155

ປະທານ ໂຮ່ຈີມິນແມ່ນຜູ້ທີ່ຖືກຂະ ໜານນາມ ເປັນວິລະບູລຸດຂອງຊາດ, ຂອງການປະຕິວັດທີ່ໄດ້ວາງທິດສະດີ, ແນວທາງ ແລະ ນຳພາພາລະກິດຕໍ່ສູ້ປົດປ່ອຍຊາດຈົນ ປະສົບຜົນສຳເລັດເຮັດໃຫ້ສັງຄົມ ມີຄວາມ ກ້າວໜ້າ. ທ່ານມີຄຸນສົມບັດ, ສິນທຳປະຕິວັດອັນສູງສົ່ງ, ມີບຸກຄະລິກທີ່ສະຫງ່າອົງອາດ ແລະ ມີຈິດໃຈສາກົນກຳມະຊີບ .ທ່ານໄດ້ຊີ້ນຳວ່າ ບັນດາວຽກງານບໍ່ວ່າ ນ້ອຍ ຫຼື ໃຫຍ່, ງ່າຍ ຫຼື

ຍາກ ທີ່ຈະໄດ້ຮັບຜົນສຳເລັດຢ່າງມີຄຸນນະ ພາບນັ້ນ ສິ່ງຕັດສິນແມ່ນຄົນ. ສະນັ້ນ, ເພິ່ນຈຶ່ງ ໄດ້ເນັ້ນໜັກກ່ຽວກັບຄົນ ແລະ ສິ່ງທີ່ເປັນແກ່ນ ແທ້ຂອງຄົນນັ້ນ ແມ່ນຄຸນສົມບັດ.

       ປະທານ ໂຮ່ຈີມິນ ໄດ້ກຳນົດຢ່າງ ພາວະວິໄສວ່າ: ຄຸນສົມບັດສິນທຳປະຕິວັດມັນ ບໍ່ໄດ້ມາແບບທຳມະດາ, ມັນບໍ່ແມ່ນເກີດຈາກ ເທວະດາຟ້າແຖນປັ້ນແຕ່ງລົງມາ, ແຕ່ມັນແມ່ນໝາກຜົນຂອງ ວິວັດທະນາການຝຶກຝົນ ການເກັບກ່ຽວຂອງບຸກຄົນ, ຂະບວນວິວັດ ການຖະນຸບຳລຸງ ທີ່ເປັນການເພີ່ມພູນຄູນສ້າງຂອງ ສັງຄົມ,ຂະບວນວິວັດຕໍ່ສູ້ປັດເຂ່ຍສິ່ງບໍ່ດີທັງໝົດທີ່ກົງ ກັນຂ້າມກັບຄຸນສົມບັດຢູ່ໃນຕົວຂອງບຸກຄົນໃຫ້ໝົດກ້ຽງ ນັ້ນແມ່ນຂະບວນ ວິວັດແຫ່ງການສ້າງໃຫ້ຄົນປະຕິວັດ ມີຄຸນ ທາດທາງດ້ານຄຸນສົມບັດທີ່ໜັກແໜ້ນ,

ມັນ ແມ່ນຂະບວນວິວັດ ເຮັດໃຫ້ເຫັນຄຸນຄ່າຄຸນ ສົມບັດຢູ່ໃນກະໂຕຂອງບຸກຄົນຂຶ້ນຕື່ມ. ດັ່ງ ນັ້ນ, ປະທານໂຮ່ຈີມິນ ຈຶ່ງໄດ້ສັງເຂບບັນດາ ຈຸດຕົ້ນຕໍຂອງຂະບວນວິວັດໄວ້ ດັ່ງນີ້:

  1. ໄດ້ຊີ້ນຳທຸກຄົນໃຫ້ເຫັນແຈ້ງ ໃນຊີວິດການເປັນຢູ່ ຕ້ອງມີນ້ຳໃຈລວມໝູ່, ເພີ່ນ ໄດ້ຈຳແນກນັບແຕ່ມື້ເລີ່ມຕົ້ນທີ່ມະນຸດເຮົາຮູ້ອີງໃສ່ພັນທະພາບ ເພື່ອຕ້ານກັບສັດຮ້າຍ ແລະ ໄພພິບັດທາງທຳມະຊາດ ເພື່ອມີຊີວິດ ຢູ່, ເວລາສັງຄົມເກີດມີຊົນຊັ້ນກົດຂີ່ຂູດຮີດແລະ ຊົນຊັ້ນທີ່ຖືກກົດຂີ່ຂູດຮີດ, ຜູ້ທີ່ຖືກກົດຂີ່ຂູດຮີດບໍ່ໄດ້ຍິນຍອມໃຫ້ກົດຂີ່ຂູດຮີດຕໍ່ໄປຈຶ່ງລຸກຂຶ້ນລວມກັນເຂົ້າ ກາຍເປັນກຳລັງທີ່

ເຮັດການປະຕິວັດ ເພື່ອປົດປ່ອຍຕົນເອງ.

  1. ຖືວ່າລັດທິເອກະຊົນມັນກົງກັນ ຂ້າມກັບຄຸນສົມບັດປະຕິວັດ, ຂັດຂວາງພາ ລະກິດປະຕິວັດ, ລັດທິເອກະຊົນມັນແມ່ນສັດຕູສໍ້ໂກງຄົດລ້ຽວ ໂຫດຮ້າຍປ່າເຖື່ອນ, ມັນຊັກຊວນຄົນເຮົາໃຫ້ລົງຄ້ອຍ (ເຫວ).
  1. ຕ້ອງຂູດເກົາເຜົາລ້າງບັນດາ ຮ່ອງຮອຍທີ່ຊົ່ວຮ້າຍ, ແລ້ວອອກແຮງຮ່ຳຮຽນຖະນຸບຳລຸງຕົນເອງ ເພື່ອຄວາມກ້າວໜ້າໃຫ້ກາຍເປັນຄົນທີ່ມີຄຸນສົມບັດປະຕິວັດ, ຕ້ອງອອກແຮງເຮັດວຽກໃຫ້ແກ່ພັກ, ຮັກສາກົດລະບຽບຂອງພັກໃຫ້ໝັ້ນຄົງ, ປະຕິບັດແນວທາງຂອງພັກໃຫ້ເຄັ່ງຄັດຖືຜົນປະໂຫຍດຂອງພັກ, ຂອງປະຊາຊົນ ສູງກວ່າຜົນປະໂຫຍດຂອງຕົນເອງສະເໝີ.
  1. ຮຽກຮ້ອງໃຫ້ສະມາຊິກພັກຕ້ອງ ເປັນຄົນທີ່ມີຄຸນສົມບັດປະຕິວັດທີ່ໜັກແໜ້ນ ຕ້ອງເດັດຂາດປະຕິບັດຕາມນະໂຍບາຍ ແລະມະຕິຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ ປະຊາຊົນ, ສະກັດກັ້ນ ແລະ ຕ້ານລັດທິເອກະຊົນຢ່າງເດັດຂາດ. ໃນລະບອບສັງຄົມນິຍົມ ແມ່ນປະຊາຊົນເປັນເຈົ້າ, ທຸກຄົນແມ່ນພາກສ່ວນໜຶ່ງຂອງລວມໝູ່, ມີທີ່ຕັ້ງອັນແນ່ນອນແລະ ເປັນສ່ວນໜຶ່ງທີ່ປະກອບສ່ວນເຫື່ອແຮງ

ໃຫ້ແກ່ສັງຄົມ.

       ກ່ຽວກັບພະນັກງານ, ສະມາຊິກພັກ ຜູ້ທີ່ມີຄຸນສົມບັດ ແລະ ມີຄວາມສາມາດແມ່ນສອງດ້ານຂອງຖານະນາມເປັນມະນຸດ ຍາມໃດ ກໍ່ຕ້ອງຖືສຳຄັນທັງສອງດ້ານແຕ່ຄຸນສົມບັດເວລາໃດກໍ່ເປັນກົກ. ຄຸນສົມບັດ ແລະ ຄວາມສາມາດຍາມໃດກໍ່ຕິດພັນກັນຢ່າງສະໜິດແໜ້ນໃນການປະຕິບັດໜ້າທີ່ວຽກງານຂອງ ພະນັກງານ, ສະມາຊິກພັກ. ຜູ້ມີໜ້າທີ່ຮັບຜິດຊອບສູງເທົ່າໃດ ກໍຍິ່ງຕ້ອງໄດ້ຍົກສູງຄຸນສົມ

ບັດຂຶ້ນເທົ່ານັ້ນ. ຄຸນສົມບັດປະຕິວັດຂອງພະນັກງານ, ສະມາຊິກພັກແມ່ນຄວາມດຸໝັ່ນ, ປະຢັດມັດທະຍັດ, ຊື່ກົງ, ເຫັນແກ່ສ່ວນລວມ,ສະແດງອອກໃນການກຳນົດທິດທາງ, ການກະທຳ, ການກຳນົດວຽກເຮັດງານທຳ ແມ່ນເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອສັງຄົມນິຍົມ.

       ກ່ຽວກັບຄຸນສົມບັດ ແລະ ແບບແຜນ ການດຳລົງຊີວິດ, ຕ້ອງສຸມໃສ່ແກ້ໄຂຂໍ້ຂາດ ຕົກບົກຜ່ອງ ທີ່ເຮັດໃຫ້ປະຊາຊົນໝົດຄວາມ ສັດທາ, ຊຶ່ງອາດເກີດຈາກການສໍ້ໂກງ, ສໍ້ລາດບັງຫຼວງ, ຖືຜົນປະໂຫຍດສ່ວນຕົວເໜືອສ່ວນ ລວມ ແລະ ພະຍາດອາດຍາສິດ ອັນກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຈະສົ່ງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ປະເທດ ຊາດ,ອັນນີ້ມັນແມ່ນຄວາມຮັບຜິດຊອບໂດຍກົງ ຂອງພະນັກງານ, ສະມາຊິກພັກຕໍ່ປະຊາຊົນ ແລະປະເທດຊາດ. ດ້ວຍເຫດນີ້ ການຕຳນິຕິຊົມຕົນ ເອງ, ຕຳນິເຊິ່ງກັນ ແລະ ກັນ ຕ້ອງໃຫ້ມີໝາກ

ຜົນ, ຕ້ອງຮູ້ຄິດໄລ່ບັນດາຄວາມຜິດພາດ, ຄວາມເສຍຫາຍ ແລະ ຜົນປະໂຫຍດລວມຂອງຊາດ ຊຶ່ງແມ່ນຄວາມມຸ່ງມາດປາຖະໜາຂອງປະຊາຊົນ ຕໍ່ພະນັກງານທຸກຂັ້ນ, ທຸກຂະແໜງການ.

  1. ຖືນ້ຳໃຈຈົງຮັກພັກດີຢ່າງແທ້ຈິງ ແມ່ນຄຸນທາດນ້ຳເບີໜຶ່ງ, ແມ່ນໄມ້ຫຼາວັດແທກຂອງຄົນປະຕິວັດ, ເພິ່ນຊີ້ແຈງວ່າ ຄຸນສົມບັດປະຕິວັດ ແມ່ນການອອກແຮງຕໍ່ສູ້ ເພື່ອປະຕິບັດຈຸດໝາຍຂອງພັກ, ບໍລິສຸດສັດຊື່ຢ່າງໝົດຈິດໝົດໃຈ, ຮັບໃຊ້ປະຊາຊົນ, ຄົນປະຕິວັດບໍ່ອາດຈະຢຸດໆຢ່ອນໆ ແຕ່ກຽມພ້ອມຮັບ ເອົາການເສຍສະຫຼະ ຄວາມທຸກຍາກເພິ່ນ ໄດ້ກຳນົດຢ່າງໜັກແໜ້ນວ່າ: ຄຸນສົມບັດປະ

ຕິວັດ ບໍ່ວ່າໃນສະພາບແວດລ້ອມໃດກໍຕາມ ຕ້ອງເດັດດ່ຽວໜຽວແໜ້ນ ຕັດສິນໃຈຕໍ່ສູ້ກັບສັດຕູທຸກໂຕ, ຍາມໃດກໍມີສະຕິລະວັງຕົວກຽມ ພ້ອມສູ້ຮົບ, ເດັດຂາດບໍ່ຍອມອ່ອນນ້ອມ,ບໍ່ ຍອມກົ້ມຫົວ, ເພິ່ນໄດ້ຍົກໃຫ້ເຫັນຫຼາຍສະ ຫາຍທີ່ເຄື່ອນໄຫວໃນໄລຍະປິດລັບ ແລະ  ນັກຮົບຫຼາຍຄົນໃນໄລຍະຕໍ່ຕ້ານໄດ້ຢຶດໝັ້ນອຸດົມການບໍລິສຸດສັດຊື່ເດັດດ່ຽວຕໍ່ພັກ, ຕໍ່ການປະຕິວັດ, ເສຍສະຫຼະຢ່າງພິລະອາດຫານ ນັບທັງຊີວິດຂອງຕົນ ແລະ ຜົນປະໂຫຍດຂອງຄອບຄົວ, ແຕ່ບັນດາສະຫາຍເຫຼົ່ານັ້ນກໍບໍ່ໄດ້ຈົ່ມວ່າພໍຄວາມ.

  1. ປະທານ ໂຮ່ຈີມິນ ໂອ້ລົມພາກ ສ່ວນຢູ່ຫ້ອງອົບຮົມດັດແປງແນວຄິດຊັ້ນສູງສູນກາງຂອງກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃນເດືອນ ພຶດສະພາ ປີ 1957ໄດ້ເນັ້ນໜັກວ່າ: ຄວາມສາມັກຄີແມ່ນຈຸດໝາຍ, ຈຸດທີ່ໝາຍນີ້ ຖ້າປະຕິບັດດີກໍ່ຈະກຳເນີດລູກຫຼານ ທີ່ເປັນຄົນດີ, ຄວາມສາມັກຄີແມ່ນມູນເຊື້ອປະເສີດທີ່ສຸດຂອງພັກແລະ ຂອງປະຊາຊົນເຮົາ. ບັນດາສະຫາຍຕັ້ງແຕ່

ສູນກາງຈົນເຖິງບັນດາໜ່ວຍພັກ ທ້ອງຖິ່ນຕ້ອງຮັກສາຄວາມສາມັກຄີເປັນເອກະພາບຂອງພັກ ຄືກັນກັບຮັກສາໜ່ວຍຕາຂອງຕົນເອງ.ຄວາມສາມັກຄີ ລະຫວ່າງພະນັກງານ, ນັກຮົບພາກໃຕ້ ແລະ ພາກເໜືອ, ພາຍໃນ ແລະ ນອກພັກ, ທະຫານ ແລະ ປະຊາຊົນຕ້ອງແໜ້ນແຟ້ນ, ສາມັກຄີຢ່າງກວ້າງຂວາງ ກັບບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ.

  1. ໄດ້ຊີ້ແຈງວ່າ ແນວຄິດຂີ້ຄ້ານ ມັກງ່າຍ ມັນແມ່ນສັດຕູໂຕຮ້າຍກາດ, ມີຜົນສະທ້ອນທີ່ເສຍຫາຍ ເຖິງຫຼາຍຄົນຫຼາຍວຽກງານ, ຄົນໜຶ່ງ, ທ້ອງຖິ່ນໜຶ່ງ ຫຼື ວ່າພະແນກໜຶ່ງທີ່ຂີ້ຄ້ານ, ກໍ່ບໍ່ຕ່າງຫຍັງກັບຕູ້ລົດໄຟແລ່ນຕີນຕົກອອກຈາກລາງນັ້ນແຫຼະ, ຂີ້ຄ້ານມັກງ່າຍ ແມ່ນມີໂທດກຳຕໍ່ປະຊາຊົນ, ຕໍ່ປະເທດຊາດ ຊຶ່ງຮຽກຮ້ອງໃຫ້ເອົາໃຈໃສ່ຕ້ານ ແລະ ກຳຈັດພະຍາດຂີ້ຄ້ານມັກງ່າຍ ທີ່ເກີດຂຶ້ນໃນສັງຄົມໃຫ້ໝົດໄປ. ພວກເຮົາຕ້ອງ ພະຍາຍາມເອົາຄວາມດຸໝັ່ນ ແລະ ປະຢັດໄປຄຽງຄູ່ກັນ. ປະຢັດບໍ່ໝາຍຄວາມວ່າຂີ້ຖີ່ ແຕ່ໃຊ້ໃຫ້ຖືກຕ້ອງຕາມຄວາມເໝາະສົມ, ຕາມຈຸດປະສົງເພື່ອຜົນປະໂຫຍດລວມຂອງປະເທດຊາດ.
  1. ການກ້າວຂຶ້ນເປັນລັດທິສັງຄົມນິຍົມ ແມ່ນການຕໍ່ສູ້ທີ່ຍາວນານ, ທຸກຍາກລໍາບາກ, ເພື່ອຢາກກໍ່ສ້າງລັດທິສັງຄົມນິຍົມໃຫ້ສຳເລັດຜົນກ່ອນອື່ນໝົດ ກໍຕ້ອງມີຄົນສັງຄົມນິຍົມ, ໝາຍເຖິງບັນດາຄົນທີ່ມີຄຸນສົມບັດປະຕິວັດກໍຄືສັງຄົມນິຍົມ, ພ້ອມກັນນີ້ກໍ່ຕ້ອງເດັດຂາດຕໍ່ສູ້ກັບສັດຕູ ສາມຊະນິດ ຄື: ໜຶ່ງລັດທິທຶນນິຍົມ ແລະ ຈັກກະພັດ, ສອງ ຄວາມຊິນເຄີຍ ແລະ ມູນເຊື້ອທີ່ຫຼ້າຫຼັງ ແລະ ສາມແມ່ນລັດທິເອກະຊົນ.

       ໃນຊີວິດຂອງ ປະທານ ໂຮ່ຈີມິນ ແມ່ນໄດ້ສ້າງວິລະກຳໃຫ້ຄົນຮຸ່ນໜຸ່ມ ໄດ້ສຶກສາຄົ້ນຄວ້າຢ່າງໃຫຍ່ຫຼວງ ອັນທີ່ພົ້ນເດັ່ນ ແມ່ນຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດທີ່ປະຢັດ, ສັດທ່ຽງ, ມີນ້ຳໃຈເສຍສະຫຼະ,ອົດທົນ, ມີຄວາມບໍລິສຸດຕໍ່ພັກ, ຮັກແພງສາມັກຄີ ແລະ ກະຕັນຍູກະຕະເວທີຕໍ່ປະຊາຊົນ.ນີ້ແມ່ນແວ່ນແຍງອັນໃສແຈ້ງ, ແບບຢ່າງທີ່ປະເສີດ ແລະ ຄຸນສົມບັດທີ່ສູງສົ່ງລ້ຳເລີດທີ່

ພະນັກງານ, ສະມາຊິກພັກເຮົາຕ້ອງໄດ້ຝຶກຝົນຫຼໍ່ຫຼອມ, ຄົ້ນຄວ້າຮ່ຳຮຽນເອົາແບບຢ່າງທີ່ດີ ຄືດັ່ງທີ່ທ່ານໄດ້ສັງລວມໄວ້ວ່າ: ຮຽນເພື່ອເຮັດວຽກ, ຮຽນເພື່ອເປັນຄົນ, ຮຽນເພື່ອເປັນ ພະນັກງານ, ຮຽນເພື່ອຮັບໃຊ້ປະຊາຊົນ ແລະປະເທດຊາດ

      

                                                                                                                                                                                                                                                                      ໂດຍ: ສ ສິນຫ້າ