171819

ສານŽ ແມ່ນໜຶ່ງໃນບັນດາອົງການຕຸລາການ, ເປັນເຄື່ອງມືອັນເດັດດ່ຽວ, ເຂັ້ມແຂງ,ຊື່ກົງ ແລະ ບໍ່ເຂົ້າຂ້າງອອກຂາ (ເປັນຄົນກາງ). ສານŽ ແມ່ນເຄື່ອງມືທີ່ສຳຄັນຂອງຊົນຊັ້ນກຳ ອຳນາດໃນທຸກໆລະບອບ ການເມືອງ, ການປົກຄອງ. ຕະຫຼອດໄລຍະທີ່ຜ່ານມາ, ຜູ້ຂຽນເຄີຍໄດ້ຍິນຫຼາຍໆຄົນເວົ້າວ່າ:  ບໍ່ຢາກໄປສານ!Ž ຍ້ອນວ່າ ຟັງແຕ່ຊື່ກໍ່ເປັນຕາຢ້ານແລ້ວ,ອາດຈະເປັນຍ້ອນວ່າສານŽຂອງຊົນຊັ້ນກຳອຳນາດ ການປົກຄອງລະບອບເກົ່າ, ເຮັດໜ້າທີ່ພຽງແຕ່ເພື່ອປົກປ້ອງຜົນປະໂຫຍດຂອງເຈົ້ານາຍລະບອບເກົ່າ, ວາງທ່າທີເຄັ່ງຂຶມ, ແຂງກະດ້າງ, ຜະເດັດການ ແລະ ບໍ່ເຄີຍໃຫ້ຄວາມເປັນທຳແກ່ປະຊາຊົນ ຜູ້ທຸກຍາກ. ຖ້າບຸກຄົນໃດຫາກເຮັດເພື່ອຜົນປະໂຫຍດຂອງປະຊາຊົນ ກໍ່ຈະກາຍເປັນຜູ້ປໍລະປັກກັບເຈົ້ານາຍເໜືອຫົວ.

       ໃນໄລຍະຜ່ານມາ ຜູ້ຂຽນເອງກໍ່ບໍ່ເຄີຍໄປສຳນັກງານຂອງສານຈັກເທື່ອ ກໍ່ເລີຍບໍ່ທັນຮູ້ວ່າ: ສານຂອງລະບອບປະຊາທິປະໄຕປະຊາຊົນລາວ ເປັນສານຂອງໃຜແທ້? ເພື່ອພິສູດຄວາມເປັນຈິງກ່ຽວກັບ ສານຂອງລະບອບປະຊາທິປະໄຕປະຊາຊົນ ຊຶ່ງຖືໄດ້ວ່າ: ເປັນເຄື່ອງມືພິທັກຄວາມຍຸຕິທຳ ແລະສິນທໍາໃຫ້ແກ່ປະຊາຊົນ, ຜູ້ຂຽນໄດ້ຮ່ວມເດີນທາງໄປນຳນັກຂ່າວແມ່ຍິງລາວ ເພື່ອຂໍສຳພາດ ທ່ານ ຄຳພັນ ສິດທິດຳພາ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຄົນຫຼ້າສຸດຊຶ່ງພວມດໍາລົງຕໍາແໜ່ງໃນສະໄໝທີ II. ພໍແຕ່ກ້າວຂຶ້ນໄປສູ່ສຳນັກງານສານປະຊາຊົນສູງສຸດ, ສິ່ງທໍາອິດທີ່ປະທັບຕາ ແລະ ປະທັບໃຈຜູ້ຂຽນແມ່ນເນື້ອໃນຄຳຂວັນ 2 ແຜ່ນໃຫຍ່ທີ່ຕິດໄວ້ຢູ່ເທິງປ່ອງບໍລິການຂາເຂົ້າ-ຂາອອກຂອງສຳນັກງານໃຫຍ່. ຄໍາຂວັນແຜ່ນທີໜຶ່ງຂຽນວ່າ: ຜູ້ພິພາກສາ ເປັນຜູ້ຮັກສາຄວາມຍຸຕິທຳ ແລະ ສິນທຳ, ສີຂາວສີດຳ ຕ້ອງຈຳແນກໃຫ້ຊັດເຈນ, ບໍ່ລະເວັ້ນອຳນາດ, ບໍ່ປະໝາດສາມັນຊົນ, ເຖິງຊີວິດຈະຍາກຈົນ, ແຕ່ໃຈຕົນບໍ່ໝົ່ນໝອງŽ. ທ່ານ ຄຳພັນ ສິດທິດຳພາ ແຈ້ງໃຫ້ຮູ້ວ່າ: ນີ້ແມ່ນຄຳເວົ້າທີ່ ຄັດອອກມາຈາກບົດປະກອບຄຳເຫັນຂອງ ທ່ານ ອຸ່ນເນື້ອ ພິມ ມະສອນ ອະດີດປະທານສານປະຊາຊົນສູງສຸດຄົນທຳອິດຂອງ ສປປ ລາວ ຕໍ່ກອງປະຊຸມປະຈຳປີຂອງສານປະຊາຊົນສູງສຸດ.ແຜ່ນທີສອງ ຂຽນວ່າ: ການບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ ຊ່ວຍແກ້ໄຂຄະດີໄດ້ບາດກ້າວໜຶ່ງ,ເຮັດວຽກດ້ວຍຄວາມຊື່ສັດສຸດຈະລິດຄືບາດກ້າວທຳອິດຂອງການຕັດສິນຄະດີທີ່ຖືກຕ້ອງŽ, ຊຶ່ງແມ່ນຄຳເຫັນ ຂອງທ່ານປະທານສານຄົນຫຼ້າສຸດນັ້ນເອງ. ເທົ່ານັ້ນຍັງບໍ່ທັນພຽງພໍຕໍ່ການເກັບກຳຂໍ້ມູນຂອງຜູ້ຂຽນ,ພວກເຮົາໄດ້ເຂົ້າໄປພົບທ່ານ ຄຳພັນ ສິດທິດຳພາ ຊຶ່ງທ່ານໄດ້ແຈ້ງ ກ່ຽວກັບສະພາບນຳພາ ການຈັດຕັ້ງປະຕິບັດວຽກງານຂອງຜູ້ພິພາກສາກໍ່ຄືບັນດາພະນັກ ງານຂອງສານປະຊາຊົນໃນທົ່ວປະເທດ ຊຶ່ງຜູ້ຂຽນສາມາດສັງລວມໄດ້ບາງເນື້ອໃນທີ່ສຳຄັນ ດັ່ງນີ້:

       ໃນທົ່ວປະເທດມີພະນັກງານສານທັງໝົດ 1,906 ຄົນ, ຍິງ 682 ຄົນ, ກວມ 35,78%. ຜູ້ພິພາກສາມີທັງໝົດ 424 ຄົນ,ຍິງ 87 ຄົນ, ກວມ 20,51%, ຜູ້ຊ່ວຍຜູ້ພິພາກສາ ມີ 218 ຄົນ, ຍິງ 82 ຄົນ,ກວມເອົາ 37,61% (ອະນາຄົດ ຜູ້ຊ່ວຍຜູ້ພິພາກສາ ສາມາດເລື່ອນຂຶ້ນເປັນຜູ້ພິພາກສາໄດ້ເມື່ອມີວຸດທິພຽງພໍ). ມີຈ່າສານ 186 ຄົນ, ຍິງ 100 ຄົນ, ກວມ 53,76%. ທົ່ວປະເທດໄດ້ຈັດຕັ້ງສານເປັນ 3 ພາກ ເພື່ອຄວາມສະດວກໃນການປະຕິບັດວຽກງານ ຊຶ່ງມີປະທານສານພາກ 3 ຄົນ,ໃນນີ້ມີແມ່ຍິງ 1 ຄົນ, ມີຮອງປະທານສານພາກ ເປັນຍິງ 1 ຄົນ, ມີຮອງປະທານສານແຂວງເປັນຍິງ 1 ຄົນ, ປະທານສານເຂດມີທັງໝົດ 40 ຄົນ, ຍິງ 2 ຄົນ, ຮອງປະທານສານເຂດ ມີ 40 ຄົນ, ຍິງ 9 ຄົນ. ຢູ່ຂັ້ນສູນກາງ ຜູ້ພິພາກສາຂອງສານປະຊາຊົນສູງສຸດ 13 ຄົນ,ມີຍິງ 3 ຄົນ, ກວມ 23%, ໃນນີ້ຜູ້ ພິພາກສາຄະດີແທ້ໆມີ 10 ຄົນ, ອີກ 3 ຄົນຮັບຜິດຊອບວຽກງານບໍລິຫານ (ຂໍ້ມູນເດືອນ 11 ປີ 2016)ໃນຍາມປະຕິບັດໜ້າທີ່ບໍລິຫານ,ປະທານສານ ກໍ່ຄືຜູ້ພິພາກສາກໍ່ຈະເຮັດວຽກງານໄປຕາມແຜນ ການ ດ້ານວິຊາສະເພາະທີ່ໄດ້ກຳນົດໄວ້ໃນພາລະບົດບາດຂອງແຕ່ລະກົມ, ແຕ່ເວລາຂຶ້ນນັ່ງບັນລັງເພື່ອຕັດສິນຄະດີຄວາມ ປະທານສານກໍ່ຈະເຮັດໜ້າທີ່ເປັນຜູ້ພິພາກສາໂດຍອັດຕະໂນມັດ ຊຶ່ງມີກາປະທັບສະເພາະຂອງແຕ່ລະໜ້າທີ່ການຂອງວຽກທີ່ພວມປະຕິບັດ. ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງພັກ, ລັດ ແນໃສ່ຮັບໃຊ້ປະຊາຊົນໃຫ້ໄດ້ຮັບຄວາມເປັນທໍາ, ທ່ານປະທານສານ ປະຊາຊົນສູງສຸດໄດ້ເອົາໃຈໃສ່ເປັນພິເສດດ້ານການສຶກສາອົບຮົມແນວຄິດການເມືອງໃຫ້ແກ່ພະນັກງານຂອງຕົນຢ່າງເປັນປົກກະຕິ.

       ທ່ານ ຄຳພັນ ສິດທິດໍາພາ ໄດ້ເວົ້າສູ່ຟັງວ່າ: ພວກເຮົາຖືເປັນສຳຄັນດ້ານການປະກອບທິດສະດີການເມືອງໃຫ້ແກ່ປະທານສານກໍ່ຄືຜູ້ພິພາກສາໃນທົ່ວປະເທດ,ຖ້າມີແຕ່ວິຊາສະເພາະທໍ່ນັ້ນແມ່ນ ຍັງບໍ່ທັນພຽງພໍ. ຜູ້ພິພາກສາຕ້ອງມີຄວາມຊຳນານທາງດ້ານວິຊາສະເພາະແຕ່ກໍ່ຕ້ອງມີແນວຄິດ-ການເມືອງໜັກແໜ້ນ ແນໃສ່ເຮັດໃຫ້ການຕັດສິນຄະດີຕ່າງໆຂອງປະຊາຊົນມີຄວາມຖືກຕ້ອງຊັດ

ເຈນ ໃຫ້ສົມກັບວ່າ ຜູ້ພິພາກສາຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ການຍົກລະດັບທາງດ້ານທິດ ສະດີການເມືອງໃຫ້ພະນັກງານສານ ແມ່ນອີງຕາມການແບ່ງຕົວເລກ ຂອງຂັ້ນເທິງສົ່ງມາໃຫ້, ບາງຄັ້ງພວກເຮົາກໍ່ໄດ້ສົມທົບກັບໂຮງຮຽນທິດສະດີຈັດຕັ້ງຊຸດບຳລຸງສະເພາະໃຫ້ພະນັກງານສານ, ບາງຄັ້ງພວກເຮົາກໍ່ລົງໄປຈັດຕັ້ງບຳລຸງໃຫ້ເປັນເຂດ, ແຕ່ກໍ່ຈັດຕັ້ງບໍ່ໄດ້

ຫຼາຍຊຸດຍ້ອນຂາດງົບປະມານ. ເພື່ອເຮັດໃຫ້ການພິພາກສາຄະດີຕ່າງໆມີຄວາມຖືກຕ້ອງເປັນທໍາ, ພວກເຮົາກໍ່ໄດ້ມີການຖອດຖອນບົດຮຽນເປັນແຕ່ລະຄະດີທີ່ໄດ້ຕັດສິນໄປແລ້ວ ມີດ້ານດີ, ດ້ານອ່ອນແນວໃດ ເພື່ອສົ່ງເສີມໃນດ້ານດີ ແລະ ພະຍາຍາມປັບປຸງແກ້ໄຂຈຸດອ່ອນ. ຖ້າວ່າຄະດີໃດໄດ້ຕັດສິນໄປແລ້ວແຕ່ບໍ່ມີການອຸທອນຄືນກໍ່ຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ ຖືວ່າການຕັດສິນຄະດີນັ້ນຖືກຕ້ອງເປັນທຳ ສາມາດເຮັດໃຫ້ຄູ່ຄວາມພໍອົກພໍໃຈ. ກໍລະນີມີການອຸທອນ ພວກເຮົາກໍ່ໄດ້ຄົ້ນຄວ້າຄືນໃໝ່ ເພື່ອຊອກຫາສາເຫດອັນແທ້ຈິງມັນມາຈາກພະນັກງານສານ ຫຼື ການໃຫ້ຂໍ້ມູນຂອງໂຈດ,ຈຳເລີຍບໍ່ທັນຊັດເຈນ,ຍັງເວົ້າອອກມາບໍ່ໝົດ. ເມື່ອຊອກເຫັນຂໍ້ມູນທີ່ເລັດລອດອັນເປັນສາເຫດເຮັດໃຫ້ໂຈດແລະ ຈຳເລີຍບໍ່ທັນຮັບເອົາຄໍາຕັດສິນຄະດີຄວາມໄດ້, ພວກເຮົາກໍ່ຕ້ອງໄດ້ລົງເກັບກໍາຂໍ້ມູນຄືນໃໝ່ດ້ວຍຫຼາຍວິທີ ເພື່ອໃຫ້ໄດ້ຂໍ້ມູນອັນແທ້ຈິງມາປັບປຸງຄໍາຕັດສິນຂອງສານຄືນໃໝ່ ໂດຍມອບໃຫ້ຄະນະຜູ້ພິພາກສາຊຸດໃໝ່ມາດຳເນີນໜ້າທີ່ປ່ຽນ ແທນຜູ້ເກົ່າ. ສຸດທ້າຍທັງຄູ່ຄວາມກໍ່ເຫັນດີເຫັນພ້ອມນຳ,ການຈັດຕັ້ງປະຕິບັດຄຳຕັດສິນຂອງສານກໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ. ຜ່ານການປະຕິບັດໜ້າທີ່ວຽກງານດ້ວຍຄວາມ ບໍລິສຸດສັດຊື່ນັ້ນ, ມາຮອດປີນີ້ ສານຂັ້ນຕົ້ນສາມາດຕັດສິນຄະດີ ແລະ ນຳພາຈັດຕັ້ງປະຕິບັດຄຳຕັດສິນຂອງສານໄດ້ສຳເລັດຜົນ 81% ຊຶ່ງບໍ່ມີການຂໍອຸທອນ, ຍັງອີກ 19% ມີການຂໍອຸທອນ, ແຕ່ສຸດທ້າຍກໍ່ສາມາດຕັດສິນຢູ່ຂັ້ນອຸທອນໄດ້ສຳເລັດລຸລ່ວງໄປດ້ວຍດີ.  ພິເສດຢູ່ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດນີ້, ຄຳຖາມຂອງປະ ຊາຊົນຕໍ່ສານຂອງພວກເຮົາແມ່ນຫຼຸດ ໜ້ອຍຖອຍລົງຢ່າງເຫັນໄດ້ຊັດເຈນທີ່ສຸດ. ການປະຕິບັດໜ້າທີ່ຂອງພະນັກງານສານແມ່ນເລີ່ມຈາກ ຈ່າສານŽ ຊຶ່ງເປັນຜູ້ທໍາອິດທີ່ໄດ້ປະເຊີນໜ້າກັບປະຊາຊົນທີ່ມາຍື່ນເອກະສານຄໍາຮ້ອງຟ້ອງ, ຍ້ອນແນວນັ້ນ ຈໍານວນຈ່າສານທີ່ເປັນເພດຍິງຈຶ່ງກວມເຖິງ 53,78%ຂອງຈໍານວນຈ່າສານທັງໝົດ.ເມື່ອປະຊາຊົນມາຍື່ນຄຳຮ້ອງຟ້ອງ,ຈ່າສານກໍ່ຈະກວດກາຢ່າງລະອຽດ ຖີ່ຖ້ວນວ່າເອກະສານທີ່ປະ ກອບມານັ້ນຄົບຖ້ວນແລ້ວບໍ?ຍັງຂາດອັນໃດ? ຖ້າຍັງຂາດຈ່າສານກໍ່ຈະແນະນຳດ້ວຍທ່າທີຍິ້ມແຍ້ມແຈ່ມໃສໃຫ້ປະຊາຊົນກັບເມືອປະກອບເອກະສານຢ່າງຄົບຖ້ວນແລ້ວຈຶ່ງເອົາມາຍື່ນ. ແຕ່ວ່າເພື່ອບໍ່ໃຫ້ປະຊາຊົນຕ້ອງເສຍເວລາໄປໆມາໆ, ສານພວກເຮົາກໍ່ໄດ້ສ້າງເອກະສານແນະນຳໃຫ້ປະຊາຊົນຢູ່ແຕ່ລະທ້ອງຖິ່ນຮັບຮູ້ວ່າ:ການປະກອບເອກະສານຄຳຮ້ອງຟ້ອງນັ້ນປະກອບມີເອກະສານ ອັນໃດແດ່? ອັນນັ້ນແມ່ນກໍລະນີທີ່ບໍ່ສາມາດໄກ່ເກ່ຍກັນໄດ້ແທ້ໆຈຶ່ງມີການຮ້ອງຟ້ອງກັນ.ແຕ່ວ່ານະໂຍບາຍຂອງສານພວກເຮົາແມ່ນຖືເອົາການໄກ່ເກ່ຍເປັນສຳຄັນຕົ້ນຕໍ.ໃນກໍລະນີທີ່ມີການຮ້ອງ ຟ້ອງຂຶ້ນມາ,ຈ່າສານກໍ່ຈະທວງຖາມຄືນວ່າ: ໄດ້ໄກ່ເກ່ຍກັນຢູ່ຂັ້ນພື້ນຖານແລ້ວບໍ?Ž ຖ້າວ່າມີການໄກ່ເກ່ຍແລ້ວ,ແຕ່ຄູ່ຄວາມຍັງບໍ່ທັນຍອມຄວາມກັນໄດ້,ຈ່າສານກໍ່ຈະຂໍເບິ່ງບົດບັນທຶກການ ໄກ່ເກ່ຍນັ້ນວ່າໄດ້ເຮັດຢ່າງເຖິງຖອງແລ້ວບໍ? ຖ້າບໍ່ມີບົດບັນທຶກການໄກ່ເກ່ຍ, ຈ່າສານກໍ່ຈະບໍ່ຮັບເອົາຄຳຮ້ອງຟ້ອງນັ້ນໄດ້ເທື່ອ. ຍ້ອນແນວນັ້ນ, ການໄກ່ເກ່ຍຢູ່ຂັ້ນພື້ນຖານແມ່ນມີຄວາມຈໍາເປັນ

ແລະ ສຳຄັນທີ່ສຸດ, ຖ້າຫາກປະຕິບັດການໄກ່ເກ່ຍໄດ້ດີ, ຄະດີການຮ້ອງຟ້ອງກັນຂຶ້ນສານກໍ່ຈະຫຼຸດໜ້ອຍລົງ. ອັນນີ້ແມ່ນແນວທາງນະໂຍບາຍອັນຖືກຕ້ອງເປັນທຳຂອງພັກເຮົາໃນການແກ້ໄຂຄະດີຕ່າງໆ ບົນພື້ນຖານມູນເຊື້ອແຫ່ງຈິດໃຈເອື້ອເຟື້ອເພື່ອແຜ່, ຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນŽ.ຜ່ານຈາກການສົນທະນາກັນໃນມື້ນັ້ນຜູ້ຂຽນໄດ້ເຂົ້າໃຈເລິກເຊິ່ງຕື່ມອີກກ່ຽວກັບພາລະບົດ ບາດ, ການປະຕິບັດໜ້າທີ່ວຽກງານຂອງພະນັກງານສານປະຊາຊົນແຫ່ງ ສປປ ລາວ, ຄຸນທາດຂອງຜູ້ພິພາກສາ, ຂອງທະນາຍຄວາມ, ຂອງຈ່າສານ‚ເຖິງວ່າວຽກງານຈະຫຍຸ້ງຍາກສັບສົນ, ແຕ່ທ່ານກໍ່ໄດ້ໃຫ້ຮູ້ວ່າ: ພວກເຮົາໄດ້ຕັ້ງໜ້າກໍ່ສ້າງຄຸນທາດການເມືອງໃຫ້ແກ່ຜູ້ພິພາກສາ, ພະນັກງານສານໃນທົ່ວປະເທດຢ່າງບໍ່ລົດລະ ເພື່ອເຮັດໃຫ້ຜູ້ພິພາກສາກໍ່ຄືພະນັກງານສານທົ່ວໄປໃຫ້ ເປັນຜູ້ພິພາກສາຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງŽ.ທ່ານ ຄຳພັນ ສິດທິດຳພາ ຍັງໄດ້ໃຫ້ທັດສະນະກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ພິ ພາກສາກໍ່ຄືພະນັກງານສານທີ່ເປັນເພດຍິງໂດຍລວມວ່າ: ສຳລັບຜູ້ພິພາກສາ, ພະນັກງານສານທີ່ເປັນເພດຍິງນັ້ນແມ່ນມີຈຸດພິເສດສະເພາະ, ເວົ້າລວມແລ້ວແມ່ນມີຄວາມລະອຽດອ່ອນ, ອົດທົນ, ທຸ່ນທ່ຽງຫຼາຍກວ່າເພດຊາຍ, ພວກເອື້ອຍນ້ອງບືນຕົວປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ມີບົດຮຽນປະສົບການ ແລະ ມີວຸດທິພຽງ ພໍໃນການແກ້ໄຂບັນຫາ ໂດຍສະເພາະ ແມ່ນການຕັດສິນບັນຫາຂອງຄອບຄົວແລະເດັກນ້ອຍ. ການຕັດສິນຄະດີຄວາມໂດຍທົ່ວໄປແມ່ນມີຄວາມຄ່ອງແຄ້ວ ແລະ ນີ້ມນວນກວ່າເພດຊາຍ...

       ເມື່ອຖາມເຖິງຄວາມຫຍຸ້ງຍາກຕ່າງໆ ທີ່ສານປະຊາຊົນຍັງບໍ່ທັນສາມາດແກ້ໄຂໄດ້, ທ່ານປະທານສານ ຍັງໄດ້ໃຫ້ພວກເຮົາຮູ້ຕື່ມວ່າ:ຄວາມຫຍຸ້ງຍາກທີ່ພວມປະເຊີນໜ້າໃນປະຈຸບັນນີ້ແມ່ນ: ເວົ້າເຖິງຈຳນວນພະນັກງານສານກໍ່ຍັງບໍ່ທັນພຽງພໍຕາມຕຳແໜ່ງງານທີ່ຕ້ອງການ, ຈຳນວນໜຶ່ງຍັງເປັນພະນັກງານໜຸ່ມນ້ອຍ, ບໍ່ທັນມີບົດຮຽນ ແລະ ປະສົບການບໍ່ທັນຫຼາຍ, ອາດຈະເກັ່ງ ດ້ານວິຊາສະເພາະ,ແຕ່ລະດັບທິດສະດີ,  ການເມືອງຍັງຈຳກັດ. ເວົ້າເຖິງການແບ່ງປັນໂກຕ້າໃຫ້ພະນັກງານສານໄປຍົກລະດັບທິດສະດີກໍ່ຍັງມີຈໍານວນໜ້ອຍ, ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງ ການຂອງວຽກງານຕົວຈິງ.  ພວກເຮົາຈັດຊຸດອົບຮົມເປັນສະເພາະກໍ່ຍັງບໍ່ທັນໄດ້ຫຼາຍຍ້ອນງົບປະມານມີຈໍາກັດ. ນອກນັ້ນ ກໍ່ຍັງຂາດເງື່ອນໄຂສິ່ງອຳນວຍຄວາມສະດວກຕ່າງໆ ໃນການເຮັດວິຊາສະ ເພາະ, ບັນລັງຕັດສິນກໍ່ຍັງບໍ່ທັນພຽງພໍກັບຄວາມຕ້ອງການຕົວຈິງ, ດ້ານອຸປະກອນຕ່າງໆ ແລະ ພາຫະນະຮັບໃຊ້ວຽກງານວິຊາສະເພາະກໍ່ຍັງບໍ່ທັນພຽງພໍ.ໃນໄລຍະຜ່ານມາກໍ່ມີທ່ານ ກິດສະໜາ ວົງໄຊ ແລະ ທ່ານ ຄໍາໄພ ສົມຊະນະ ໄດ້ຊ່ວຍສ້າງບັນລັງຕັດສິນໃຫ້ພວກເຮົາ ທ່ານລະໜຶ່ງບັນລັງ. ເວົ້າເຖິງການເຄື່ອນຍ້າຍຜູ້ຖືກຫາທີ່ຈະເອົາມາຂຶ້ນສານຕັດສິນຄະດີຄວາມ,ມີບາງກໍລະນີພວກເຮົາຕ້ອງ ໄດ້ໄປຕັດສິນຄະດີຢູ່ກັບທີ່ຍ້ອນການເຄື່ອນຍ້າຍບໍ່ສະດວກ. ຢູ່ຂັ້ນແຂວງ, ຫ້ອງການເຮັດວຽກຂອງສານ ບາງແຂວງຍັງໄດ້ອາໄສໂຮມຢູ່ກັບຫ້ອງການອື່ນ, ບາງແຂວງກໍ່ຍັງໄດ້ເຊົ່າເຮືອນເພື່ອເປັນຫ້ອງ ການເຮັດວຽກຂອງສານ.ສ່ວນວ່າເອກະສານດ້ານວິຊາສະເພາະ,ພວກເຮົາກໍ່ໄດ້ຮັບການຮ່ວມມືຊ່ວຍຂີດຂຽນດ້ານເນື້ອໃນເປັນຢ່າງດີຈາກບັນດາທ່ານອະດີດປະທານສານສູງ ແລະ ງົບປະມານໃນການ ຈັດພິມກໍ່ໄດ້ຮັບການອຸປະຖໍາຈາກບັນດາທ່ານທີ່ມີຈິດໃຈໃສສັດທາຊຶ່ງມີລາຍຊື່ຢູ່ໃນປຶ້ມ. ເຖິງວ່າຈະມີຄວາມຫຍຸ້ງຍາກຫຼາຍປານໃດກໍ່ຕາມ, ແຕ່ຍ້ອນຄວາມຮັກອາຊີບ,ຍ້ອນຈິດໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ,ຢາກໃຫ້ປະຊາຊົນໄດ້ຮັບຄວາມເປັນທໍາ ແລະມີຄວາມສະຫງົບສຸກ. ດັ່ງນັ້ນ ພະນັກງານສານພວກເຮົາຈຶ່ງໄດ້ມີຄວາມອົດທົນທຸ່ນທ່ຽງ, ພ້ອມກັນຜ່ານຜ່າອຸປະສັກ, ຂໍ້ຫຍຸ້ງຍາກຕ່າງໆ ແລະໄດ້ບືນຕົວປະຕິບັດໜ້າທີ່ວິຊາສະເພາະໃຫ້ໄດ້ດີເທົ່າທີ່ຈະດີໄດ້Ž.

       ຈາກການໄປສຳພັດຕົວຈິງ, ຕາມທັດສະນະສ່ວນຕົວຂອງຜູ້ຂຽນເຫັນຄວນວ່າ:ການຈັດຕັ້ງກໍ່ຄືສັງຄົມພວກເຮົາບໍ່ຄວນເບິ່ງຂ້າມບັນດາຜູ້ພິທັກຄວາມຍຸຕິທຳໃຫ້ແກ່ປະຊາຊົນ, ຜູ້ທີ່ມີຄວາມຈົງ ຮັກພັກດີຕໍ່ພັກ,ລັດແລະ ປະຊາຊົນ ຊຶ່ງເປັນຜູ້ທີ່ປົກປ້ອງ, ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບສຸກຂອງແຕ່ລະຄອບຄົວ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມໂປ່ງໃສຂາວສະອາດ.ທັງ

ນີ້ກໍ່ເພື່ອປະກອບສ່ວນເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາໄປຄຽງຄູ່ກັບຂະແໜງການອື່ນໆ, ພວກເຮົາຄວນຈະສົ່ງເສີມ,ໃຫ້ກຳລັງໃຈ ແລະ ປະກອບທຶນຊ່ວຍເຫຼືອເພື່ອພັດທະນາອົງການ ປົກປ້ອງຄວາມຍຸຕິທຳຂອງປະຊາຊົນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງທາງດ້ານວິຊາສະເພາະ, ໜັກແໜ້ນດ້ານຄຸນທາດການເມືອງ, ມີຄວາມໂປ່ງໃສຂາວສະອາດເປັນແບບຢ່າງອັນດີງາມໃຫ້ແກ່ປະຊາຊົນ

ແລະ ເພື່ອຄວາມສະຫງົບສຸກຢ່າງແທ້ຈິງຂອງສັງຄົມລາວŽ.

                                                                                                                                                                                                                                                            ຂຽນໂດຍ: ວິໄລວຽງ ພິມມະສອນ

                                                                                                                                                                                                                                                                                   (ວຽງພິມ).