ບັນຫາຊີວິດ

ນ້ອງແມ່ນຜູ້ໜຶ່ງທີ່ຕິດຕາມອ່ານວາລະສານ ສາວລາວ ມາໂດຍຕະຫຼອດ ໂດຍສະເພາະຄໍລຳເພື່ອນໃຈ ເພາະເປັນຊ່ອງທາງ

ໃນການໃຫ້ຄຳປຶກສາ, ແກ້ໄຂບັນຫາທີ່ເໝາະສົມແກ່ຜູ້ທີ່ພົບບັນຫານາໆປະການ ດັ່ງນັ້ນ ນ້ອງຈິ່ງໄດ້ຕັດສິນໃຈຂຽນບັນຫາທີ່ອຸກອັ່ງ

ໃຈນ້ອງ ເພື່ອມາຂໍຄຳປຶກສານຳເອື້ອຍ.

       ນ້ອງມີນາມສົມມຸດວ່າ ຂ ອາຍຸ 20 ປີ ກຳລັງສຶກສາຢູ່ປີທີ 2 ຂອງມະຫາວິທະຍາໄລແຫ່ງຊາດ, ນ້ອງເປັນຄົນຕ່າງແຂວງ, ອາໄສຢູ່

ຫໍພັກ. ນ້ອງເປັນລູກສາວກົກມີນ້ອງສາວ 2 ຄົນ ພໍ່ນ້ອງເສຍຊີວິດຕັ້ງແຕ່ນ້ອງຍັງນ້ອຍ ສ່ວນນ້ອງສາວຄົນໜຶ່ງຮຽນຫາກໍ່ຈົບ ແຕ່ບໍ່ໄດ້ຮຽນຕໍ່ເລີຍ

ແລະ ນ້ອງຜູ້ທີສອງແມ່ນຍັງຮຽນຢູ່.

       ນ້ອງເອງ ໂຊກດີທີ່ໄດ້ຮັບທຶນການສຶກສາມາຮຽນຕໍ່ ແລະ ເພິ່ນກໍ່ມີຫໍພັກໃຫ້ພັກເຊົາ ເມື່ອທຽບໃສ່ຄົນອື່ນແລ້ວ ນ້ອງໂຊກດີ

ຫຼາຍທີ່ບໍ່ໄດ້ຈ່າຍຄ່າຮຽນ. ການທີ່ມາເປັນນັກສຶກສາ ແລະ ໃຊ້ຊີວິດຢູ່ຫໍພັກກໍ່ມີຫຼາຍອັນຂາດໆເຂີນໆ ຄ່າໃຊ້ຈ່າຍໃນການຮຽນກໍ່ຫຼາຍ

ເປັນຕົ້ນ ການໃຊ້ຈ່າຍໃນຊີວິດປະຈຳວັນ, ຄ່າເອກະສານ‚ ແຕ່ລາຍຮັບພັດບໍ່ມີເລີຍ. ສະນັ້ນ, ນ້ອງຈຶ່ງຕັດສິນໃຈໄປເຮັດວຽກຢູ່ຮ້ານ

ອາຫານແຫ່ງໜຶ່ງ ເພື່ອຫາລາຍໄດ້ເພີ່ມ ໄດ້ 800,000 ກີບ/ເດືອນ ແຕ່ບໍ່ພຽງພໍຕໍ່ການໃຊ້ຈ່າຍຍ້ອນທຽວວຽກໄກແດ່ ນ້ອງຈຶ່ງໄດ້ຕັດສິນ

ໃຈອອກມາຢູ່ຫ້ອງແຖວກັບໝູ່ ເຊິ່ງໃກ້ກັບບ່ອນເຮັດວຽກ ຍ້ອນຫໍພັກທີ່ນ້ອງຢູ່ແມ່ນໄກຈາກບ່ອນເຮັດວຽກຫຼາຍ.

       ນອກຈາກຈະຫາເງິນໃຊ້ຈ່າຍໃນການຮໍ່າຮຽນແລ້ວ ນ້ອງຍັງໄດ້ສົ່ງໃຫ້ແມ່ ແລະ ນ້ອງຢູ່ບ້ານອີກ 2 ຄົນ, ບາງເດືອນນ້ອງມີວຽກບ້ານ

ຫຼາຍໂດຍສະເພາະເສັງກາງພາກ, ນ້ອງຕ້ອງຂາດວຽກບາງມື້ ເພື່ອຄົ້ນຄວ້າບົດຮຽນໃນການສອບເສັງ ເຮັດໃຫ້ເງິນເດືອນນ້ອງຖືກຕັດລົງ

ອີກ ຈຶ່ງເຮັດໃຫ້ນ້ອງບໍ່ໄດ້ຝາກເງິນໄປໃຫ້ແມ່ ແຕ່ແມ່ພັດບໍ່ເຂົ້າໃຈນ້ອງເລີຍ, ເພິ່ນມີແຕ່ຮ້າຍ ແລະ ໃຊ້ອາລົມຮຸນແຮງ, ເວົ້າຮ້າຍໃສ່ນ້ອງວ່າ

ແນວໃດກໍຕ້ອງຝາກເງິນໄປໃຫ້. ບາງຄັ້ງນ້ອງຕ້ອງໄດ້ຢືມເງິນກັບໝູ່ສົ່ງໃຫ້ແມ່. ເມື່ອໝູ່ນ້ອງເຫັນເປັນແນວນັ້ນຈຶ່ງໄດ້ແນະນຳໃຫ້ຕົວະແມ່

ວ່າອອກວຽກແລ້ວລາຍຮັບບໍ່ມີ, ການໃຊ້ຈ່າຍໃນການຮໍ່າຮຽນກໍ່ບໍ່ພຽງພໍ ແຕ່ແມ່ພັດບອກວ່າບໍ່ມີເງິນຈ່າຍຄ່ານ້ຳ, ຄ່າໄຟ, ຄ່າຮຽນນ້ອງ, ຄ່າ

ອາຫານແຕ່ລະມື້ ແມ່ມີລາຍຈ່າຍຫຼາຍ.

       ລົດຈັກທີ່ນ້ອງຂີ່ໄປວຽກແຕ່ລະມື້ແມ່ນນ້ອງດາວນໍາບໍລິສັດ ນ້ອງບໍ່ໄດ້ບອກແມ່ເພາະແມ່ເຄີຍເວົ້າວ່າ ລູກບໍ່ມີປັນຍາຈ່າຍຄ່າ

ດາວລົດດອກແມ່ນແຕ່ເງິນສິຝາກໃຫ້ຍັງບໍ່ມີປັນຍາແລ້ວŽ. ສຸດທ້າຍແມ່ກໍ່ບໍ່ເຊັນຮັບປະກັນເອກະສານດາວລົດໃຫ້ ແຕ່ໂຊກດີມີເອື້ອຍ

ແລະ ອ້າຍຮັກເຮັດວຽກນໍານ້ອງ ພວກເພິ່ນອີ່ຕົນເລີຍເຊັນຮັບປະກັນໃຫ້, ແຕ່ລະເດືອນນ້ອງຕ້ອງໄປຈ່າຍຄ່າດາວລົດ 500,000 ກີບ

ໄລຍະດາວແມ່ນ 3 ປີ ເຊິ່ງປັດຈຸບັນນ້ອງໄດ້ດາວລົດມາ 8 ເດືອນແລ້ວ. ແຕ່ແມ່ກໍ່ໂທມາຂໍເງິນເດືອນໜຶ່ງ 2 ຫາ 3 ຄັ້ງ ບາງໄລຍະ

ນ້ອງຫາເງິນບໍ່ທັນແມ່ກໍ່ຮ້າຍ, ດ່າ. ບາງຄັ້ງແມ່ຍັງເວົ້າວ່າ: ຖ້າບໍ່ມີປັນຍາຝາກເງິນໃຫ້ກໍ່ບໍ່ຕ້ອງມາເອີ້ນວ່າແມ່ອີກŽ ແມ່ເວົ້າໃຫ້ນ້ອງແບບ

ນີ້ຕະຫຼອດທຸກໆຄັ້ງທີ່ໂທມາ.

       ເມື່ອນ້ອງໄດ້ຍິນແນວນີ້ ນ້ອງບໍ່ມີກຳລັງໃຈໃນການຮ່ຳຮຽນ ແລະ ເຮັດວຽກເລີຍ. ນ້ອງຢາກໃຊ້ຊີວິດຄືໝູ່ຄູ່ທົ່ວໄປ ຢາກມີເວລາ

ຕັ້ງໃຈຮຽນໃຫ້ຈົບໄວໆ ມີວຽກທີ່ດີ, ຢາກມີແມ່ໃຫ້ຄໍາປຶກສາໃນເວລາທໍ້ຖອຍ,  ເວລາໂທໄປຫາແມ່ຍາມໃດ ນ້ອງບໍ່ທັນໄດ້ເວົ້າຫຍັງ, ບໍ່ຮູ້

ເລີຍວ່າເພິ່ນກິນຢູ່ແນວໃດ? ພໍແຕ່ແມ່ຮັບສາຍກໍ່ມີແຕ່ຂໍເງິນທຸກຄັ້ງ ບໍ່ເຄີຍຖາມ ຫຼື ສົນໃຈເລີຍວ່າ ລູກເປັນຢູ່ແນວໃດ? ບາງຄັ້ງກໍນ້ອຍ

ໃຈ ແລະ ເກີດຄຳຖາມໃນໃຈໃຫ້ກັບໂຕເອງມາໂດຍຫຼອດວ່າໂຕເອງບໍ່ແມ່ນລູກຂອງແມ່ບໍ່?.

       ດັ່ງນັ້ນ ນ້ອງຈຶ່ງຢາກຖາມອື້ອຍເພື່ອໃຫ້ເອື້ອຍມີຄໍາເຫັນ,ໃຫ້ທິດເຍືອງທາງນ້ອງດັ່ງນີ້:

       1.ຍ້ອນສາເຫດໃດແມ່ຈິ່ງເຮັດແບບນີ້ ເບິ່ງຄືກັບວ່າ: ນ້ອງບໍ່ແມ່ນລູກຂອງແມ່ເລີຍ?

       2.ນ້ອງຄວນຢຸດດາວລົດດີບໍ? ແຕ່ຖ້າຢຸດແລ້ວໃຜຈະເປັນຄົນດາວຕໍ່? ຫຼືປ່ອຍໃຫ້ເຂົາມາເອົາຄືນ?

       3.ທຸກຄັ້ງທີ່ແມ່ໂທມາຂໍເງິນແລ້ວປ້ອຍດ່ານ້ອງ, ນ້ອງຄວນເຮັດແນວໃດ ?.

       ແຕ່ເຖິງຢ່າງໃດກໍ່ຕາມນ້ອງກໍ່ເປັນຫ່ວງແມ່ ແລະ ນ້ອງສະເໝີ, ນ້ອງຄວນຈະເຮັດແນວໃດເພື່ອໃຫ້ແມ່ ແລະ ນ້ອງມີຊີວິດການ

ເປັນຢູ່ສະບາຍ ແລະ ການຮຽນຂອງນ້ອງກໍເປັນໄປດ້ວຍດີ

       ຂໍໃຫ້ເອື້ອຍຈົ່ງຊ່ວຍໃຫ້ຄຳເຫັນ ເພື່ອແກ້ໄຂບັນຫາ ແລະ ຫາທາງອອກຊ່ວຍນ້ອງດ້ວຍ.

ຈາກ: ນ້ອງ ຂ

ຕອບ:

       ນ້ອງ ຂ ທີ່ຮັກແພງ ! ແມ່ນັ້ນຮັກລູກປານແກ້ວຕາດວງໃຈ, ແມ່ສາມາດບີບເລືອດ ແລະ ຢາດນ້ຳຕາປູເປັນທາງເດີນໃຫ້ລູກໄດ້ທຽວໄຕ່ ແມ່ຍອມລຳບາກອຶດຫິວເພື່ອໃຫ້ລູກໄດ້ກິນອີ່ມນຸ່ງອຸ່ນ ແມ່ເປັນແມ່ຍິງພຽງຄົນດຽວໃນໂລກນີ້ທີ່ເຂົ້າໃຈ, ເຫັນໃຈ ແລະ ໃຫ້ທຸກສິ່ງທຸກຢ່າງແກ່ລູກ ໂດຍບໍ່ຮຽກຮ້ອງອັນໃດເປັນສິ່ງຕອບແທນ ຂໍພຽງລູກນັ້ນໄດ້ຢູ່ສຸກສະບາຍ ຍິ່ງມີລູກສາວຢູ່ໃນໄວຮຽນ ເປັນຄົນໜ້າຮັກ,ທີ່ມີເປົ້າໝາຍອຸດົມການ ແລະ ມີອະນາຄົດອັນສົດໃສ ແມ່ຍິ່ງຮູ້ດີວ່າ: ຕ້ອງໄດ້ເຮັດເພື່ອລູກເພີ່ມຂຶ້ນ ເພື່ອໃຫ້ລູກໄດ້ຝຶກຝົນຫູໍ່ຫຼອມຕົນເອງໃຫ້ເປັນນັກຮຽນດີນັກຮຽນເກັ່ງ. ໜ້າເສຍດາຍທີ່ຄວາມຕັ້ງໃຈດີ້ນຮົນຕໍ່ສູ້ ເພື່ອກໍ່ຮ່າງສ້າງຕົວ ແລະ ປາຖະໜາຢາກພັດທະນາຊີວິດໃຫ້ກ້າວໜ້ານັ້ນ ຊ້ຳພັດປະຈວບເໝາະກັບໄລຍະເວລາທີ່ແມ່ ແລະ ນ້ອງ ຮຽກຮ້ອງເຖິງຄວາມກະຕັນຍູ ແລະ ຢູ່ໃນເງື່ອນໄຂທີ່ແມ່ຜູ້ໃຫ້ກຳເນີດລຳບາກກາກກຳພໍສົມຄວນພຽງຄ່ານ້ຳ, ຄ່າໄຟ‚ ຖ້າບໍ່ເຫຼືອບ່າກວ່າແຮງແທ້ໆ ຄິດວ່າແມ່ຄົງບໍ່ຢາກໃຫ້ເດືອດຮ້ອນຮອດລູກ ? ສິ່ງສຳຄັນ ການຕໍ່ສູ້ແກ້ໄຂຄວາມທຸກຍາກ ເພື່ອໃຫ້ທຸກຄົນພາຍໃນຄອບຄົວຫຼຸດພົ້ນອອກຈາກຄວາມຂາດເຂີນນັ້ນ ມັນເປັນພາລະກິດທີ່ຍິ່ງໃຫຍ່ ແລະ ມີກຽດສະຫງ່າ ເຊິ່ງນ້ອງຄືລູກຜູ້ເປັນດວງໃຈ ທີ່ແມ່ຫວັງຢາກອາໄສເປັນບ່ອນເພິ່ງທີ່ດີທີ່ສຸດ; ອີກອັນໜຶ່ງ, ນ້ອງເອງກໍເປັນລູກກົກ ໄດ້ຮັບການສຶກສາສູງແດ່ ພ້ອມທັງມີໂອກາດໄດ້ອາໄສຢູ່ໃນຕົວເມືອງໃຫຍ່ບ່ອນຈະເລີນ, ມີເງື່ອນໄຂຄວາມສະດວກກ່ອນນ້ອງຄົນອື່ນໆ ໃນການຊອກຫາເງິນຄຳ ຈຶ່ງຕ້ອງເປັນຄວາມຄາດຫວັງສູງສຸດຂອງແມ່ ແມ່ນບໍ່ ? ເພາະແມ່ເອງຄົງແນມບໍ່ເຫັນໃຜອີກແລ້ວທີ່ຈະມາແບ່ງເບົາພາລະຊ່ວຍ ພ້ອມດຽວກັນນັ້ນ, ແມ່ເອງກໍຄົງເຊື່ອໝັ້ນ ແລະ ໄວ້ວາງໃຈນ້ອງຫຼາຍທີ່ສຸດ. ເຖິງຢ່າງໃດກໍຕາມ ເອື້ອຍຄິດວ່າ ນ້ອງຄວນຄ່ອຍເວົ້າຄ່ອຍປຶກສາກັບແມ່ຂໍຮ້ອງໃຫ້ແມ່ດຳລົງຊີວິດແບບປະຢັດ, ດຸໝັ່ນ, ອົດທົນ ຊອກປູກຝັງ-ລ້ຽງສັດ, ຕຳຫູກທໍໄໝ, ເກັບຜັກຫັກໜໍ່‚ ເພື່ອສ້າງລາຍຮັບໃຫ້ຄອບຄົວຕື່ມອີກ   ມີແມ່ບາງຄົນຍອມອົດຍອມຫິວ, ຍອມລຳບາກກາກກຳ ແຕ່ຈະບໍ່ບອກໃຫ້ລູກຮູ້ດອກວ່່າ: ແມ່ກຳລັງຫຍຸ້ງຍາກຍ້ອນຢາກໃຫ້ລູກມີສະມາທິໃນການສຶກສາຮ່ຳຮຽນ ສຳລັບຄຳຖາມຂອງນ້ອງ ເອື້ອຍຂໍແລກປ່ຽນນຳດັ່ງນີ້:

  1. ນ້ອງເອີຍ ! ແມ່ນັ້ນເປັນຄົນຖືພາ, ໃຫ້ກຳເນີດ, ລ້ຽງດູ, ໃກ້ຊິດຕິດແທດ, ບອກສອນ, ປົກປ້ອງ ແລະ ຜູກພັນກັບລູກໆທຸກຄົນແບບ ມົດບໍ່ໃຫ້ໄຕ່ໄຮບໍ່ໃຫ້ຕອມ, ແມ່ຮູ້ວ່າ: ລູກຄົນໃດເປັນຄົນດີ, ມີປັນຍາສະຫຼາດຫຼັກແຫຼມ, ມີຄວາມກະຕັນຍູຮູ້ບຸນຄຸນ,  ລູກຄົນໃດມີຈິດໃຈກວ້າງຂວາງເອື້ອເຟື້ອເພື່ອແຜ່ ແລະ ເສຍສະຫຼະ ທັງຫວັງເພິ່ງພາອາໄສໄດ້ຫຼາຍທີ່ສຸດ; ແມ່ຍັງຮູ້ຢ່າງເລິກເຊິ່ງຕື່ມອີກວ່າ:

ລູກຄົນໃດມີທ່າແຮງ, ມີຄວາມສາມາດຄ້ຳຈູນຊວ້ານຊູຄອບຄົວ ແລະ ເຂົ້າໃຈຫົວອົກຂອງແມ່ໄດ້ຫຼາຍທີ່ສຸດ ເຊິ່ງແນ່ນອນວ່ານ້ອງກໍເປັນຄົນໜຶ່ງທີ່ຖືກເລືອກ ຍ້ອນສາເຫດນີ້ລະ ແມ່ຈຶ່ງມຸ່ງໝັ້ນຢາກຝາກຄວາມຫວັງ ແລະ ເອີ້ນຫານ້ອງຢູ່ຕະຫຼອດເວລາ ໃນຍາມທີ່ມີຄວາມຫຍຸ້ງຍາກລຳບາກ, ຂັດສົນ ແລະ ແນມບໍ່ເຫັນໃຜອີ່ຫຼີ ເຊິ່ງຄວາມຮັກແບບນີ້ນ້ອງເອງຄວນຈະພາກພູມໃຈ ແລະ ຮູ້ສຶກມີຄວາມສຸກ (ຊາບຊຶ້ງໃຈ) ທີ່ຍາມໃດແມ່ກໍບໍ່ເຄີຍປະຖິ້ມ, ຫຼົງລືມ ທັງໄດ້ເປັນສ່ວນໜຶ່ງໃນຄວາມຮັກຂອງແມ່. 

       ເຖິງແນວໃດກໍຕາມ ແມ່ກໍເປັນຄົນທຳມະດາສາມັນ ທີ່ມີຄວາມຮູ້ສຶກຮັກ ຮູ້ສຶກຄຽດຊັງ, ມີອາລົມເບີກບານມ່ວນຊື່ນ, ຫງຸດຫງິດ-ໃຈດີ ໃຈຮ້າຍ ແລະ ບາງຄັ້ງກໍບໍ່ສາມາດຄວບຄຸມມັນໄດ້ ຈົນຫຼົງມີຄຳເວົ້າບໍ່ສຸພາບ ຫຼື ກະແທກແດກດັນລູກໆ ໃນເມື່ອຫຼາຍສິ່ງ ຫຼາຍຢ່າງຂອງຊີວິດບໍ່ສາມາດເປັນໄປຕາມຄວາມຄິດຄືກັບສິ່ງທີ່ມຸ່ງຫວັງຕັ້ງໃຈ ເຊິ່ງນ້ອງຕ້ອງພະຍາຍາມເຂົ້າໃຈ, ເຫັນໃຈ ແລະ ຮັບຟັງຄວາມສຸກທຸກຂອງແມ່ເປັນຜູ້ທຳອິດ ເພາະຍາມໃດແມ່ ເພິ່ນກໍເຫັນນ້ອງເປັນລູກທີ່ແມ່ຕ້ອງຄິດຄະນຶງຫາຢູ່ສະເໝີ.

  1. ການດາວລົດ ເປັນວິທີການວາງແຜນແກ້ໄຂບັນຫາຊີວິດໃນສະເພາະໜ້າ ຫຼື ກໍລະນີສຸກເສີນຈຳເປັນທີ່ສ່ຽງ ແລະ ລົງທຶນຫຼາຍກວ່າປົກກະຕິ ເຊິ່ງບາງທີແຜນການທີ່ນ້ອງວາງໄວ້ອາດບໍ່ສາມາດຫາ ເງິນມາຈ່າຍທັນ ສະນັ້ນ, ການວາງແຜນຊີວິດແບບນີ້ ຄວນມີແຜນສຳຮອງເພື່ອຮອງຮັບ ຄ່ອຍໆຄິດຊອກຫາທາງອອກດ້ວຍຫຼາຍຊ່ອງທາງ ເຊັ່ນ: ອາດຫຼຸດເວລາພັກຜ່ອນ ຫຼື ນອນໃຫ້ໜ້ອຍລົງແລ້ວເພີ່ມເວລາເຮັດວຽກຊອກຫາລາຍໄດ້ໃນຫຼາຍໆບ່ອນເພີ່ມຂຶ້ນ ຄຽງຄູ່ກັບການຮຽນ ແຕ່ນ້ອງຕ້ອງອົດທົນຫຼາຍຂຶ້ນ, ບຸກບືນຫຼາຍຂຶ້ນ‚ ສິ່ງສຳຄັນ, ຖ້ານ້ອງເດີນໜ້າບໍ່ໄຫວແທ້ໆ ກໍຄວນຈະຖອຍຫຼັງໜຶ່ງກ້າວກ່ອນເພື່ອລໍຈັງຫວະໄປໜ້າ 2-3 ກ້າວ, ຊອກທາງອອກດ້ວຍວິທີໃໝ່ຫຼື ໃຫ້ໝູ່ຊ່ວຍຈ່າຍຕໍ່ (ໂອນສິດ) ຈົ່ງເຂົ້າໃຈຄວາມຈິງທີ່ວ່າ ຊີວິດທີ່ປະສົບຜົນສຳເລັດຕ້ອງອາໄສ ສອງປັດໄຈສຳຄັນຄື: ວາງແຜນດີ ແລະໂຊກຊະຕາ (ໂອກາດ)ຊ່ວຍ ຫຼື ມີຂຶ້ນມີລົງ ແຕ່ຖ້າເຂົາຈະເອົາຄືນກໍຕ້ອງຍອມ. ແລ້ວວາງແຜນຊີວິດໃໝ່ ຍ້ອນວ່າຊີວິດຂອງຄົນຜູ້ໜຶ່ງບາງເທື່ອກໍລົ້ມ ແລ້ວລົ້ມອີກຈຶ່ງລຸກນັ່ງໄດ້ ສຳຄັນຢ່າຊູສິ້ນຫວັງ, ບໍ່ແນ່...ມື້ນີ້ເສຍລົດຈັກ ມື້ໜ້າອາດໄດ້ລົດໃຫຍ່ ຂໍພຽງມີຄວາມຕັ້ງໃຈສະໝໍ່າສະເໝີ.
  1. ເວລາແມ່ທຸກໃຈ ແລະ ບໍ່ສາມາດແບກຫາບກັບອາລົມຂອງເພິ່ນໄດ້ ເຮົາເປັນລູກກໍຕ້ອງຮູ້ສຶກເຫັນໃຈ, ຮັບຟັງ ແລະ ແບ່ງເບົາບັນຫາຊ່ວຍເພິ່ນໃຫ້ຫຼາຍທີ່ສຸດ  ຖ້າແມ່ໂທມາຂໍເງິນ ແລ້ວປ້ອຍດ່ານ້ອງ ນ້ອງບໍ່ຄວນຕອບໂຕ້, ຖືຊາ, ແຕ່ຕ້ອງຮັບຟັງແມ່ຢ່າງມີສະຕິ, ທຸ່ນທ່ຽງ ແລະ ເຂົ້າໃຈ ຖ້າການດ່ານ້ອງເຮັດໃຫ້ແມ່ສະບາຍໃຈຂຶ້ນນ້ອງກໍຄວນຈະດີໃຈ ເພາະໃນຍາມນີ້ ເປັນເວລາທີ່ນ້ອງຄວນສະແດງຄວາມກະຕັນຍູເບິ່ງແຍງພໍ່ແມ່ທີ່ເພິ່ນໄດ້ຖະນຸຖະໜອມລ້ຽງດູເຮົາມາເປັນເວລາ 20 ກວ່າປີນັ້ນດ້ວຍຄວາມນອບນ້ອມຖ່ອມຕົນ.

       ນ້ອງເອີຍ ! ມີບາງຄົນຢາກຟັງສຽງແມ່ ຢາກຍິນແມ່ດ່າ ແຕ່ກໍບໍ່ມີໂອກາດ ນ້ອງໂຊກດີ ຫຼາຍແລ້ວທີ່ຍັງມີແມ່ຄອຍມາຈົ່ມມາເວົ້າ ແລະ ຄິດຮອດຄິດເຖິງ ຈົ່ງໃຊ້ໂອກາດນີ້ ເພື່ອຕອບບຸນແທນຄຸນ ເຮັດໃຫ້ແມ່ໄດ້ສະບາຍໃຈ ແລະ ມີຄວາມສຸກ. ແລ້ວອະນາຄົດຂ້າງໜ້າ ຊີວິດຂອງນ້ອງຈະສົດໃສສວຍງາມ ແລະ ກ້າວໜ້າ.

       ພິເສດ ນ້ອງຄວນຈະວາງແຜນຊີວິດໃໝ່ຕື່ມອີກ ຊອກຫາອາຊີບທີ່ມີລາຍໄດ້ໝັ້ນຄົງ ແລະ ສາມາດຮອງຮັບກັບລາຍຈ່າຍທີ່ນັບມື້ເພີ່ມຂຶ້ນ ດ້ວຍການເຮັດທຸລະກິດນ້ອຍໆທີ່ເປັນຂອງຕົນເອງ ເປັນຕົ້ນ: ຮັບສິນຄ້າມາຂາຍ, ເປັນຕົວແທນຈຳໜ່າຍຜະລິດຕະພັນ ຫຼື ການບໍລິການ ທີ່ເພີ່ມມູນຄ່າຊີວິດແບບບໍ່ມີຂີດຈຳກັດ (ໃຫ້ມີລາຍຮັບຫຼາຍກ່ອນ 800.000ກີບ) ໂດຍບໍ່ເປັນມະນຸດເງິນເດືອນພຽງຢ່າງດຽວເພາະການເຮັດວຽກອາໄສເງິນເດືອນຈະບໍ່ສາມາດລ້ຽງແມ່ ແລະ ນ້ອງ ທີ່ມີ ເຖິງ 4 ຊີວິດໃຫ້ສຸກສະບາຍໄດ້.ອວຍພອນໃຫ້ນ້ອງໂຊກດີ

                                                                                                                                                                                                                                                                 ຈາກເອື້ອຍຄູ່ຄິດມິດໃຈ

             

ບໍ່ຢາກໃຫ້ແມ່ໃຊ້ຄວາມຮຸນແຮງແກ້ໄຂບັນຫາ

          ສະບາຍດີເອື້ອຍສະຫງວນ ຄິດທີ່ເຄົາລົບ ແລະ ນັບຖື!

          ນ້ອງ ມີນາມສົມມຸດວ່າ ນ ປັດ ຈຸບັນເປັນນັກສຶກສາ ພັກເຊົາຢູ່ເຮືອນ ນ້າສາວ ຊື່ ລ.  ນ້ອງຕິດຕາມອ່ານໜັງສືພິມແມ່ຍິງລາວ ມາໂດຍຕະຫຼອດໂດຍສະເພາະແມ່ນຄໍລຳບັນຫາໃນຊີວິດ ທີ່ຊ່ວຍໃຫ້ຄຳແນະນຳ ແລະ ຊອກ ຫາທາງອອກໃຫ້ຜູ້ທີ່ມາຂໍຄຳປຶກສາ ໄດ້ດີທີ່ສຸດ. ບັນຫາທີ່ນ້ອງຈະເລົ່າໃຫ້ເອື້ອຍຟັງຕໍ່ໄປນີ້ເປັນເຫດການທີ່ເກີດຂຶ້ນເປັນປະຈຳກັບຄອບຄົວທີ່ ນ້ອງອາໄສຢູ່ ຊຶ່ງເຮັດໃຫ້ນ້ອງ ທົນບໍ່ໄດ້ກັບ ການກະທຳຂອງຜູ້ເປັນແມ່ທີ່ມີຕໍ່ລູກ ນ້ອຍຂອງຕົນ.

          ນ້າ ລ ມີອາຊີບຄ້າຂາຍ, ມີ ລູກ 3 ຄົນ, ລູກຊາຍກົກ ອາຍຸ 9 ປີ ລູກສາວກາງ 6 ປີ ແລະ ລູກສາວຫຼ້າ 4 ປີ ເນື່ອງຈາກວ່າ ເດັກນ້ອຍທັງສາມ ເປັນຄົນອ່າວດື້ຕາມພາສາເດັກນ້ອຍທົ່ວໄປທີ່ກຳລັງຊອກຮູ້, ຊອກເຫັນສິ່ງໃໝ່ໆຢູ່ຕະຫຼອດເວລາ ບວກກັບນິດໄສ ຂອງແມ່ທີ່ເປັນຄົນໃຈຮ້ອນ, ຍາມອາລົມດີກໍດີຈົນໜ້າຕົກໃຈ,ຍາມຢາກຮ້າຍກໍເປັນຕາຢ້ານຈົນບໍ່ກ້າເຂົ້າໃກ້.  ນ້າ ລ ມັກຮ້າຍດ່າດ້ວຍ ຄຳເວົ້າຫຍາບຄາຍ ແລະ ຕົບຕີລູກ ໂດຍສະເພາະ ເວລາທີ່ຜູ້ເປັນຜົວອອກໄປຊຸມແຊວ ຫາກລູກເຮັດຫຍັງຜິດໃຈ ບໍ່ວ່າຈະເປັນ ເລື່ອງນ້ອຍ ຫຼື ເລື່ອງໃຫຍ່ ກໍຈະລົງ ໂທດດ້ວຍການຕົບຕີເບິ່ງຄືວ່າໃຊ້ລູກ ເປັນບ່ອນລະບາຍອາລົມ ຄວາມໂມ ໂຫໂທໂສຂອງຕົນ ເປັນຕົ້ນ ລູກຊາຍ ກົກແມ່ນຖືກຮ້າຍດ່າ, ຕົບຕີ ເປັນປະຈຳ, ຊຶ່ງມີຫຼາຍຄັ້ງທີ່ການກະທຳຂອງ ນ້າ ລ ເຮັດໃຫ້ສະມາຊິກໃນຄອບ ຄົວບໍ່ພໍໃຈ ແຕ່ກໍເວົ້າຫຍັງບໍ່ໄດ້. ເມື່ອເຂົ້າໄປຫ້າມກໍຍິ່ງເປັນການເພີ່ມໄຟໃນໃຈ ຂອງລາວໃຫ້ລຸກລາມຍິ່ງຂຶ້ນກວ່າເກົ່າ ພ້ອມທັງຕອບ ກັບຄືນມາວ່າ: ຂ້ອຍຕີກະສິເປັນຫຍັງມັນເປັນລູກຂອງຂ້ອຍ ໃນເມື່ອເວົ້າດີມັນບໍ່ມັກ ຂ້ອຍຈະຕີໃຫ້ມັນຫຼາບມັນຈື່ມື້ໜ້າຫາກຍັງເຮັດ ອີກຈະຕີໃຫ້ໜັກກວ່ານີ້Ž ເມື່ອໄດ້ຍິນຄຳເວົ້າແບບນີ້ທຸກຄັ້ງຈຶ່ງບໍ່ມີໃຜກ້າໄປຫ້າມ, ສະນັ້ນ ເມື່ອເຫັນການໃຊ້ຄວາມຮຸນແຮງຂອງນ້າ ລ ຕໍ່ລູກຂອງລາວ ແລ້ວ ເຖິງນ້ອງຈະສົງສານຫຼານພຽງໃດກໍຕາມແຕ່ຄົນນອກຄືຈັ່ງນ້ອງ ກໍ ບໍ່ສາມາດຊ່ວຍຫຍັງຫຼານໄດ້ ນອກ ຈາກການອົບຮົມສັ່ງສອນ ແລະ ຕັກ ເຕືອນໃນເວລາທີ່ເຫັນຫຼານເຮັດຜິດ ເພາະບໍ່ຢາກໃຫ້ຄວາມດື້ຂອງຫຼານໄປເຮັດໃຫ້ແມ່ໃຊ້ເປັນ ເຫດຜົນທຸບຕີ,ທຳຮ້າຍຮ່າງກາຍໄປຫຼາຍກວ່ານີ້. ຕາມ ທີ່ນ້ອງສັງເກດພຶດຕິກຳຂອງຫຼານ ແລ້ວ ການຕົບຕີເພື່ອໃຫ້ເດັກນ້ອຍ ຫຼາບຈື່ ກໍບໍ່ແມ່ນທາງອອກທີ່ເໝາະສົມສະເໝີໄປເພາະການໃຊ້ຄວາມຮຸນ ແຮງໃນການແກ້ໄຂບັນຫາອາດຈະ ເຮັດໃຫ້ເດັກກາຍເປັນຄົນທີ່ມີ ພຶດຕິກຳແຂງກະດ້າງ, ບໍ່ຮູ້ໃຫ້ກຽດຄົນອື່ນ ແລະ ບໍ່ຢ້ານກົວຕໍ່ການຖືກຕົບຕີ. ສະນັ້ນ ຕໍ່ກັບບັນຫາດັ່ງກ່າວ ນ້ອງຈ່ຶງຂໍ ຖາມເອື້້ອຍ ວ່າ: 

  1. ການກະທຳຂອງນ້າ ລ ຜິດ ຕໍ່ລະບຽບກົດໝາຍ ຫຼື ບໍ່?

          2.ເມື່ອເຫັນການກະທຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ ແລະ ຈິດໃຈຂອງເດັກ ແຕ່ເຮົາເປັນຄົນນອກ ຈະມີວີທີຊ່ວຍ ເຂົາເຈົ້າໄດ້ຄືແນວໃດ?

ຈາກ: ນ້ອງ ນ

          ນ້ອງ ນ ທີ່ຮັກແພງ ! ອ່ານຈົດໝາຍຂອງນ້ອງແລ້ວ ພາໃຫ້ເອື້ອຍຮູ້ສຶກເປັນຫ່ວງເປັນໃຍ ຕໍ່ຄວາມຮັກ ແລະ ວິທີການສຶກ ສາອົບຮົມ ຫຼື ສັ່ງສອນລູກຂອງ ນາງ ລ ຫຼາຍທີ່ສຸດເພາະຍັງລ້ຽງລູກດ້ວຍການລະບາຍອາລົມ ຄຽງຄູ່ກັບການລົງໂທດ ເພື່ອໃຫ້ລູກຢ້ານ ກົວ ເປັນຕົ້ນຕໍ ຊຶ່ງຈະເຮັດໃຫ້ລູກຂາດຄວາມເຄົາລົບນັບ ຖື, ເກີດມີປົມດ້ອຍ,  ຊອກຫາວິທີຕອບໂຕ້ ແລະ ຮຽນແບບເອົານິດໄສການ ມັກໃຊ້ຄວາມຮຸນແຮງແກ້ໄຂບັນຫາ  ສິ່ງທີ່ຄວນລະມັດລະວັງທີ່ສຸດກໍຄືເດັກ ຈະຫັນໄປເພິ່ງພາໝູ່ຄູ່ທີ່ຂາດປະສົບການຊີວິດແລ້ວຖືເອົາ ເປັນ ສາເຫດໜຶ່ງ ກ້າວໄປສູ່ປະກົດການຫຍໍ້ທໍ້ໄດ້ງ່າຍຂຶ້ນ.

          ນ້ອງເອີຍ ! ມີລູກຄົນໃດແດ່ນໍ້ ທີ່ບໍ່ມັກໃຫ້ແມ່ເວົ້າດີນຳ ? ເອື້ອຍຍັງເຊື່ອຢ່າງບໍລິສຸດໃຈວ່າ ເດັກທຸກຄົນປາຖະໜາຢາກ ໃຫ້ແມ່ເວົ້າ ຫຼ້າເວົ້າຄຳ, ໃຫ້ແມ່ອຸ້ມ, ແມ່ກອດ, ຢາກໄດ້ຍິນສຽງຫວານໆ ແລະ ການເຍົ້າອອຍ ແບບຍົກເຫດຍົກຜົນຢ່າງຖະນຸຖະ ໜອມຄືເປັນລູກຫຼ້າຄຳແພງ, ເປັນເດັກ ຄຳຮູ້ຂອງແມ່ ແລະ ອື່ນໆ ໂດຍການ ແນະນຳ, ຊີ້ແຈງ, ອະທິບາຍ ທີ່ພາໃຫ້ ລູກເກີດຄວາມຜູກພັນ ອັນອົບອຸ່ນ, ຄວາມເຫັນອົກເຫັນໃຈທີ່ພາໃຫ້ຮູ້ສຶກ ເປັນສຸກ, ການໃກ້ຊິດຕິດແທດ ແລະ ເຂົ້າໃຈລູກແທ້ໆ.

          ສຳລັບຜູ້ເປັນລູກ ກໍຄືສະມາ ຊິກໃນຄອບຄົວ ຕ້ອງພະຍາຍາມເຫັນ ໃຈ, ເຂົ້າໃຈ ຈຸດພິເສດທາງດ້ານອາ ລົມອັນແປປວນ ຫຼື ຂຶ້ນໆລົງໆຂອງຜູ້ເປັນແມ່ໃຫ້ຫຼາຍຂຶ້ນຕື່ມ ຊຶ່ງບາງເທື່ອ ກໍມາຈາກເລື່ອງສຸຂະພາບ, ການດຳລົງຊີວິດ ແລະ ການປັບປ່ຽນສະພາບ ແວດລ້ອມອ້ອມຂ້າງອື່ນໆ ໂດຍການ ເອົາໃຈໃສ່ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ ຫຼອມຕົນເອງໃຫ້ເປັນຄົນຄຳຮູ້, ຮຽນ ເກັ່ງ,  ໜ້າຮັກ,  ຊ່ວຍເຫຼືອແບ່ງເບົາວຽກ ເຮືອນການຊານໃຫ້ແມ່ໄດ້ຫາຍໃຈແດ່ ເປັນຕົ້ນ: ການອະນາໄມມ້ຽນມັດ ເຮືອນຊານ, ໜຶ້ງເຂົ້າ, ລ້າງຖ້ວຍ, ຊັກເຄື່ອງ, ຫົດນຳ້ຕົ້ນໄມ້‚ ເປັນລູກກະຕັນຍູຮູ້ບຸນຄຸນ, ບອກສອນງ່າຍ, ເວົ້າຟັງຄວາມ ແລະ ບໍ່ຂີ້ດື້, ບໍ່ສ້າງບັນຫາ ຫຼື ເຮັດໃຫ້ແມ່ ລຳບາກໃຈນຳ ຈົນບໍ່ສາມາດຄວບຄຸມອາລົມ ຫຼື ສະ ພາບຈິດໃຈໄດ້. ສ່ວນຄຳຖາມຂອງນ້ອງ ເອື້ອຍຂໍແລກປ່ຽນນຳດັ່ງນີ້:

  1. ການກະທຳຂອງນາງ ລ ຜິດຕໍ່ລະບຽບກົດໝາຍ ຫຼືບໍ່ ?

          ນ້ອງ ເອີຍ! ການກະທຳຂອງ ນາງ  ລ  ຖືເປັນ ການໃຊ້ຄວາມຮຸນແຮງ, ຕໍ່ເດັກ ຊຶ່ງສ້າງ ຄວາມເສຍຫາຍຕໍ່ສຸຂະ ພາບຂອງ ເດັກ ເປັນຕົ້ນ: ການຕົບ, ຕີ, ຮ້າຍດ່າ, ຂົ່ມຂູ່, ຖືເປັນການກະທຳທີ່ ລະເມີດກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນ ແຮງ ຕໍ່ແມ່ຍິງ ແລະ ເດັກ. ເຊິ່ງລູກຂອງນາງ ລ ແມ່ນມີສິດອັນຊອບທຳທີ່ຈະໄດ້ຮັບ ການປ້ອງກັນ ຫຼື ກັນ ບໍ່ໃຫ້ຖືກຕົບ-ຕີ,  ຮ້າຍດ່າ, ຂົ່ມຂູ່ ດ້ວຍຄຳຫຍາບຄາຍ ກໍຄືການໄດ້ຮັບການປົກປ້ອງ  ເພື່ອໃຫ້ ຢຸດເຊົາການໃຊ້ຄວາມຮຸນແຮງ, ໃຫ້ການ ຊ່ວຍເຫຼືອ ແລະ ແກ້ໄຂຕາມກົດໝາຍ ແລະ ລະບຽບການ. ສະນັ້ນແລ້ວ ອີງ ຕາມມາດຕາ 2,  10, 13, 14 ແລະ ຂໍ້ 1,2,3,7,10 ໃນມາດຕາ 17 ແລ້ວ ນາງ ລ ແມ່ນມີຄວາມຜິດຕໍ່ ລະບຽບກົດໝາຍ. ສ່ວນນ້ອງທີ່ເຫັນເຫດການ ແຕ່ບໍ່ສະ ແດງຄວາມຮັບຜິດຊອບ ກໍມີຄວາມຜິດ ໃນມາດຕາ 25 ຍ້ອນບໍ່ໄດ້ສຶກສາອົບຮົມຕັກເຕືອນສະມາຊິກອື່ນໃນຄອບຄົວ ແລະ ບໍ່ໄດ້ຕ້ານທຸກພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງໃນຄອບຄົວ ກໍຄືມາດຕາ 26, 27 ທີ່ບໍ່ໄດ້ເຂົ້າໄປປົກ ປ້ອງ-ປ້ອງກັນການໃຊ້ຄວາມຮຸນແຮງ ຕໍ່ເດັກ, ລວມທັງບໍ່ປັບປ່ຽນພຶດຕິກຳ ແລະ ຢຸດຕິ ການກະທຳຂອງ ນາງ ລ ແລະ ມາດຕາ 29 ບໍ່ ແຈ້ງ ຫຼື ລາຍງານ ເຫດການ.

  1. ເມື່ອເຫັນການກະທຳທີ່ເປັນ ການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ ແລະ ຈິດໃຈຂອງເດັກ ແຕ່ເຮົາເປັນຄົນນອກ ຈະມີວິທີຊ່ວຍ ເຂົາເຈົ້າໄດ້ແນວໃດ ?

          ອີງຕາມມາດຕາ 25 ຂອງກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດ ກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກແລ້ວ ເຮົາເປັນຄົນນອກ ຫຼື ສະມາຊິກໃນຄອບຄົວ ຄວນມີວິທີຊ່ວຍ ດ້ວຍການສຶກສາອົບຮົມ, ຕັກເຕືອນ ນາງ ລໃຫ້ເຄົາລົບສິດຂອງລູກ, ຕ້ານທຸກພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ສັງຄົມ; ພ້ອມກັນ ນັ້ນ, ກໍສົ່ງເສີມແມ່ຍິງ ແລະ ເດັກໃນ ຄອບຄົວ ໃຫ້ມີການພັດທະນາຢ່າງຮອບດ້ານ; ສຳລັບມາດຕາ 26, 27 ແມ່ນມີຄວາມຮັບຜິດຊອບ ແລະ ເປັນ ເຈົ້າການເຂົ້າຮ່ວມໃນການປ້ອງ ກັນການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໂດຍບໍ່ໃຫ້ເອົາຄວາມເຊື່ອຖື ແລະ ຮີດຄອງປະເພນີ ເປັນສິ່ງກົດໜ່ວງຕົນເອງ; ສິ່ງສຳຄັນແມ່ນ ຄວນປັບປ່ຽນພຶດຕິກຳ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ມີທັດສະນະຄະຕິທີ່ດີ, ເຄົາລົບສິດທິເດັກ, ຮັບຮູ້  ແລະ  ປະຕິບັດພັນ ທະຂອງຕົນ ເພື່ອໃຫ້ເດັກໄດ້ໃຊ້ສິດໃນການຢູ່ລອດ, ການປົກປ້ອງບໍ່ໃຫ້ເອົາຄວາມເຊື່ອຖື ແລະ ຮີດຄອງປະເພນີ ເປັນຂໍ້ອ້າງເພື່ອ ໃຊ້ ຄວາມຮຸນແຮງກັບລູກ. ຕ້ອງປະກອບສ່ວນໃນການໂຄສະນາ, ຊວນເຊື່ອ, ສ້າງສະຕິໃນການຕ້ານ ແລະ ສະກັດກັ້ນການໃຊ້ຄວາມ ຮຸນແຮງຕໍ່ເດັກ. ພ້ອມດຽວກັນນັ້ນ, ກໍຕ້ອງເອົາໃຈໃສ່ປະຕິບັດພັນທະຕາມມາດຕາ 29 ດ້ວຍການແຈ້ງ ຫຼື ລາຍງານເຫດ ການໃຫ້ ອົງການປົກຄອງບ້ານ, ການຈັດຕັ້ງບ່ອນເກີດເຫດ (ການຈັດຕັ້ງຂອງຕົນ), ສະຫະພັນແມ່ຍິງ, ຕາໜ່າງ ຫຼື ຄະນະກຳມະການປົກ ປ້ອງ ແລະ ຊ່ວຍເຫຼືອເດັກ ຫຼື ເຈົ້າໜ້າທີ່ຕຳຫຼວດໃນທັນທີ ແລະ ທັນການ.  ນອກຈາກ ນັ້ນ, ຍັງຕ້ອງໃຊ້ມາດຕະການປົກປ້ອງ ຕາມມາດຕາ 42  ບໍ່ໃຫ້ນາງ ລ ມີເງື່ອນ ໄຂໃຊ້ຄວາມຮຸນແຮງຕໍ່ລູກຕື່ມອີກ; ໃຫ້ນາງ ລ ຢຸດຕິການນາບຂູ່, ກໍ່ກວນ ລູກ ຫຼື ສະມາຊິກ ໃນຄອບຄົວຂອງຜູ້ກ່ຽວ; ຖ້າຈຳເປັນກໍໃຫ້ເຂົ້າບຳບັດ, ກັກຕົວ, ຈັບຕົວ ຫຼື ກັກຂັງຜູ້ໃຊ້ຄວາມຮຸນແຮງ ແລ້ວດຳເນີນຄະດີຕາມກົດໝາຍ.

          ນ້ອງ ນ ທີ່ຮັກແພງ ! ໃນມາດ ຕາ 47 ຍັງໄດ້ກຳນົດການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກ ໃຫ້ດຳເນີນ ດ້ວຍສອງຮູບການ ດັ່ງນີ້: ໜຶ່ງ, ການສຶກ ສາອົບຮົມ, ປະນີປະນອມ ຫຼື ການໄກ່ເກ່ຍ ສອງ, ການດຳເນີນຄະດີ; ສຳລັບການ ໃຊ້ຄວາມຮຸນແຮງທີ່ມີຜົນເສຍຫາຍບໍ່ ຫຼາຍຜູ້ຖືກເຄາະຮ້າຍສາມາດເລືອກເອົາຮູບການແກ້ໄຂໃດໜຶ່ງແຕ່ໃນກໍລະນີມີຜົນເສຍຫາຍຫຼວງຫຼາຍ ຕ້ອງໄດ້ດຳເນີນຄະດີຕໍ່ຜູ້ໃຊ້ ຄວາມ ຮຸນແຮງ ຊຶ່ງໃນຕົວຈິງແລ້ວ ຍັງຕ້ອງດຳເນີນມາດຕາ ອື່ນໆທີ່ກ່ຽວຂ້ອງຄຽງຄູ່ກັນຕື່ມອີກ.

          ອວຍພອນໃຫ້ນ້ອງມີສຸຂະ ພາບແຂງແຮງ, ມີຄວາມສຸກຄວາມຈະເລີນໃນຊີວິດຄອບຄົວ ແລະ ປະສົບ

ຜົນສຳເລັດໃນການສຶກສາຮໍ່າຮຽນ.

                                                         

ຈາກເອື້ອຍສະຫງວນຄິດ

      ສະບາຍດີ ເອື້ອຍສະຫງວນ ຄິດທີ່ນັບຖື !

      ນ້ອງເປັນຂາປະຈຳ ຕິດຕາມອ່ານຄໍລຳຕອບບັນຫາຊີວິດຂອງເອື້ອຍມາຫຼາຍປີແລ້ວ ແຕ່ບໍ່ຄິດວ່າຈະມີມື້ທີ່ນ້ອງໄດ້ ຂຽນມາປຶກສາເອື້ອຍ ເພາະຄິດວ່າຊີວິດນ້ອງມີຄວາມສຸກສົມຫວັງມາໂດຍຕະຫຼອດ. ນ້ອງຊື່ວ່າ: ກ, ເປັນ ລັດຖະກອນສັງ ກັດຢູ່ອົງການແຫ່ງໜຶ່ງຂອງລັດ. ບັນຫາທີ່ນ້ອງພົບພໍ້ເກີດ ຈາກຄວາມຮັກເປັນຈຸດເລີ່ມຕົ້ນ ເນື່ອງ ຈາກນ້ອງໄດ້ແຕ່ງດອງກັບ ສ ເມື່ອປີ 2014 ແຕ່ງໄດ້ພຽງ 4 ເດືອນ ກໍມີເຫດຕ້ອງໄດ້ຢ່າຮ້າງກັນແບບບໍ່ຈົບງາມ ປານໃດ ດ້ວຍເຫດຜົນທີ່ຟັງແລ້ວເອື້ອຍ ອາດຈະຕັ້ງບັນຫາຄືນມາວ່າແມ່ນໃຜແທ້ທີ່ເວົ້າຄວາມຈິງ ? ສຳລັບຂໍ້ມູນທີ່ມາຈາກນ້ອງນີ້ ຖືວ່າເປັນຄວາມຈິງ ທຸກປະ ການ ຮັບຮອງດ້ວຍກຽດສັກສີຂອງແມ່ຍິງ. ເລື່ອງມີຢູ່ວ່າ: ໃນມື້ແຕ່ງດອງ ນ້ອງໄດ້ຮູ້ຄວາມຈິງວ່າ ສ ໄດ້ ພົວພັນແບບຊູ້ ສາວກັບຍິງຄົນໜຶ່ງຊື່ ວ ທີ່ເປັນໝູ່ຂອງລາວຕັ້ງແຕ່ຕອນທີ່ພວກນ້ອງຍັງບໍ່ໄດ້ແຕ່ງດອງກັນ ຈົນ ມາຮອດມື້ແຕ່ງດອງ, ວ ກໍມາຮ້ອງໄຫ້ ໃສ່ວ່າ ຮັກກັບ ສ ມາແຕ່ດົນ ແລະ ສ ກໍໄດ້ເວົ້າອອກມາຕໍ່ໜ້ານ້ອງວ່າເສຍ ດາຍທີ່ຄົນແຕ່ງດອງກັບລາວນັ້ ນບໍ່ ແມ່ນນາງ ວ. ຄຳເວົ້າດັ່ງກ່າວເປັນຊະນວນໃຫ້ນ້ອງເກີດຄວາມຄິດຢາກໂຈະງານແຕ່ງດອງໃນມື້ນັ້ນ ແຕ່ນ້ອງກໍອົດ ໄວ້ ເພາະເຫັນແກ່ພໍ່ແມ່ຍາດຕິພີ່ນ້ອງ. ແຕ່ຄວາມຮັກທີ່ບໍ່ຈິງໃຈດັ່ງກ່າວ ກໍສາມາດປະຄັບປະຄອງໄດ້ພຽງ 4 ເດືອນ ຈຶ່ງສິ້ນ ສຸດລົງ. ທຳອິດທີ່ຂໍຢ່າຮ້າງ ສ ບໍ່ຍອມ ແລະ ສູ້ຊົນທີ່ຈະຢູ່ນຳກັນຕໍ່ ທັງທີ່ລາວຍັງພົວພັນກັບ ວ. ນ້ອງຈຶ່ງຕັດສິນໃຈຂຶ້ນ ຟ້ອງສານເພື່ອຂໍຢ່າຮ້າງ ແຕ່ໃນທີ່ສຸດລາວກໍຍັດຍຽດຂໍ້ຫາໃຫ້ ນ້ອງກັບຄືນວ່າ ນ້ອງມີການພົວພັນ ກັບຊາຍອີກຄົນໜຶ່ງ ຈຶ່ງເປັນເຫດຜົນທີ່ນ້ອງຕ້ອງການຂໍຮ້າງກັບລາວ. ສຸດທ້າຍ ພວກນ້ອງກໍໄດ້ຢ່າຮ້າງກັນດ້ວຍ ເຫດຜົນສອງແງ່ສອງງ່າມວ່າ ພວກ ນ້ອງທັງສອງ ແມ່ນໃຜກັນແທ້ທີ່ນອກໃຈ ? ຈາກເຫດການຢ່າຮ້າງນີ້ ໄດ້ເຮັດໃຫ້ນ້ອງພົບກັບຫຼາຍໆບັນຫາທັງ ເບື້ອງຄອບຄົວ ແລະ ສັງຄົມທີ່ເບິ່ງ ນ້ອງໄປໃນແງ່ລົບຫຼາຍຂຶ້ນ. ເວົ້າສະເພາະບ່ອນທີ່ນ້ອງເຮັດວຽກ ກໍມີຫຼາຍ ອັນທີ່ຕ່າງ ໄປ. ຈາກທີ່ນ້ອງເຄີຍໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຄວາມເຊື່ອ ໝັ້ນໃຫ້ຮັບຜິດຊອບວຽກສຳຄັນກໍກາຍເປັນຄົນທີ່ມີຈຸດ ອ່ອນຂໍ້ຄົງຄ້າງຕິດຕົວຕະຫຼອດ, ເວລາທີ່ມີການປະຊຸມ, ການປະເມີນພະນັກງານເທື່ອໃດ ເພື່ອນຮ່ວມງານກໍມັກຈ ຍົກ ບັນ ຫານີ້ຂຶ້ນມາເວົ້າໃຫ້ນ້ອງເລື້ອຍໆ. ຮອດທຸກມື້ນີ້ ນ້ອງກາຍເປັນຄົນທີ່ບໍ່ມີຄວາມໝາຍຕໍ່ການຈັດຕັ້ງ ເຖິງແມ່ນວ່າຈະທຸ້ມເທ ຄວາມຮູ້ຄວາມສາມາດໄປຫຼາຍສ່ຳໃດ ກໍໄດ້ສິ່ງທີ່ເປັນຈຸດອ່ອນກັບຄືນມາ ຈົນນ້ອງຄິດກັບຕົນເອງວ່າ: ຢາກ ຍ້າຍບ່ອນ ເຮັດວຽກ ຫຼື ກໍອອກໄປເຮັດ ວຽກນຳເອກະຊົນ ແຕ່ກໍຍັງຮັກວຽກ ທີ່ຕົນເຮັດຢູ່.

      ນ້ອງຈຶ່ງຂໍຖາມເອື້ອຍວ່າ:

  1. ສະຖານະພາບເປັນຮ້າງ ຂອງນ້ອງ ເປັນສິ່ງສຳຄັນຕັດສິນການດຳລົງຊີວິດຂອງນ້ອງ ຫຼື ບໍ່ ?

      2.ຄວາມດີຂອງນ້ອງທີ່ສ້າງຜ່ານມາ ໝົດໄປພ້ອມກັບຄອບຄົວທີ່ແຕກຫັກຂອງນ້ອງແລ້ວບໍ່? ຖ້ານ້ອງຢາກສ້າງ ຄວາມ ເຊື່ອໝັ້ ນໃຫ້ສັງຄົມ ແລະ ການຈັດຕັ້ງໄດ້ເຫັນນ້ອງຄວນ ເຮັດແນວໃດ ?

  1. ຖ້ານ້ອງເຮັດວຽກ ໂດຍຂາດການສະໜັບສະໜູນຈາກເພື່ອນຮ່ວມງານຄືແນວນີ້ ນ້ອງຈະອອກໄປ ເຮັດວຽກຢູ່ ບ່ອນໃໝ່ ຖືເປັນທາງອອກ ທີ່ເໝາະສົມບໍ່ ?

      ຂໍຄວາມຊ່ວຍເຫຼືອນຳເອື້ອຍ ຊອກທາງອອກທີ່ເໝາະສົມໃຫ້ນ້ອງຜູ້ມີບັນຫາຄົນນີ້ດ້ວຍ.

ດ້ວຍຄວາມນັບຖື

ຈາກ: ນ້ອງ  ກ

ຕອບ

      ນ້ອງ ກ ທີ່ຮັກແພງ !

      ອ່ານເບິ່ງ ຈໝ ສະບັບນີ້ແລ້ວ ເອື້ອຍເອງກໍຮູ້ສຶກເຫັນໃຈ ແລະ ເຂົ້າ ໃຈໃນສະພາບຄວາມ ເປັນຈິງອັນແສນ ເຈັບປວດ ທີ່ນ້ອງກຳລັງຕໍ່ສູ້, ປະຄັບ ປະຄອງ, ປົກປ້ອງຄວາມສຸກ, ຄວາມອົບອຸ່ນຂອງສະຖາບັນຄອບຄົວ, ເຊິ່ງນ້ອງຕ້ອງ ຍອມອົດທົນກັບຄວາມເຫັນ ແກ່ຕົວ, ການບໍ່ຮູ້ຈັກໃຫ້ກຽດຈາກການ ກະທຳຂອງສາມີກໍຄືຄົນຮັກ.

      ນ້ອງເອີຍ !  ການປ່ຽນແປງ ຂອງຄຸນລັກສະນະຄອບຄົວທີ່ກຳລັງໄດ້ຮັບຜົນກະທົບຈາກໂລກາພິວັດ, ເສດຖະກິດ, ເຕັກໂນໂລຊີ ແລະ ວັດທະນະທຳທີ່ຫຼາກຫຼາຍ ໄດ້ເຮັດໃຫ້ຄຸນຄ່າທາງຈິດໃຈຂອງຄົນເຮົາເລີ່ມຫຼຸດໜ້ອຍຖອຍລົງ; ສິ່ງສຳຄັນແບບແຜນດຳລົງຊີວິດ ແລະ ການເຄື່ອນໄຫວທີ່ແລ່ນນຳຜົນປະໂຫຍດກໍເປັນປັດໄຈອັດຕະວິໄສໜຶ່ງຂອງຄົນ ພາຍໃນຄອບຄົວທີ່ຍັງບໍ່ທັນກວ້າງຂວາງ, ບໍ່ທັນເອື້ອເຟື້ອໃຫ້ແກ່ການກໍ່ສ້າງຄວາມຮັກ ຊຶ່ງອັນໃດກໍຍັງຕ້ອງ ນອນໃນຂອບ ຂອງຮີດຄອງປະເພນີ ແລະ ມັກໂອນອ່ອນ ຜ່ອນຕາມຜູ້ອື່ນ ອັນທີ່ໜ້າເປັນຫ່ວງຫຼາຍແມ່ນສາມີ-ພັນລະຍາ ຍັງບໍ່ທັນ ໃຫ້ຄວາມສໍາຄັນຕໍ່ການສ້າງຄອບຄົວວັດທະນະທຳ ແລະ ຄອບຄົວ 3 ດີ ຍັງຖືເບົາຕໍ່ການປົກປ້ອງ, ຕຸ້ມຕ່ອມ ຄວາມ ເຂົ້າອົກເຂົ້າໃຈກໍຄືຄອບຄົວຂອງຕົນເອງ, ບໍ່ທັນເອົາໃຈໃສ່ຕັ້ງໜ້າປຶກສາຫາລືລະຫວ່າງຜົວ-ເມຍໃນ ການປັບປຸງປົວແປງ ຊີວິດຄອບຄົວໃຫ້ມີຄວາມສຸກ ແລະ ອົບອຸ່ນ. ສະນັ້ນ, ການສ້າງຄອບຄົວດີຍັງແມ່ນສິ່ງສຳຄັນ ແລະ ມີຄວາມຈຳເປັນ ທີ່ສຸດ ໃນຍຸກປະຈຸບັນ. ສຳລັບຄຳຖາມຂອງນ້ອງ ເອື້ອຍຂໍແລກປ່ຽນນຳດັ່ງນີ້:  

  1. ນ້ອງເອີຍ! ສະຖານະພາບຄວາມເປັນຮ້າງຂອງນ້ອງ ບໍ່ອາດຈະ ຖືເປັນສິ່ງສຳຄັນ ທີ່ຈະຕັດສິນການດຳ ລົງຊີວິດຂອງນ້ອງ ຫຼື ຊີ້ຊະຕາເຖິງການປ່ຽນແປງກ່ຽວກັບອະນາຄົດຂອງນ້ອງໄດ້ແຕ່ຢ່າງໃດ ເພາະມາດຕາ 5 ຂອງກົດ ໝາຍຄອບຄົວ ໄດ້ລະບຸແຈ້ງວ່າລັດ ແລະ ສັງຄົມ ຖືເອົາການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບ ທຳຂອງຜູ້ ເປັນແມ່ ແລະ ເດັກ ເປັນບຸ ລິມະສິດໃນເວລາຜົວ-ເມຍຢູ່ຮ່ວມ ກັນ, ແຍກກັນຢູ່ ຫຼື ຢ່າຮ້າງກັນ ຊຶ່ງ ໃນມາດຕາ 20 ກໍໄດ້ກຳນົດສາເຫດ ຄວາມຈຳເປັນພາວະວິໄສ ທີ່ນ້ອງບໍ່ສາມາດຢູ່ຮ່ວມສາຍຄາດຽວກັບ ສ ອັນ ເນື່ອງມາຈາກ ສ ມີການໄປມາຫາສູ່ ພົວພັນແບບຊູ້ສາວ ທີ່ບໍ່ເໝາະສົມກັບ ວ (ສາເຫດທີ 1 ການທຳມິດສະຈານ) ບວກກັບການໃຊ້ຄວາມ ຮຸນແຮງ ທາງດ້ານຈິດໃຈ ຄືຍົກຍ້ອງ ວ ຕໍ່ໜ້າ ແບບບໍ່ໃຫ້ກຽດ, ໃສ່ຮ້າຍປ້າຍສີນ້ອງ ແບບບໍ່ມີມູນຄວາມຈິງ (ສາເຫດທີ 2) ແລະ ນຳໄປສູ່ການບໍ່ສາມາດດຳລົງຊີ ວິດເປັນຜົວ-ເມຍກັນຕໍ່ໄປໄດ້ ຍ້ອນ ສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ, ທຳ ລາຍຈິດໃຈກັນ (ສາເຫດທີ 10) ຊຶ່ງ ເບິ່ງຕາມເຫດ ແລະ ຜົນ ແມ່ນນ້ອງມີ ຄວາມຊອບທຳ ແລະ ໜ້າເຫັນໃຈທີ່ ສຸດ ຊຶ່ງເອື້ອຍເຊື່ອວ່າການຈັດຕັ້ງ ແລະ ໝູ່ຄູ່ຄົງຈະເຂົ້າໃຈ. ເຖິງແນວໃດກໍຕາມ ນ້ອງເອີຍ ! ຍ້ອນສູ່ມື້ນີ້ ຄວາມສຸກ ຂອງສະຖາ ບັນຄອບຄົວ ພວມໄດ້ຮັບ ຜົນກະທົບຫຼາຍຈາກຄະດີຢ່າຮ້າງທີ່ ກຳລັງມີທ່າອ່ຽງສູງ (ກວມ80%ຂອງ ຄະດີທີ່ເຂົ້າສູ່ສານ) ແລະ ສ່ວນຫຼາຍກໍແມ່ນແມ່ຍິງຂໍປະຜົວ ບວກກັບມາດ ຕາ 4 ຂອງກົດໝາຍຄອບຄົວໄດ້ລະບຸໃຫ້ຍິງ ແລະ ຊາຍທີ່ ຮອດກະສຽນອາຍຸເອົາກັນເປັນຜົວ-ເມຍຕ້ອງປະຕິບັດຫຼັກການຜົວໜຶ່ງເມຍດຽວເທົ່ານັ້ນ ລັດບໍ່ອະນຸຍາດໃຫ້ຍິງ ແລະ ຊາຍ ມີຫຼາຍຜົວຫຼາຍເມຍŽຍ້ອນເຫດຜົນນີ້ບໍ້ ໃນຈິດສຳນຶກຂອງຄົນອ້ອມຂ້າງນ້ອງ ຈຶ່ງຄາດຫວັງຢາກໃຫ້ນ້ອງ: ປົກປ້ອງ ຄຸ້ມຄອງຄວາມຮັກ ຫຼື ບໍລິຫານຄອບ ຄົວໃຫ້ສຸດກົກສຸດປາຍ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈໃຫ້ ເພື່ອນຮ່ວມງານໄດ້ພາກພູມໃຈນຳ. ນອກຈາກນັ້ນ ສັງຄົມລາວ ກໍຍັງຖື ຄວາມເປັນແບບຢ່າງໃນການສ້າງຊີວິດຄອບ ຄົວທີ່ອົບອຸ່ນເປັນພື້ນຖານໃນການສ້າງຊີວິດ ແລະ ອະນາຄົດ ທີ່ສົດໃສ ຂໍໃຫ້ນ້ອງຈົ່ງອຸ່ນອຽນເຊື່ອ ໝັ້ນ ແລະ ກ້າວຕໍ່ໄປ.
  2. ຄວາມດີຂອງນ້ອງທີ່ສ້າງຜ່ານມາ ໝົດໄປພ້ອມກັບຄອບຄົວທີ່ແຕກຫັກຂອງນ້ອງແລ້ວບໍ່ ? ບໍ່ທັນ ແມ່ນເທື່ອດ ອກນ້ອງເອີຍ ອັນນີ້ສ່ວນສຳຄັນໜຶ່ງມັນກໍຂຶ້ນກັບຜູ້ບໍລິຫານ (ຫົວໜ້າ) ແລະ ອົງການຈັດຕັ້ງທີ່ນ້ອງສັງກັດຢູ່ວ່າຈະເບິ່ງ ບັນຫາບຸກຄະລາກອນຈາກທາດແທ້ ຫຼື ປະກົດການ ໄດ້ຊັດເຈນ, ຖືກຕ້ອງ ຫຼື ວິເຄາະ ວິ ໄຈວຽກພະນັກງານໄດ້ສອດ ຄ່ອງຕາມ 4 ລັກສະນະ (ປະຫວັດສາດ, ພາວະ ວິໄສ, ຕົວຈິງ ແລະ ຮອບດ້ານ) ນັ້ນ ເໝາະສົມຄ່ອງແຄ້ວສ່ຳໃດແທ້ ?

 ຖ້ານ້ອງຢາກສ້າງຄວາມເຊື່ອ ໝັ້ນໃຫ້ສັງຄົມ ແລະ ການຈັດຕັ້ງໄດ້ ເຫັນ ນ້ອງຄວນເຮັດແນວໃດ ? ນ້ອງ ເອີຍ ! ບູຮານວ່າ: ເສັ້ນທາງພິສູດມ້າການເວລາພິສູດຄົນŽ ໝາກຜົນຂອງຄົນຜູ້ໜຶ່ງມັນຂຶ້ນຢູ່ນຳຜົນສຳເລັດ ຂອງ ການຈັດຕັ້ງປະຕິບັດແນວທາງ ແລະ ເຮັດໃຫ້ແຜນນະໂຍບາຍເປັນຈິງ ຖ້ານ້ອງມີຜົນງານ ແລະ ບໍ່ທໍ້ຖອຍ ມື້ໜຶ່ງກໍຕ້ອງ ຖືກຍອມຮັບໃນຄວາມ ສາມາດ; ແນ່ນອນຄຳຄິດເຫັນ ຫຼື ຄຳເວົ້າຄົນອ້ອມຂ້າງກໍມີສ່ວນປະກອບທີ່ຕ້ອງງ່ຽງຫູຟັງ ເພາະພັກເຮົາຖືເອົາມະຫາຊົນເປັນປັດໄຈໃນການຊ່ວຍກໍ່ສ້າງພະນັກງານ ອັນໃດດີກໍກົ້ມຫົວຍອມຮັບ ແລະ ນຳມາປັບ ປຸງໃຫ້ດີຂຶ້ນ.

  1. ຖ້ານ້ອງເຮັດວຽກໂດຍຂາດການສະໜັບສະໜູນຈາກເພື່ອນຮ່ວມງານຄືແນວນີ້ ນ້ອງຈະອອກໄປເຮັດ ວຽກຢູ່ ບ່ອນໃໝ່ ຖືເປັນທາງອອກທີ່ເໝາະສົມບໍ່ ? ບໍ່ເໝາະສົມປານໃດ ເພາະການໜີບັນຫາຖືເປັນການຍອມຈຳນົນ ຊຶ່ງນ້ອງຈະໄປຢູ່ຂົງເຂດໃດກໍຕ້ອງໄດ້ປະສົບພົບພໍ້ບັນຫານີ້ ໃນຮູບແບບ ແລະ ຫຼາຍລະດັບທີ່ອາດຖືກປະຕິບັດໃນວິທີທີ່ ແຕກຕ່າງກັນ. ສະ ນັ້ນ, ຢູ່ເພື່ອແກ້ໄຂ, ປັບປຸງ ພັດທະນາ ແລະ ສ້າງຄຸນງາມຄວາມດີໃຫ້ຄົນອ້ອມ ຂ້າງໄດ້ເຫັນ, ໄດ້ຮັບຮູ້, ຍອມຮັບ ແລະ ຫັນຄວາມສົນໃຈມາຊຸກຍູ້ສົ່ງເສີມນ້ອງໃຫ້ໄດ້, ພະຍາຍາມໃຫ້ກຳລັງໃຈເຈົ້າຂອງ ເພື່ອຍິ້ມສູ້ຕໍ່ໄປເອື້ອຍ ເອງຂໍເອົາໃຈຊ່ວຍອີກແຮງໜຶ່ງ.

     

      ອວຍພອນໃຫ້ນ້ອງໂຊກດີ !

            ຈາກເອື້ອຍສະຫງວນຄິດ