ນ້ອງແມ່ນຜູ້ໜຶ່ງທີ່ຕິດຕາມອ່ານວາລະສານ ສາວລາວ ມາໂດຍຕະຫຼອດ ໂດຍສະເພາະຄໍລຳເພື່ອນໃຈ ເພາະເປັນຊ່ອງທາງ

ໃນການໃຫ້ຄຳປຶກສາ, ແກ້ໄຂບັນຫາທີ່ເໝາະສົມແກ່ຜູ້ທີ່ພົບບັນຫານາໆປະການ ດັ່ງນັ້ນ ນ້ອງຈິ່ງໄດ້ຕັດສິນໃຈຂຽນບັນຫາທີ່ອຸກອັ່ງ

ໃຈນ້ອງ ເພື່ອມາຂໍຄຳປຶກສານຳເອື້ອຍ.

       ນ້ອງມີນາມສົມມຸດວ່າ ຂ ອາຍຸ 20 ປີ ກຳລັງສຶກສາຢູ່ປີທີ 2 ຂອງມະຫາວິທະຍາໄລແຫ່ງຊາດ, ນ້ອງເປັນຄົນຕ່າງແຂວງ, ອາໄສຢູ່

ຫໍພັກ. ນ້ອງເປັນລູກສາວກົກມີນ້ອງສາວ 2 ຄົນ ພໍ່ນ້ອງເສຍຊີວິດຕັ້ງແຕ່ນ້ອງຍັງນ້ອຍ ສ່ວນນ້ອງສາວຄົນໜຶ່ງຮຽນຫາກໍ່ຈົບ ແຕ່ບໍ່ໄດ້ຮຽນຕໍ່ເລີຍ

ແລະ ນ້ອງຜູ້ທີສອງແມ່ນຍັງຮຽນຢູ່.

       ນ້ອງເອງ ໂຊກດີທີ່ໄດ້ຮັບທຶນການສຶກສາມາຮຽນຕໍ່ ແລະ ເພິ່ນກໍ່ມີຫໍພັກໃຫ້ພັກເຊົາ ເມື່ອທຽບໃສ່ຄົນອື່ນແລ້ວ ນ້ອງໂຊກດີ

ຫຼາຍທີ່ບໍ່ໄດ້ຈ່າຍຄ່າຮຽນ. ການທີ່ມາເປັນນັກສຶກສາ ແລະ ໃຊ້ຊີວິດຢູ່ຫໍພັກກໍ່ມີຫຼາຍອັນຂາດໆເຂີນໆ ຄ່າໃຊ້ຈ່າຍໃນການຮຽນກໍ່ຫຼາຍ

ເປັນຕົ້ນ ການໃຊ້ຈ່າຍໃນຊີວິດປະຈຳວັນ, ຄ່າເອກະສານ‚ ແຕ່ລາຍຮັບພັດບໍ່ມີເລີຍ. ສະນັ້ນ, ນ້ອງຈຶ່ງຕັດສິນໃຈໄປເຮັດວຽກຢູ່ຮ້ານ

ອາຫານແຫ່ງໜຶ່ງ ເພື່ອຫາລາຍໄດ້ເພີ່ມ ໄດ້ 800,000 ກີບ/ເດືອນ ແຕ່ບໍ່ພຽງພໍຕໍ່ການໃຊ້ຈ່າຍຍ້ອນທຽວວຽກໄກແດ່ ນ້ອງຈຶ່ງໄດ້ຕັດສິນ

ໃຈອອກມາຢູ່ຫ້ອງແຖວກັບໝູ່ ເຊິ່ງໃກ້ກັບບ່ອນເຮັດວຽກ ຍ້ອນຫໍພັກທີ່ນ້ອງຢູ່ແມ່ນໄກຈາກບ່ອນເຮັດວຽກຫຼາຍ.

       ນອກຈາກຈະຫາເງິນໃຊ້ຈ່າຍໃນການຮໍ່າຮຽນແລ້ວ ນ້ອງຍັງໄດ້ສົ່ງໃຫ້ແມ່ ແລະ ນ້ອງຢູ່ບ້ານອີກ 2 ຄົນ, ບາງເດືອນນ້ອງມີວຽກບ້ານ

ຫຼາຍໂດຍສະເພາະເສັງກາງພາກ, ນ້ອງຕ້ອງຂາດວຽກບາງມື້ ເພື່ອຄົ້ນຄວ້າບົດຮຽນໃນການສອບເສັງ ເຮັດໃຫ້ເງິນເດືອນນ້ອງຖືກຕັດລົງ

ອີກ ຈຶ່ງເຮັດໃຫ້ນ້ອງບໍ່ໄດ້ຝາກເງິນໄປໃຫ້ແມ່ ແຕ່ແມ່ພັດບໍ່ເຂົ້າໃຈນ້ອງເລີຍ, ເພິ່ນມີແຕ່ຮ້າຍ ແລະ ໃຊ້ອາລົມຮຸນແຮງ, ເວົ້າຮ້າຍໃສ່ນ້ອງວ່າ

ແນວໃດກໍຕ້ອງຝາກເງິນໄປໃຫ້. ບາງຄັ້ງນ້ອງຕ້ອງໄດ້ຢືມເງິນກັບໝູ່ສົ່ງໃຫ້ແມ່. ເມື່ອໝູ່ນ້ອງເຫັນເປັນແນວນັ້ນຈຶ່ງໄດ້ແນະນຳໃຫ້ຕົວະແມ່

ວ່າອອກວຽກແລ້ວລາຍຮັບບໍ່ມີ, ການໃຊ້ຈ່າຍໃນການຮໍ່າຮຽນກໍ່ບໍ່ພຽງພໍ ແຕ່ແມ່ພັດບອກວ່າບໍ່ມີເງິນຈ່າຍຄ່ານ້ຳ, ຄ່າໄຟ, ຄ່າຮຽນນ້ອງ, ຄ່າ

ອາຫານແຕ່ລະມື້ ແມ່ມີລາຍຈ່າຍຫຼາຍ.

       ລົດຈັກທີ່ນ້ອງຂີ່ໄປວຽກແຕ່ລະມື້ແມ່ນນ້ອງດາວນໍາບໍລິສັດ ນ້ອງບໍ່ໄດ້ບອກແມ່ເພາະແມ່ເຄີຍເວົ້າວ່າ ລູກບໍ່ມີປັນຍາຈ່າຍຄ່າ

ດາວລົດດອກແມ່ນແຕ່ເງິນສິຝາກໃຫ້ຍັງບໍ່ມີປັນຍາແລ້ວŽ. ສຸດທ້າຍແມ່ກໍ່ບໍ່ເຊັນຮັບປະກັນເອກະສານດາວລົດໃຫ້ ແຕ່ໂຊກດີມີເອື້ອຍ

ແລະ ອ້າຍຮັກເຮັດວຽກນໍານ້ອງ ພວກເພິ່ນອີ່ຕົນເລີຍເຊັນຮັບປະກັນໃຫ້, ແຕ່ລະເດືອນນ້ອງຕ້ອງໄປຈ່າຍຄ່າດາວລົດ 500,000 ກີບ

ໄລຍະດາວແມ່ນ 3 ປີ ເຊິ່ງປັດຈຸບັນນ້ອງໄດ້ດາວລົດມາ 8 ເດືອນແລ້ວ. ແຕ່ແມ່ກໍ່ໂທມາຂໍເງິນເດືອນໜຶ່ງ 2 ຫາ 3 ຄັ້ງ ບາງໄລຍະ

ນ້ອງຫາເງິນບໍ່ທັນແມ່ກໍ່ຮ້າຍ, ດ່າ. ບາງຄັ້ງແມ່ຍັງເວົ້າວ່າ: ຖ້າບໍ່ມີປັນຍາຝາກເງິນໃຫ້ກໍ່ບໍ່ຕ້ອງມາເອີ້ນວ່າແມ່ອີກŽ ແມ່ເວົ້າໃຫ້ນ້ອງແບບ

ນີ້ຕະຫຼອດທຸກໆຄັ້ງທີ່ໂທມາ.

       ເມື່ອນ້ອງໄດ້ຍິນແນວນີ້ ນ້ອງບໍ່ມີກຳລັງໃຈໃນການຮ່ຳຮຽນ ແລະ ເຮັດວຽກເລີຍ. ນ້ອງຢາກໃຊ້ຊີວິດຄືໝູ່ຄູ່ທົ່ວໄປ ຢາກມີເວລາ

ຕັ້ງໃຈຮຽນໃຫ້ຈົບໄວໆ ມີວຽກທີ່ດີ, ຢາກມີແມ່ໃຫ້ຄໍາປຶກສາໃນເວລາທໍ້ຖອຍ,  ເວລາໂທໄປຫາແມ່ຍາມໃດ ນ້ອງບໍ່ທັນໄດ້ເວົ້າຫຍັງ, ບໍ່ຮູ້

ເລີຍວ່າເພິ່ນກິນຢູ່ແນວໃດ? ພໍແຕ່ແມ່ຮັບສາຍກໍ່ມີແຕ່ຂໍເງິນທຸກຄັ້ງ ບໍ່ເຄີຍຖາມ ຫຼື ສົນໃຈເລີຍວ່າ ລູກເປັນຢູ່ແນວໃດ? ບາງຄັ້ງກໍນ້ອຍ

ໃຈ ແລະ ເກີດຄຳຖາມໃນໃຈໃຫ້ກັບໂຕເອງມາໂດຍຫຼອດວ່າໂຕເອງບໍ່ແມ່ນລູກຂອງແມ່ບໍ່?.

       ດັ່ງນັ້ນ ນ້ອງຈຶ່ງຢາກຖາມອື້ອຍເພື່ອໃຫ້ເອື້ອຍມີຄໍາເຫັນ,ໃຫ້ທິດເຍືອງທາງນ້ອງດັ່ງນີ້:

       1.ຍ້ອນສາເຫດໃດແມ່ຈິ່ງເຮັດແບບນີ້ ເບິ່ງຄືກັບວ່າ: ນ້ອງບໍ່ແມ່ນລູກຂອງແມ່ເລີຍ?

       2.ນ້ອງຄວນຢຸດດາວລົດດີບໍ? ແຕ່ຖ້າຢຸດແລ້ວໃຜຈະເປັນຄົນດາວຕໍ່? ຫຼືປ່ອຍໃຫ້ເຂົາມາເອົາຄືນ?

       3.ທຸກຄັ້ງທີ່ແມ່ໂທມາຂໍເງິນແລ້ວປ້ອຍດ່ານ້ອງ, ນ້ອງຄວນເຮັດແນວໃດ ?.

       ແຕ່ເຖິງຢ່າງໃດກໍ່ຕາມນ້ອງກໍ່ເປັນຫ່ວງແມ່ ແລະ ນ້ອງສະເໝີ, ນ້ອງຄວນຈະເຮັດແນວໃດເພື່ອໃຫ້ແມ່ ແລະ ນ້ອງມີຊີວິດການ

ເປັນຢູ່ສະບາຍ ແລະ ການຮຽນຂອງນ້ອງກໍເປັນໄປດ້ວຍດີ

       ຂໍໃຫ້ເອື້ອຍຈົ່ງຊ່ວຍໃຫ້ຄຳເຫັນ ເພື່ອແກ້ໄຂບັນຫາ ແລະ ຫາທາງອອກຊ່ວຍນ້ອງດ້ວຍ.

ຈາກ: ນ້ອງ ຂ

ຕອບ:

       ນ້ອງ ຂ ທີ່ຮັກແພງ ! ແມ່ນັ້ນຮັກລູກປານແກ້ວຕາດວງໃຈ, ແມ່ສາມາດບີບເລືອດ ແລະ ຢາດນ້ຳຕາປູເປັນທາງເດີນໃຫ້ລູກໄດ້ທຽວໄຕ່ ແມ່ຍອມລຳບາກອຶດຫິວເພື່ອໃຫ້ລູກໄດ້ກິນອີ່ມນຸ່ງອຸ່ນ ແມ່ເປັນແມ່ຍິງພຽງຄົນດຽວໃນໂລກນີ້ທີ່ເຂົ້າໃຈ, ເຫັນໃຈ ແລະ ໃຫ້ທຸກສິ່ງທຸກຢ່າງແກ່ລູກ ໂດຍບໍ່ຮຽກຮ້ອງອັນໃດເປັນສິ່ງຕອບແທນ ຂໍພຽງລູກນັ້ນໄດ້ຢູ່ສຸກສະບາຍ ຍິ່ງມີລູກສາວຢູ່ໃນໄວຮຽນ ເປັນຄົນໜ້າຮັກ,ທີ່ມີເປົ້າໝາຍອຸດົມການ ແລະ ມີອະນາຄົດອັນສົດໃສ ແມ່ຍິ່ງຮູ້ດີວ່າ: ຕ້ອງໄດ້ເຮັດເພື່ອລູກເພີ່ມຂຶ້ນ ເພື່ອໃຫ້ລູກໄດ້ຝຶກຝົນຫູໍ່ຫຼອມຕົນເອງໃຫ້ເປັນນັກຮຽນດີນັກຮຽນເກັ່ງ. ໜ້າເສຍດາຍທີ່ຄວາມຕັ້ງໃຈດີ້ນຮົນຕໍ່ສູ້ ເພື່ອກໍ່ຮ່າງສ້າງຕົວ ແລະ ປາຖະໜາຢາກພັດທະນາຊີວິດໃຫ້ກ້າວໜ້ານັ້ນ ຊ້ຳພັດປະຈວບເໝາະກັບໄລຍະເວລາທີ່ແມ່ ແລະ ນ້ອງ ຮຽກຮ້ອງເຖິງຄວາມກະຕັນຍູ ແລະ ຢູ່ໃນເງື່ອນໄຂທີ່ແມ່ຜູ້ໃຫ້ກຳເນີດລຳບາກກາກກຳພໍສົມຄວນພຽງຄ່ານ້ຳ, ຄ່າໄຟ‚ ຖ້າບໍ່ເຫຼືອບ່າກວ່າແຮງແທ້ໆ ຄິດວ່າແມ່ຄົງບໍ່ຢາກໃຫ້ເດືອດຮ້ອນຮອດລູກ ? ສິ່ງສຳຄັນ ການຕໍ່ສູ້ແກ້ໄຂຄວາມທຸກຍາກ ເພື່ອໃຫ້ທຸກຄົນພາຍໃນຄອບຄົວຫຼຸດພົ້ນອອກຈາກຄວາມຂາດເຂີນນັ້ນ ມັນເປັນພາລະກິດທີ່ຍິ່ງໃຫຍ່ ແລະ ມີກຽດສະຫງ່າ ເຊິ່ງນ້ອງຄືລູກຜູ້ເປັນດວງໃຈ ທີ່ແມ່ຫວັງຢາກອາໄສເປັນບ່ອນເພິ່ງທີ່ດີທີ່ສຸດ; ອີກອັນໜຶ່ງ, ນ້ອງເອງກໍເປັນລູກກົກ ໄດ້ຮັບການສຶກສາສູງແດ່ ພ້ອມທັງມີໂອກາດໄດ້ອາໄສຢູ່ໃນຕົວເມືອງໃຫຍ່ບ່ອນຈະເລີນ, ມີເງື່ອນໄຂຄວາມສະດວກກ່ອນນ້ອງຄົນອື່ນໆ ໃນການຊອກຫາເງິນຄຳ ຈຶ່ງຕ້ອງເປັນຄວາມຄາດຫວັງສູງສຸດຂອງແມ່ ແມ່ນບໍ່ ? ເພາະແມ່ເອງຄົງແນມບໍ່ເຫັນໃຜອີກແລ້ວທີ່ຈະມາແບ່ງເບົາພາລະຊ່ວຍ ພ້ອມດຽວກັນນັ້ນ, ແມ່ເອງກໍຄົງເຊື່ອໝັ້ນ ແລະ ໄວ້ວາງໃຈນ້ອງຫຼາຍທີ່ສຸດ. ເຖິງຢ່າງໃດກໍຕາມ ເອື້ອຍຄິດວ່າ ນ້ອງຄວນຄ່ອຍເວົ້າຄ່ອຍປຶກສາກັບແມ່ຂໍຮ້ອງໃຫ້ແມ່ດຳລົງຊີວິດແບບປະຢັດ, ດຸໝັ່ນ, ອົດທົນ ຊອກປູກຝັງ-ລ້ຽງສັດ, ຕຳຫູກທໍໄໝ, ເກັບຜັກຫັກໜໍ່‚ ເພື່ອສ້າງລາຍຮັບໃຫ້ຄອບຄົວຕື່ມອີກ   ມີແມ່ບາງຄົນຍອມອົດຍອມຫິວ, ຍອມລຳບາກກາກກຳ ແຕ່ຈະບໍ່ບອກໃຫ້ລູກຮູ້ດອກວ່່າ: ແມ່ກຳລັງຫຍຸ້ງຍາກຍ້ອນຢາກໃຫ້ລູກມີສະມາທິໃນການສຶກສາຮ່ຳຮຽນ ສຳລັບຄຳຖາມຂອງນ້ອງ ເອື້ອຍຂໍແລກປ່ຽນນຳດັ່ງນີ້:

  1. ນ້ອງເອີຍ ! ແມ່ນັ້ນເປັນຄົນຖືພາ, ໃຫ້ກຳເນີດ, ລ້ຽງດູ, ໃກ້ຊິດຕິດແທດ, ບອກສອນ, ປົກປ້ອງ ແລະ ຜູກພັນກັບລູກໆທຸກຄົນແບບ ມົດບໍ່ໃຫ້ໄຕ່ໄຮບໍ່ໃຫ້ຕອມ, ແມ່ຮູ້ວ່າ: ລູກຄົນໃດເປັນຄົນດີ, ມີປັນຍາສະຫຼາດຫຼັກແຫຼມ, ມີຄວາມກະຕັນຍູຮູ້ບຸນຄຸນ,  ລູກຄົນໃດມີຈິດໃຈກວ້າງຂວາງເອື້ອເຟື້ອເພື່ອແຜ່ ແລະ ເສຍສະຫຼະ ທັງຫວັງເພິ່ງພາອາໄສໄດ້ຫຼາຍທີ່ສຸດ; ແມ່ຍັງຮູ້ຢ່າງເລິກເຊິ່ງຕື່ມອີກວ່າ:

ລູກຄົນໃດມີທ່າແຮງ, ມີຄວາມສາມາດຄ້ຳຈູນຊວ້ານຊູຄອບຄົວ ແລະ ເຂົ້າໃຈຫົວອົກຂອງແມ່ໄດ້ຫຼາຍທີ່ສຸດ ເຊິ່ງແນ່ນອນວ່ານ້ອງກໍເປັນຄົນໜຶ່ງທີ່ຖືກເລືອກ ຍ້ອນສາເຫດນີ້ລະ ແມ່ຈຶ່ງມຸ່ງໝັ້ນຢາກຝາກຄວາມຫວັງ ແລະ ເອີ້ນຫານ້ອງຢູ່ຕະຫຼອດເວລາ ໃນຍາມທີ່ມີຄວາມຫຍຸ້ງຍາກລຳບາກ, ຂັດສົນ ແລະ ແນມບໍ່ເຫັນໃຜອີ່ຫຼີ ເຊິ່ງຄວາມຮັກແບບນີ້ນ້ອງເອງຄວນຈະພາກພູມໃຈ ແລະ ຮູ້ສຶກມີຄວາມສຸກ (ຊາບຊຶ້ງໃຈ) ທີ່ຍາມໃດແມ່ກໍບໍ່ເຄີຍປະຖິ້ມ, ຫຼົງລືມ ທັງໄດ້ເປັນສ່ວນໜຶ່ງໃນຄວາມຮັກຂອງແມ່. 

       ເຖິງແນວໃດກໍຕາມ ແມ່ກໍເປັນຄົນທຳມະດາສາມັນ ທີ່ມີຄວາມຮູ້ສຶກຮັກ ຮູ້ສຶກຄຽດຊັງ, ມີອາລົມເບີກບານມ່ວນຊື່ນ, ຫງຸດຫງິດ-ໃຈດີ ໃຈຮ້າຍ ແລະ ບາງຄັ້ງກໍບໍ່ສາມາດຄວບຄຸມມັນໄດ້ ຈົນຫຼົງມີຄຳເວົ້າບໍ່ສຸພາບ ຫຼື ກະແທກແດກດັນລູກໆ ໃນເມື່ອຫຼາຍສິ່ງ ຫຼາຍຢ່າງຂອງຊີວິດບໍ່ສາມາດເປັນໄປຕາມຄວາມຄິດຄືກັບສິ່ງທີ່ມຸ່ງຫວັງຕັ້ງໃຈ ເຊິ່ງນ້ອງຕ້ອງພະຍາຍາມເຂົ້າໃຈ, ເຫັນໃຈ ແລະ ຮັບຟັງຄວາມສຸກທຸກຂອງແມ່ເປັນຜູ້ທຳອິດ ເພາະຍາມໃດແມ່ ເພິ່ນກໍເຫັນນ້ອງເປັນລູກທີ່ແມ່ຕ້ອງຄິດຄະນຶງຫາຢູ່ສະເໝີ.

  1. ການດາວລົດ ເປັນວິທີການວາງແຜນແກ້ໄຂບັນຫາຊີວິດໃນສະເພາະໜ້າ ຫຼື ກໍລະນີສຸກເສີນຈຳເປັນທີ່ສ່ຽງ ແລະ ລົງທຶນຫຼາຍກວ່າປົກກະຕິ ເຊິ່ງບາງທີແຜນການທີ່ນ້ອງວາງໄວ້ອາດບໍ່ສາມາດຫາ ເງິນມາຈ່າຍທັນ ສະນັ້ນ, ການວາງແຜນຊີວິດແບບນີ້ ຄວນມີແຜນສຳຮອງເພື່ອຮອງຮັບ ຄ່ອຍໆຄິດຊອກຫາທາງອອກດ້ວຍຫຼາຍຊ່ອງທາງ ເຊັ່ນ: ອາດຫຼຸດເວລາພັກຜ່ອນ ຫຼື ນອນໃຫ້ໜ້ອຍລົງແລ້ວເພີ່ມເວລາເຮັດວຽກຊອກຫາລາຍໄດ້ໃນຫຼາຍໆບ່ອນເພີ່ມຂຶ້ນ ຄຽງຄູ່ກັບການຮຽນ ແຕ່ນ້ອງຕ້ອງອົດທົນຫຼາຍຂຶ້ນ, ບຸກບືນຫຼາຍຂຶ້ນ‚ ສິ່ງສຳຄັນ, ຖ້ານ້ອງເດີນໜ້າບໍ່ໄຫວແທ້ໆ ກໍຄວນຈະຖອຍຫຼັງໜຶ່ງກ້າວກ່ອນເພື່ອລໍຈັງຫວະໄປໜ້າ 2-3 ກ້າວ, ຊອກທາງອອກດ້ວຍວິທີໃໝ່ຫຼື ໃຫ້ໝູ່ຊ່ວຍຈ່າຍຕໍ່ (ໂອນສິດ) ຈົ່ງເຂົ້າໃຈຄວາມຈິງທີ່ວ່າ ຊີວິດທີ່ປະສົບຜົນສຳເລັດຕ້ອງອາໄສ ສອງປັດໄຈສຳຄັນຄື: ວາງແຜນດີ ແລະໂຊກຊະຕາ (ໂອກາດ)ຊ່ວຍ ຫຼື ມີຂຶ້ນມີລົງ ແຕ່ຖ້າເຂົາຈະເອົາຄືນກໍຕ້ອງຍອມ. ແລ້ວວາງແຜນຊີວິດໃໝ່ ຍ້ອນວ່າຊີວິດຂອງຄົນຜູ້ໜຶ່ງບາງເທື່ອກໍລົ້ມ ແລ້ວລົ້ມອີກຈຶ່ງລຸກນັ່ງໄດ້ ສຳຄັນຢ່າຊູສິ້ນຫວັງ, ບໍ່ແນ່...ມື້ນີ້ເສຍລົດຈັກ ມື້ໜ້າອາດໄດ້ລົດໃຫຍ່ ຂໍພຽງມີຄວາມຕັ້ງໃຈສະໝໍ່າສະເໝີ.
  1. ເວລາແມ່ທຸກໃຈ ແລະ ບໍ່ສາມາດແບກຫາບກັບອາລົມຂອງເພິ່ນໄດ້ ເຮົາເປັນລູກກໍຕ້ອງຮູ້ສຶກເຫັນໃຈ, ຮັບຟັງ ແລະ ແບ່ງເບົາບັນຫາຊ່ວຍເພິ່ນໃຫ້ຫຼາຍທີ່ສຸດ  ຖ້າແມ່ໂທມາຂໍເງິນ ແລ້ວປ້ອຍດ່ານ້ອງ ນ້ອງບໍ່ຄວນຕອບໂຕ້, ຖືຊາ, ແຕ່ຕ້ອງຮັບຟັງແມ່ຢ່າງມີສະຕິ, ທຸ່ນທ່ຽງ ແລະ ເຂົ້າໃຈ ຖ້າການດ່ານ້ອງເຮັດໃຫ້ແມ່ສະບາຍໃຈຂຶ້ນນ້ອງກໍຄວນຈະດີໃຈ ເພາະໃນຍາມນີ້ ເປັນເວລາທີ່ນ້ອງຄວນສະແດງຄວາມກະຕັນຍູເບິ່ງແຍງພໍ່ແມ່ທີ່ເພິ່ນໄດ້ຖະນຸຖະໜອມລ້ຽງດູເຮົາມາເປັນເວລາ 20 ກວ່າປີນັ້ນດ້ວຍຄວາມນອບນ້ອມຖ່ອມຕົນ.

       ນ້ອງເອີຍ ! ມີບາງຄົນຢາກຟັງສຽງແມ່ ຢາກຍິນແມ່ດ່າ ແຕ່ກໍບໍ່ມີໂອກາດ ນ້ອງໂຊກດີ ຫຼາຍແລ້ວທີ່ຍັງມີແມ່ຄອຍມາຈົ່ມມາເວົ້າ ແລະ ຄິດຮອດຄິດເຖິງ ຈົ່ງໃຊ້ໂອກາດນີ້ ເພື່ອຕອບບຸນແທນຄຸນ ເຮັດໃຫ້ແມ່ໄດ້ສະບາຍໃຈ ແລະ ມີຄວາມສຸກ. ແລ້ວອະນາຄົດຂ້າງໜ້າ ຊີວິດຂອງນ້ອງຈະສົດໃສສວຍງາມ ແລະ ກ້າວໜ້າ.

       ພິເສດ ນ້ອງຄວນຈະວາງແຜນຊີວິດໃໝ່ຕື່ມອີກ ຊອກຫາອາຊີບທີ່ມີລາຍໄດ້ໝັ້ນຄົງ ແລະ ສາມາດຮອງຮັບກັບລາຍຈ່າຍທີ່ນັບມື້ເພີ່ມຂຶ້ນ ດ້ວຍການເຮັດທຸລະກິດນ້ອຍໆທີ່ເປັນຂອງຕົນເອງ ເປັນຕົ້ນ: ຮັບສິນຄ້າມາຂາຍ, ເປັນຕົວແທນຈຳໜ່າຍຜະລິດຕະພັນ ຫຼື ການບໍລິການ ທີ່ເພີ່ມມູນຄ່າຊີວິດແບບບໍ່ມີຂີດຈຳກັດ (ໃຫ້ມີລາຍຮັບຫຼາຍກ່ອນ 800.000ກີບ) ໂດຍບໍ່ເປັນມະນຸດເງິນເດືອນພຽງຢ່າງດຽວເພາະການເຮັດວຽກອາໄສເງິນເດືອນຈະບໍ່ສາມາດລ້ຽງແມ່ ແລະ ນ້ອງ ທີ່ມີ ເຖິງ 4 ຊີວິດໃຫ້ສຸກສະບາຍໄດ້.ອວຍພອນໃຫ້ນ້ອງໂຊກດີ

                                                                                                                                                                                                                                                                 ຈາກເອື້ອຍຄູ່ຄິດມິດໃຈ