ່ລະບຽບກົດໝາຍ ຫຼືບໍ່ ?

          ນ້ອງ ເອີຍ! ການກະທຳຂອງ ນາງ  ລ  ຖືເປັນ ການໃຊ້ຄວາມຮຸນແຮງ, ຕໍ່ເດັກ ຊຶ່ງສ້າງ ຄວາມເສຍຫາຍຕໍ່ສຸຂະ ພາບຂອງ ເດັກ ເປັນຕົ້ນ: ການຕົບ, ຕີ, ຮ້າຍດ່າ, ຂົ່ມຂູ່, ຖືເປັນການກະທຳທີ່ ລະເມີດກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນ ແຮງ ຕໍ່ແມ່ຍິງ ແລະ ເດັກ. ເຊິ່ງລູກຂອງນາງ ລ ແມ່ນມີສິດອັນຊອບທຳທີ່ຈະໄດ້ຮັບ ການປ້ອງກັນ ຫຼື ກັນ ບໍ່ໃຫ້ຖືກຕົບ-ຕີ,  ຮ້າຍດ່າ, ຂົ່ມຂູ່ ດ້ວຍຄຳຫຍາບຄາຍ ກໍຄືການໄດ້ຮັບການປົກປ້ອງ  ເພື່ອໃຫ້ ຢຸດເຊົາການໃຊ້ຄວາມຮຸນແຮງ, ໃຫ້ການ ຊ່ວຍເຫຼືອ ແລະ ແກ້ໄຂຕາມກົດໝາຍ ແລະ ລະບຽບການ. ສະນັ້ນແລ້ວ ອີງ ຕາມມາດຕາ 2,  10, 13, 14 ແລະ ຂໍ້ 1,2,3,7,10 ໃນມາດຕາ 17 ແລ້ວ ນາງ ລ ແມ່ນມີຄວາມຜິດຕໍ່ ລະບຽບກົດໝາຍ. ສ່ວນນ້ອງທີ່ເຫັນເຫດການ ແຕ່ບໍ່ສະ ແດງຄວາມຮັບຜິດຊອບ ກໍມີຄວາມຜິດ ໃນມາດຕາ 25 ຍ້ອນບໍ່ໄດ້ສຶກສາອົບຮົມຕັກເຕືອນສະມາຊິກອື່ນໃນຄອບຄົວ ແລະ ບໍ່ໄດ້ຕ້ານທຸກພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງໃນຄອບຄົວ ກໍຄືມາດຕາ 26, 27 ທີ່ບໍ່ໄດ້ເຂົ້າໄປປົກ ປ້ອງ-ປ້ອງກັນການໃຊ້ຄວາມຮຸນແຮງ ຕໍ່ເດັກ, ລວມທັງບໍ່ປັບປ່ຽນພຶດຕິກຳ ແລະ ຢຸດຕິ ການກະທຳຂອງ ນາງ ລ ແລະ ມາດຕາ 29 ບໍ່ ແຈ້ງ ຫຼື ລາຍງານ ເຫດການ.

  1. ເມື່ອເຫັນການກະທຳທີ່ເປັນ ການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ ແລະ ຈິດໃຈຂອງເດັກ ແຕ່ເຮົາເປັນຄົນນອກ ຈະມີວິທີຊ່ວຍ ເຂົາເຈົ້າໄດ້ແນວໃດ ?

          ອີງຕາມມາດຕາ 25 ຂອງກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດ ກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກແລ້ວ ເຮົາເປັນຄົນນອກ ຫຼື ສະມາຊິກໃນຄອບຄົວ ຄວນມີວິທີຊ່ວຍ ດ້ວຍການສຶກສາອົບຮົມ, ຕັກເຕືອນ ນາງ ລໃຫ້ເຄົາລົບສິດຂອງລູກ, ຕ້ານທຸກພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ສັງຄົມ; ພ້ອມກັນ ນັ້ນ, ກໍສົ່ງເສີມແມ່ຍິງ ແລະ ເດັກໃນ ຄອບຄົວ ໃຫ້ມີການພັດທະນາຢ່າງຮອບດ້ານ; ສຳລັບມາດຕາ 26, 27 ແມ່ນມີຄວາມຮັບຜິດຊອບ ແລະ ເປັນ ເຈົ້າການເຂົ້າຮ່ວມໃນການປ້ອງ ກັນການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໂດຍບໍ່ໃຫ້ເອົາຄວາມເຊື່ອຖື ແລະ ຮີດຄອງປະເພນີ ເປັນສິ່ງກົດໜ່ວງຕົນເອງ; ສິ່ງສຳຄັນແມ່ນ ຄວນປັບປ່ຽນພຶດຕິກຳ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ມີທັດສະນະຄະຕິທີ່ດີ, ເຄົາລົບສິດທິເດັກ, ຮັບຮູ້  ແລະ  ປະຕິບັດພັນ ທະຂອງຕົນ ເພື່ອໃຫ້ເດັກໄດ້ໃຊ້ສິດໃນການຢູ່ລອດ, ການປົກປ້ອງບໍ່ໃຫ້ເອົາຄວາມເຊື່ອຖື ແລະ ຮີດຄອງປະເພນີ ເປັນຂໍ້ອ້າງເພື່ອ ໃຊ້ ຄວາມຮຸນແຮງກັບລູກ. ຕ້ອງປະກອບສ່ວນໃນການໂຄສະນາ, ຊວນເຊື່ອ, ສ້າງສະຕິໃນການຕ້ານ ແລະ ສະກັດກັ້ນການໃຊ້ຄວາມ ຮຸນແຮງຕໍ່ເດັກ. ພ້ອມດຽວກັນນັ້ນ, ກໍຕ້ອງເອົາໃຈໃສ່ປະຕິບັດພັນທະຕາມມາດຕາ 29 ດ້ວຍການແຈ້ງ ຫຼື ລາຍງານເຫດ ການໃຫ້ ອົງການປົກຄອງບ້ານ, ການຈັດຕັ້ງບ່ອນເກີດເຫດ (ການຈັດຕັ້ງຂອງຕົນ), ສະຫະພັນແມ່ຍິງ, ຕາໜ່າງ ຫຼື ຄະນະກຳມະການປົກ ປ້ອງ ແລະ ຊ່ວຍເຫຼືອເດັກ ຫຼື ເຈົ້າໜ້າທີ່ຕຳຫຼວດໃນທັນທີ ແລະ ທັນການ.  ນອກຈາກ ນັ້ນ, ຍັງຕ້ອງໃຊ້ມາດຕະການປົກປ້ອງ ຕາມມາດຕາ 42  ບໍ່ໃຫ້ນາງ ລ ມີເງື່ອນ ໄຂໃຊ້ຄວາມຮຸນແຮງຕໍ່ລູກຕື່ມອີກ; ໃຫ້ນາງ ລ ຢຸດຕິການນາບຂູ່, ກໍ່ກວນ ລູກ ຫຼື ສະມາຊິກ ໃນຄອບຄົວຂອງຜູ້ກ່ຽວ; ຖ້າຈຳເປັນກໍໃຫ້ເຂົ້າບຳບັດ, ກັກຕົວ, ຈັບຕົວ ຫຼື ກັກຂັງຜູ້ໃຊ້ຄວາມຮຸນແຮງ ແລ້ວດຳເນີນຄະດີຕາມກົດໝາຍ.

          ນ້ອງ ນ ທີ່ຮັກແພງ ! ໃນມາດ ຕາ 47 ຍັງໄດ້ກຳນົດການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກ ໃຫ້ດຳເນີນ ດ້ວຍສອງຮູບການ ດັ່ງນີ້: ໜຶ່ງ, ການສຶກ ສາອົບຮົມ, ປະນີປະນອມ ຫຼື ການໄກ່ເກ່ຍ ສອງ, ການດຳເນີນຄະດີ; ສຳລັບການ ໃຊ້ຄວາມຮຸນແຮງທີ່ມີຜົນເສຍຫາຍບໍ່ ຫຼາຍຜູ້ຖືກເຄາະຮ້າຍສາມາດເລືອກເອົາຮູບການແກ້ໄຂໃດໜຶ່ງແຕ່ໃນກໍລະນີມີຜົນເສຍຫາຍຫຼວງຫຼາຍ ຕ້ອງໄດ້ດຳເນີນຄະດີຕໍ່ຜູ້ໃຊ້ ຄວາມ ຮຸນແຮງ ຊຶ່ງໃນຕົວຈິງແລ້ວ ຍັງຕ້ອງດຳເນີນມາດຕາ ອື່ນໆທີ່ກ່ຽວຂ້ອງຄຽງຄູ່ກັນຕື່ມອີກ.

          ອວຍພອນໃຫ້ນ້ອງມີສຸຂະ ພາບແຂງແຮງ, ມີຄວາມສຸກຄວາມຈະເລີນໃນຊີວິດຄອບຄົວ ແລະ ປະສົບ

ຜົນສຳເລັດໃນການສຶກສາຮໍ່າຮຽນ.

                                                         

ຈາກເອື້ອຍສະຫງວນຄິດ