ສູ້ຊົນພົ້ນທຸກ

167

ຄົນເຮົາມີຫຼາກຫຼາຍອາຊີບທີ່ແຕກຕ່າງກັນໄປ ອີງຕາມເງື່ອນໄຂດ້ານຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນຂອງແຕ່ລະຄົນ, ສິ່ງສຳຄັນແມ່ນ ຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ ແລະ ອົດທົນສູ້ຊົນຜ່ານຜ່າອຸປະສັກ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນດັ່ງຄອບຄົວ ພໍ່ ນວນສີ ແລະ ແມ່ ແຍງ ແກ້ວແສງຈ້ອຍ, ປະຊາຊົນ ບ້ານນໍ້າແກ້ວນ້ອຍ ເມືອງສິງ ແຂວງ ຫຼວງນໍ້າທາທີ່ຍຶດຖືການເຮັດຖົ່ວເນົ່າຂາຍເປັນສິນຄ້າ ສ້າງລາຍຮັບໄດ້ເປັນ ກອບເປັນກຳ.

      ແມ່ ແຍງ ໃຫ້ຮູ້ວ່າ: ຄອບຄົວພວກເຮົາມີສະມາຊິກທັງໝົດ 6 ຄົນ, ຍິງ 2ຄົນ. ເມື່ອກ່ອນແມ່ນປູກຝັງ-ລ້ຽງສັດ ແລະ ຄ້າຂາຍແບບປະສົມປະ ສານ, ມາຮອດປີ 1991 ເຫັນວ່າຄອບຄົວມີຄວາມຫຍຸ້ງຍາກ ຈຶ່ງຫັນມາເຮັດໝາກຖົ່ວເນົ່າຂາຍ ເຊິ່ງເປັນອາຊີບທີ່ສືບທອດມາຈາກພໍ່ແມ່ ອີກຢ່າງໜຶ່ງ ໝາກຖົ່ວເນົ່າເປັນອາຫານພື້ນເມືອງທີ່ນິຍົມຊົມຊອບຂອງຊາວ ເມືອງສິງມາແຕ່ດົນນານ ຊຶ່ງໃຊ້ເປັນສ່ວນປະກອບເຂົ້າໃນການປຸງແຕ່ງອາຫານໄດ້ຫຼາຍ ຢ່າງເປັນຕົ້ນ: ນໍ້າໜ້າເຂົ້າຊອຍ, ແຈ່ວ ແລະ ອື່ນໆ. ນອກນັ້ນ ກໍຍັງກິນສົດໄດ້. ດັ່ງນັ້ນ, ຈຶ່ງເຮັດໝາກຖົ່ວເນົ່າຂາຍເປັນສິນຄ້າ ເພື່ອໃຫ້ຫຼາຍໆຄົນ ໄດ້ບໍລິໂພກໝາກ ຖົ່ວເນົ່າທີ່ແຊບ ແລະ ມີລົດຊາດທີ່ເປັນເອກະລັກແບບດັ່ງເດີມ.

      ໃນເບື້ອງຕົ້ນຂອງການດຳເນີນກິດຈະກຳ, ວັດຖຸດິບ (ໝາກຖົ່ວເຫຼືອງ) ແມ່ນປູກເອົາເອງ ແຕ່ໃນປັດຈຸບັນແມ່ນ ຊື້ນຳປະຊາຊົນພາຍໃນເມືອງ, ແຂວງ ແລະ ຈາກຕ່າງປະເທດຈຳນວນໜຶ່ງ. ສຳລັບການຜະລິດແມ່ນ 2 ຄັ້ງ/ປີ, ຜະລິດໄດ້ 4 ໂຕນ/1 ຄັ້ງ, ລວມແລ້ວ ໃນ 1 ປີ ສາມາດຜະລິດໝາກຖົ່ວ ເນົ່າໄດ້ 8 ໂຕນ, ລາຄາຂາຍແມ່ນ 7.000 ກີບ/1 ກິໂລ, ສາມາດສ້າງລາຍຮັບໄດ້ 56.000.000 ກີບ/ ປີ, ສຳລັບທຶນຮອນໃນການຜະລິດແມ່ນເງິນຂອງຄອບ

ຄົວທີ່ໄດ້ຊ່ວຍກັນທ້ອນ ແລະ ສະສົມໄວ້.168

ມາຮອດປັດຈຸບັນ ນອກຈາກເຮັດ ໝາກຖົ່ວເນົ່າແລ້ວ ຍັງໄດ້ລ້ຽງໝູ 80ໂຕ, ລ້ຽງສັດປີກ 130 ໂຕ, ມີເນື້ອທີ່ນາ 3,2 ເຮັກຕາ ສຳລັບປູກເຂົ້າ ແລະ ພືດຜັກຕ່າງໆ, ສວນຢາງພາລາ 1,3 ເຮັກຕາ,ພາຫະນະຮັບໃຊ້ມີ: ລົດຂົນສົ່ງ 1 ຄັນ,ລົດກະບະ 1 ຄັນ, ລົດຈັກ 2 ຄັນ, ລົດໄຖນາ 2 ຄັນ ແລະ ມີໂຮງນໍ້າກ້ອນ1 ໂຮງ, ຊຶ່ງແຕ່ລະກິດຈະກຳ ສາມາດສ້າງລາຍຮັບໃນ 1 ປີ ໄດ້ຄື: ຂາຍໝູ65.000.000 ກີບ, ຂາຍຜົນຜະລິດ (ຜັກຕາມລະດູການ, ສາລີ...) 10.000.000 ກີບ,ຂາຍເຂົ້າ 16.000.000 ກີບ, ຄ້າຂາຍຜະລິດຕະພັນ ຕ່າງໆ (ນ້ຳໜ້າເຂົ້າຊອຍ, ນ້ຳປູ, ຖົ່ວເນົ່າແຜ່ນ...) 15.000.000 ກີບ, ຂາຍນໍ້າກ້ອນ 6.000.000 ກີບ ແລະ ຂາຍ ຢາງພາລາ 30.000.000 ກີບ. ລວມລາຍຮັບທັງໝົດໃນ 1 ປີ ປະມານ 198 ລ້ານກີບ ຖືວ່າເປັນລາຍຮັບ

ຄົງທີ່ ສາມາດພາໃຫ້ຄອບຄົວຫຼຸດພົ້ນຈາກຄວາມທຸກຍາກ.

     ເມື່ອຖາມເຖິງແຜນການຂະຫຍາຍກິດຈະກຳຂອງຄອບຄົວໃນອະນາຄົດ, ພໍ່ ນວນສີ ກ່າວວ່າ: ໃນຕໍ່ໜ້າຈະເພີ່ມການຜະລິດໝາກຖົ່ວເນົ່າໃຫ້ ຫຼາຍຂຶ້ນ ເພື່ອສ້າງໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ຂອງເມືອງສິງ ເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງຜູ້ບໍລິໂພກທີ່ນັບມື້ເພີ່ມຂຶ້ນ ພ້ອມທັງຊອກຫາຕະຫຼາດ ຮອງຮັບທັງພາຍໃນ ແລະ ຕ່າງແຂວງໃນການຈຳໜ່າຍສິນຄ້າ.

      ທ່ານນາງ ໄມມະນີວັນ ຈັນທະວົງ ກຳມະການພັກເມືອງ, ປະທານ ສຍເມືອງສິງ ກ່າວວ່າ: ຂ້າພະເຈົ້າ ໄດ້ຕິດຕາມ ແລະ ສັງເກດເຫັນວ່າ ຄອບ ຄົວ ແກ້ວແສງຈ້ອຍ ມີຄວາມບຸກບືນ ອົດທົນ ສູ້ຊີວິດແລະ ດຸໝັ່ນດຳເນີນທຸລະກິດ, ໂດຍສະເພາະແມ່ນໄດ້ສືບທອດກິດຈະກຳຂອງ ພໍ່ແມ່-ບັນພະບູ ລຸດໃນການຜະລິດຖົ່ວເນົ່າ ຊຶ່ງເລີ່ມຈາກຂາຍຢູ່ພາຍໃນບ້ານ, ຕາມຕົວເມືອງ ສິງ ແລະ ເລີ່ມຂະຫຍາຍການຜະລິດໄປຫາເມືອງອື່ນໆ. ນອກຈາກນີ້ ທ່ານນາງ ແຍງ ກໍຍັງໄດ້ປະກອບສ່ວນ ເປັນຄະນະ ສຍ ບ້ານ, ພ້ອມທັງເປັນຄະນະບໍລິຫານງານ ສຍ ເມືອງ 2 ສະໄໝ.

                                                                                                                                                                                                                                                                   ໂດຍ: ນາງ ຕິກ ເຈື້ອຫຼວງຄຳມີ

                                                                                                                                                                                                                                                                          ສຍ ແຂວງຫຼວງນ້ຳທາ

 

134135136

ການໄປຫາວຽກເຮັດງານທໍາຢູ່ຕ່າງປະເທດກໍເປັນອີກທາງເລືອກໜຶ່ງໃນການຊອກຮູ້ຮໍ່າຮຽນເອົາບົດຮຽນທີ່ດີຈາກຜູ້ມີຄວາມຮູ້ປະສົບການ ເພື່ອນໍາມາພັດທະນາຊີວິດການເປັນຢູ່ຂອງຄອບຄົວ ກໍຄືພັດທະນາປະເທດຊາດ ດັ່ງຄອບຄົວຂອງທ່ານ ຖະໜອມ ສໍາພັນ ແລະນາງ ແສງເພັດ ດວງສະຫວັນ ເຈົ້າຂອງຮ້ານຈືນຂາໄກ່ຄູວຽງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຊຶ່ງເພິ່ນໄດ້ໄປເຮັດວຽກຢູ່ຕ່າງປະເທດ ແລະ ໄດ້ນໍາເອົາບົດຮຽນດັ່ງກ່າວ ມາໝູນໃຊ້ໃນປະເທດເຮົາໃຫ້ເກີດປະໂຫຍດແກ່ຊີວິດການເປັນຢູ່ຂອງຄອບຄົວໄດ້.ດັ່ງການໃຫ້ສໍາພາດ ຂອງທ່ານ ຖະໜອມ ສໍາພັນ ວ່າ: ເບື້ອງຕົ້ນຕົນເອງໄດ້ເຮັດທຸລະກິດຄອບຄົວ (ໂຮງຊອຍໄມ້ຂະໜາດນ້ອຍ)ໄດ້ 2 ປີ ແຕ່ເຫັນວ່າຍັງບໍ່ກຸ້ມກິນ, ຈາກນັ້ນ ຈຶ່ງໄດ້ໄປຢາມພີ່ນ້ອງຢູ່ຕ່າງປະເທດ ເລີຍຖືໂອກາດນັ້ນຊອກຫາວຽກ ເຮັດງານທໍາ ເພື່ອຫາລາຍໄດ້ເພີ່ມ ພ້ອມທັງສຶກສາເອົາບົດຮຽນ, ປະສົບການໃນການສ້າງລາຍຮັບເຂົ້າສູ່ຄອບຄົວ ຊຶ່ງໄດ້ເຂົ້າໄປເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງ ແຕ່ປີ 1990-1996 ຈຶ່ງໄດ້ອາໄສເວລາເຮັດວຽກນັ້ນເປັນການຮຽນຮູ້ສູດການປຸງແຕ່ງອາຫານ ໂດຍສະເພາະຈືນຂາໄກ່ ກໍເລີຍເຮັດໃຫ້ຕົນເອງຮູ້ຈັກຂັ້ນຕອນ, ວິທີເອືອບ, ລົດຊາດທີ່ເໝາະກັບຄົນລາວ ພ້ອມທັງວິທີການຈືນ ໃຫ້ມີຄວາມກອບນອກນຸ້ມໃນຖືກໃຈຜູ້ບໍລິໂພກ. ພາຍຫຼັງກັບມາບ້ານ ກໍມີແນວຄິດລິເລີ່ມຢາກເອົາບົດຮຽນດັ່ງກ່າວ ເພື່ອມາເປັນການສ້າງລາຍຮັບເຂົ້າສູ່ຄອບຄົວ, ມາຮອດຕົ້ນປີ 2000 ຈຶ່ງໄດ້ເປີດຮ້ານຂາຍຈືນຂາໄກ່ ຢູ່ບ້ານບຶງຂະຫຍອງ ຖະໜົນຄູວຽງ ຊຶ່ງປະຈຸບັນເອີ້ນວ່າ ຮ້ານຈືນຂາໄກ່ຄູວຽງŽໄລຍະເປີດຮ້ານທໍາອິດແມ່ນຈືນມື້ລະ 20 ກວ່າກິໂລ ຂາຍໃນລາຄາ 2.500-3.000ກີບ/ຂາ ສາມາດສ້າງລາຍຮັບ 600.000 ກີບ/ມື້ ເມື່ອເຫັນວ່າໄດ້ຮັບການຕອບຮັບ, ຈາກລູກຄ້າເພີ່ມຂຶ້ນເລື້ອຍໆ ໂດຍສະເພາະນັກຮຽນ, ນັກສຶກສາ ຈຶ່ງໄດ້ເພີ່ມປະລິມານຂຶ້ນຕາມຄວາມຕ້ອງ

ການຂອງລູກຄ້າຊຶ່ງປະຈຸບັນ ສາມາດຂາຍໄດ້ເຖິງ 100 ກວ່າກິໂລ/ມື້, 1 ກິໂລ ມີ 8 ຂາ ແລະ ຂາຍໃນລາຄາຂາລະ 9.000 ກີບ,ສະເລ່ຍລາຍຮັບມື້ໜຶ່ງ ເມື່ອຫັກຕົ້ນທຶນແລ້ວສາມາດສ້າງລາຍຮັບ ເຂົ້າສູ່ຄອບຄົວປະມານ 3 ເຖິງ 4 ລ້ານກີບ/ມື້ ຖືວ່າເປັນທຸລະກິດຄອບຄົວຂະໜາດນ້ອຍ ທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປະຈໍາ. ສະນັ້ນ, ໃນຕໍ່ໜ້າພວກເຮົາຍັງມີແຜນຂະຫຍາຍສາຂາເພີ່ມ

ຂຶ້ນອີກໃນນະຄອນຫຼວງວຽງຈັນŽຮ້ານຈືນຂາໄກ່ຄູວຽງນອກຈາກຈະສ້າງລາຍຮັບໃຫ້ແກ່ຄອບຄົວແລ້ວ ຍັງເປັນສ່ວນໜຶ່ງ ໃນການສ້າງລາຍຮັບໃຫ້ແກ່ເອື້ອຍນ້ອງແມ່ຍິງຈໍານວນໜຶ່ງທີ່ມາຈາກຕ່າງແຂວງ ເນື່ອງຈາກວ່າ ແຮງງານໃນຄອບຄົວມີພຽງ 5 ຄົນເທົ່ານັ້ນ ຈຶ່ງໄດ້ຮັບພະນັກງານຊ່ວຍວຽກເພີ່ມ 12 ຄົນ ເປັນຍິງທັງໝົດ ໂດຍໄດ້ຈ່າຍຄ່າຈ້າງເປັນເງິນເດືອນ ເດືອນລະ 1.200.000 ກີບ/ຄົນ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍອື່ນໆ ລວມເຖິງຄ່າກິນ, ສະຖານທີ່ພັກອາໄສໃຫ້ພ້ອມ.

       ທ່ານ ຖະໜອມ ສໍາພັນ ໄດ້ໃຫ້ຂໍ້ຄິດວ່າ: ເມື່ອຕັດສິນໃຈເຮັດສິ່ງໃດແລ້ວ ຕ້ອງກ້າເຮັດ ກ້າຮັບຜິດຊອບ, ປະຕິບັດດ້ວຍຄວາມຕັ້ງໃຈ, ອົດທົນພະຍາຍາມ, ບໍ່ທໍ້ຖອຍຕໍ່ອຸ ປະສັກທີ່ພົບພໍ້ ມີບັນຫາຕ້ອງຊອກຫາທາງອອກ, ມີຄວາມມຸ່ງໝັ້ນ, ເຊື່ອໝັ້ນຕໍ່ຕົນເອງ ທຸກສິ່ງທຸກຢ່າງຖ້າເຮົາມີຄວາມພະຍາຍາມຕັ້ງໃຈແລ້ວຍ່ອມມີຜົນສໍາເລັດŽ.

       ພາຍຫຼັງທີ່ໄດ້ເປີດຮ້ານຈືນຂາໄກ່ມາ ເຮັດໃຫ້ເສດຖະກິດຄອບຄົວຂອງເພິ່ນໄດ້ພັດທະນາຂຶ້ນ ເປັນຕົ້ນ: ປຸກເຮືອນຢູ່ທີ່ແໜ້ນໜາຖາວອນໄດ້ 1 ຫຼັງ, ສົ່ງລູກຮຽນວິຊາຊີບຢູ່ຕ່າງປະເທດ, ຊື້ດິນສວນໄດ້ 2 ຕອນ ແລະ ລົດໃຫຍ່ 2 ຄັນ.

                                                                                                  

                                                                                                                                                                                                                                                                                   ໂດຍ: ອິນດາວອນ

120

ຊາຍ ແຂວງບໍ່ແກ້ວ ເປັນເມືອງໜຶ່ງທີ່ປະກອບມີຫຼາຍຊົນເຜົ່າ ມີວິຖີການດໍາລົງຊີວິດທີ່ຫຼາກຫຼາຍສີສັນ, ວັດທະນະທໍາ

ຮີດຄອງປະເພນີກໍ່ເປັນເອກະລັກ ໂດຍສະເພາະແມ່ນປະເພນີການຢູ່ການກິນ ອາຫານທາງພາກເໝືອນເປັນທີ່ຂຶ້ນຊື່ລືຊາຮູ້ຈັກດີມາຈົນເຖິງ

ປັດຈຸບັນ ຈົນກາຍເປັນອາຊີບທີ່ສ້າງລາຍຮັບໃຫ້ຫຼາຍຄອບຄົວ. ໃນນີ້ ຄອບຄົວຂອງອ້າຍ ສົມລິດ ແລະ ເອື້ອຍ ວອນແກ້ວ ວັນນະເດດ

ຢູ່ບ້ານພິບຸນທອງ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເປັນຄອບຄົວໜຶ່ງທີ່ສືບທອດຄວາມຮູ້ໃນການເຮັດເຂົ້າປຸ້ນຫົວໂຫຼ້ງມາຈາກປູ່ຍ່າ

ຕາຍາຍ ແລ້ວນໍາເອົາຄວາມຮູ້ດັ່ງກ່າວ ຫັນມາສ້າງເປັນເສດຖະກິດຄອບຄົວ ເຊິ່ງໃນເບື້ອງຕົ້ນແມ່ນເຮັດຂາຍຕາມຕະຫຼາດ ຕໍ່ມາປີ 2007

ໄດ້ຕັ້ງຮ້ານຂາຍເລີ່ມຈາກ 3 ໂຕະ ໃນໄລຍະນັ້ນບໍ່ຄ່ອຍໄດ້ຮັບຄວາມນິຍົມຈາກລູກຄ້າພໍປານໃດ, ບາງມື້ຂາຍໝົດບາງມື້ກໍ່ບໍ່ໝົດ. ແຕ່

ເພິ່ນກໍ່ໄດ້ສູ້ຊົນອົດທົນ ທັງເຮັດທັງຖອດຖອນບົດຮຽນໄປນໍາ ເປັນຕົ້ນແມ່ນສ່ວນປະກອບຂອງເຂົ້າປຸ້ນ, ຜັກກິນກັບ ແລະ ແຈ່ວ ຈຶ່ງເຮັດ

ໃຫ້ໄດ້ຮັບຄວາມສົນໃຈຈາກລູກຄ້າເປັນຢ່າງດີ. ມື້ໜຶ່ງຂາຍໄດ້ປະມານ 10 ກິໂລ

121

ຈຸດພິເສດຂອງຮ້ານແມ່ນເຮັດໄປນໍາ ຂາຍໄປພ້ອມໃໝ່ໆສົດໆ ເຮັດໃຫ້ເສັ້ນເຂົ້າປຸ້ນຍັງຮັກສາລົດຊາດໄວ້ໄດ້ດີ ບວກໃສ່

ກັບແຈ່ວທີ່ເພິ່ນຄິດຄົ້ນ ແລະ ປຸງແຕ່ງເອງ ມີລົດຊາດທີ່ເປັນເອກະລັກສະເພາະຂອງຮ້ານເພິ່ນ, ສ່ວນປະກອບທີ່ສໍາຄັນແມ່ນໝາກ

ຖົ່ວເນົ່າທີ່ຜ່ານການຄັດເລືອກໝາກຖົ່ວ, ຂັ້ນຕອນການປຸງແຕ່ງທີ່ພິຖີພິຖັນ ຈຶ່ງໄດ້ຮັບຄວາມສົນໃຈຈາກລູກຄ້ານັບມື້ນັບຫຼາຍຂຶ້ນ ເມື່ອກິດ

ຈະກຳມີການຂະຫຍາຍຕົວທາງຄອບຄົວຈຶ່ງໄດ້ຢືມເງິນຈາກກອງທຶນສະຫະພັນແມ່ຍິງບ້ານຈໍານວນ 20 ລ້ານກີບ ເພື່ອມາຕໍ່ຍອດ

ໃນການປັບປຸງຮ້ານ ແລະ ຂະຫຍາຍທຸລະກິດ. ປັດຈຸບັນ ຂະຫຍາຍມາເປັນ 13 ໂຕະ ມີລູກຄ້າເພີ່ມຂຶ້ນທັງພາຍໃນ ແລະ ຕ່າງແຂວງ,

ມີການສັ່ງຈອງເພື່ອເຮັດງານລ້ຽງ ແລະ ງານສັງສັນຕ່າງໆເພີ່ມຂຶ້ນ ສະເລ່ຍແລ້ວສາມາດຂາຍໄດ້ມື້ລະ 60-100 ກິໂລ, ສ່ວນການຂາຍ

ແມ່ນຂາຍເປັນຊຸດ ຊຶ່ງປະກອບມີ ນໍ້າຮ້ອນ, ຜັກລວກ, ແຈ່ວ ແລະ ເຂົ້າປຸ້ນ, ສ້າງລາຍຮັບປະມານ 50 ລ້ານກີບ/ເດືອນ

122

ຈາກຈຸດພິເສດຂອງບ້ານພິບຸນທອງ ທີ່ມີພົນລະເມືອງທັງໝົດ 832 ຄົນ, ຍິງ 415 ຄົນ, ມີ 178 ຫຼັງຄາເຮືອນ ອາຊີບຫຼັກຂອງ

ປະຊາຊົນແມ່ນເຮັດນາ ແລະ ຜະລິດຫັດຖະກໍາປຸງແຕ່ງອາຫານເປັນອາຊີບສໍາຮອງ ໃນການສ້າງລາຍຮັບເຂົ້າສູ່ຄອບຄົວ. ອາຫານພື້ນ

ເມືອງບາງຊະນິດແມ່ນໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍ ແລະ ຍັງເປັນທີ່ນິຍົມຂອງຄົນໃນປັດຈຸບັນ ຈົນກາຍເປັນສັນຍາລັກຂອງເມືອງ

ຂອງບ້ານ. ບາງຄອບຄົວໄດ້ຫັນມາສ້າງເປັນເສດຖະກິດຄອບຄົວ ຈົນສາມາດສ້າງລາຍຮັບເຂົ້າຄອບຄົວ ເພື່ອພັດທະນາຊີວິດການເປັນ

ຢູ່ທີ່ດີຂຶ້ນ ດ້ວຍຄວາມເອົາໃຈໃສ່ຂອງອົງການປົກຄອງບ້ານທີ່ໄດ້ໃກ້ຊິດຕິດແທດ ແລະ ປຸກລະດົມປະຊາຊົນສ້າງຢູ່ທໍາກິນຕາມທ່າແຮງ

ແລະ ເງື່ອນໄຂຕົວຈິງ ເຮັດໃຫ້ເສດຖະກິດ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານດີຂຶ້ນ ແລະ ເປັນທີ່ຮູ້ຈັກຂອງຫຼາຍບ້ານ

ຫຼາຍເມືອງ. ສະເພາະອົງການຈັດຕັ້ງສະຫະພັນແມ່ຍິງ ນອກຈາກປະກອບສ່ວນໃນການສ້າງເງື່ອນໄຂໃຫ້ສະມາຊິກຢືມເງິນມາສົມທົບ

ທຶນໃນການສ້າງເສດຖະກິດແລ້ວ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃນການສ້າງວຽກເຮັດງານທໍາໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພື່ອສ້າງລາຍ

ຮັບໃຫ້ຕົນເອງ ແລະ ຄອບຄົວ ໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ຈົນກາຍເປັນຕົວແບບຂອງບ້ານ ແລະ ເມືອງຫ້ວຍຊາຍ.

                                                                                                                                                                                                              

                                                                                                                                                                                                                                      ໂດຍ: ແຕ໋ວ ວິໄລພອນ

72

ຄອບຄົວ ທ່ານນາງ ບົວທອງ ມະ ຫາໄຊ, ອາຍຸ 55 ປີ ແລະ ທ່ານ ຄຳໝັ້ນ ມະຫາໄຊ ອາຍຸ 63 ປີ ມີລູກຮ່ວມກັນ 9 ຄົນ, ຍິງ 4 ຄົນ, ປະຈຸບັນຢູ່ບ້ານນາເລົາ ເມືອງໄຊ ແຂວງ ອຸດົມໄຊ ທັງສອງຜົວເມຍ ມີຄວາມດຸໝັ່ນຫ້າວຫັນສ້າງເສດຖະກິດ ຄອບຄົວ ໂດຍອາໄສ ການເຮັດເຂົ້າຫຼາມຂາຍເພື່ອເຮັດໃຫ້ຄອບຄົວພົ້ນທຸກ.

      ທ່ານນາງ ບົວທອງ ໄດ້ເວົ້າໃຫ້ ຟັງວ່າ:ປີ 1980 ໄດ້ຂາຍຂອງກິນສຸກ ແຕ່ບໍ່ປະສົບຜົນສໍາເລັດເທົ່າທີ່ຄວນ ເນື່ອງຈາກບາງມື້ບໍ່ ໄດ້ຂາຍດີກໍ່ຫຼຸບທຶນ ເຮັດໃຫ້ເສດຖະກິດຄອບຄົວຝືດເຄືອງຈິ່ງມີແນວຄິດຢາກຊອກອາຊີບ ຫຼື ວິທີສ້າງເສດຖະກິດຄອບຄົວທີ່ໝັ້ນຄົງ ດັ່ງ ນັ້ນ, ຈິ່ງຫັນມາ ທົດລອງເຮັດເຂົ້າຫຼາມ ເຊິ່ງເປັນອາຊີບທີ່ສືບທອດມາແຕ່ຮຸ່ນພໍ່ແມ່ ແລະ ຕົນເອງກໍ່ມັກຮັກໃນອາຊີບນີ້ຈິ່ງຕັດສິນໃຈເຮັດ ເຂົ້າຫຼາມ. ໃນໄລຍະທຳອິດ ປີ 1985 ແມ່ນເຮັດ ພຽງແຕ່ 4-5 ກິໂລຕໍ່ມື້ເຫັນວ່າ ໄດ້ຂາຍດີ ແລະ ລູກຄ້າກໍ່ນິຍົມຊົມຊອບຈິ່ງເຮັດເພີ່ມຕື່ມ ອີກເປັນ 10 ກິໂລ ຕໍ່ມື້.

      ສໍາລັບຂັ້ນຕອນ ແລະ ວິທີການ ກະກຽມກໍ່ບໍ່ຍາກພໍປານໃດ ສ່ວນປະກອບ ມີ: ເຂົ້າ 10 ກິໂລ, ໝາກພ້າວ 7 ໜ່ວຍ, ບັ້ງໄມ້ໄຜ່ 5 ລໍາ, ນໍ້າຕານ 2 ກິໂລ, ນ້ຳ 2 ລິດ.

      ວິທີການປຸງແຕ່ງ: ໜຶ້ງເຂົ້າໃຫ້ສຸກ, ນໍາເອົາໝາກພ້າວຂູດ, ໃສ່ນ້ຳອຸ່ນ, ຄັ້ນ ໝາກພ້າວເອົາຫົວກະທິອອກໃສ່ຖ້ວຍໄວ້ ແລ້ວເອົາ ນ້ຳທີ່ຜອງໄວ້ມາຄັ້ນໝາກພ້າວອີກ 3 ຮອບ ນຳໄປຕົ້ມໃສ່ນ້ຳຕານ ຄົນໃຫ້ເຂົ້າກັນປະໄວ້ຈົນນໍ້າຟົດຈຶ່ງເອົາເຂົ້າທີ່ ກຽມໄວ້ລົງໃສ່ ຄົນໃຫ້ ເຂົ້າກັນດີ, ນໍາເອົາຫົວກະທິມາຖອກໃສ່ເຫັນວ່າສ່ວນປະກອບເຂົ້າກັນດີແລ້ວ ປົງໝໍ້ລົງ ເອົາໄມ້ທີ່ກຽມ ໄວ້ໄປລ້າງແລ້ວເອົາເຂົ້າທີ່ກຽມ ໄວ້ຮ່າຍ ໃສ່ໃນບັ້ງທັ່ງລົງຈົນເຕັມ ຫຼັງຈາກນັ້ນ ເອົາ ໄປເຜົາໃສ່ເຕົາໄຟທີ່ກຽມໄວ້ ພິກໄປມາ ເຫັນວ່າສຸກດີແລ້ວເອົາໄປປອກ ຮຸ່ງເຊົ້າມື້ ໃໝ່ກໍ່ນຳໄປຂາຍໄດ້. ສ່ວນບ່ອນຂາຍແມ່ນ ຢູ່ເຂດບ້ານນາເລົາ ເມືອງ ໄຊ. ມື້ໜຶ່ງສາ ມາດຂາຍໄດ້ 350,000 ກີບ ລາຄາຂາຍ ບັ້ງລະ 2,000-20,000 ກີບ ສະເລ່ຍລາຍ ຮັບທີ່ໄດ້ຫັກຕົ້ນທຶນອອກ ມີກໍາໄລປະມານ 68,040,000 ກີບ/ປີ.

      ນອກຈາກການເຮັດເຂົ້າຫຼາມ ແລ້ວຄອບຄົວຂອງ ທ່ານນາງ ບົວທອງ ຍັງ ໄດ້ເຮັດນາ, ລ້ຽງງົວ, ລ້ຽງເປັດ, ລ້ຽງໄກ່ຍັງ ມີລາຍຮັບ ເພີ່ມຕື່ມອີກ ສະເລ່ຍລາຍຮັບ ຈາກການຂາຍງົວ 6,000,000 ກີບ ຂາຍ ເປັດ, ໄກ່ສະເລ່ຍ 500,000 ກີບ/ປີ.

      ນັບແຕ່ ປີ 1994 ຈົນເຖິງປະຈຸບັນ ເຫັນວ່າສະພາບເສດຖະກິດຄອບຄົວດີ ຂຶ້ນເລື້ອຍໆ ສາມາດປຸກເຮືອນໄດ້ 1 ຫຼັງ, ມີທຶນການ ສຶກສາໃຫ້ແກ່ລູກ, ສາມາດສົ່ງ ລູກຮຽນຈົບ ແລະ ມີເງິນແຮໄວ້ຄອບຄົວ ໃນເວລາເຈັບເປັນ.

      ຜົນສໍາເລັດທັງໝົດນັ້ນກໍ່ຍ້ອນ ຄວາມດຸໝັ່ນຂະຫຍັນພຽນຂອງຄອບຄົວທ່ານນາງ ບົວທອງ ແລະ ທ່ານ ຄໍາໝັ້ນ ມະຫາໄຊ ບວກກັບຄວາມປະຢັດມັດທະຍັດ, ຄວາມສາມັກຄີພາຍໃນຄອບຄົວ ແລະ ດຸໝັ່ນອົດທົນຈຶ່ງເຮັດໃຫ້ຄອບຄົວຫຼຸດພົ້ນ ອອກຈາກຄວາມທຸກ ຍາກເທື່ອລະກ້າວ. ສໍາລັບທ່ານໃດທີ່ສົນໃຈຢາກສັ່ງຈອງເຂົ້າ ຫຼາມພາຍໃນເທດສະບານ ເມືອງ ໄຊ ຫຼື ຕ່າງເມືອງກໍ່ສາມາດໂທມາ ໄດ້ທີ່ເບີໂທ ທ່ານນາງ ບົວທອງ: 020 55782940.

73

                                                                                                                                                                                                                                                            ໂດຍ: ນ.ຄໍາແດງ ອຸ່ນລະຄອນ

                                                                                                                                                                                                                                                                            ສຍຂ ອຸດົມໄຊ.

5354555658

ສູນຫັດຖະກຳຕໍ່າແຜ່ນແພ  ບ້ານຜານົມ ເມືອງ ແລະ ແຂວງ ຫຼວງພະບາງ ສ້າງຂຶ້ນໃນປີ 1996 ເພື່ອໃຫ້ປະຊາຊົນ ກໍຄືເອື້ອຍນ້ອງແມ່ຍິງໄດ້ນຳໃຊ້ເປັນສະຖານທີ່ຂາຍ ເຄື່ອງຫັດຖະກຳທີ່ ຜະລິດມາຈາກສີໄມ້ລາຍມືອັນປານີດຂອງແມ່ຍິງພາຍໃນບ້ານ.

       ທ່ານນາງ ສຸລິນທອນ ມະນີແສງ ຫົວໜ້າສູນຫັດຖະກຳຕໍ່າແຜ່ນແພ ບ້ານຜານົມ ໃຫ້ຮູ້ວ່າ: ເອື້ອຍນ້ອງແມ່ຍິງ ພາຍໃນບ້ານຜານົມສ່ວນຫຼາຍມີມູນເຊື້ອຕໍ່າຫູກທໍໄໝມາແຕ່ດົນນານ, ມີຄວາມຊຳນິຊຳນານໃນການເກັບລວດລາຍທີ່ເປັນເອກະລັກສະເພາະ ແຕ່ການຈຳໜ່າຍສິນຄ້າຍັງມີລັກສະນະກະແຈກກະຈາຍ, ບໍ່ມີຮ້ານຂາຍທີ່ແນ່ນອນ ອາໄສພຽງແຕ່ຂາຍຕາມໜ້າເຮືອນຂອງໃຜລາວ. ພາຍຫຼັງທີ່ ທ່ານ ໜູຮັກ ພູມສະຫວັນ ອະດີດປະທານປະເທດແຫ່ງ ສປປລາວ ໄດ້ມາຢ້ຽມຢາມບ້ານຜານົມ ໄດ້ເຫັນເຖິງຄວາມຫຍຸ້ງຍາກໃນ

ການຊື້-ຂາຍເຄື່ອງຂອງປະຊາຊົນ, ບໍ່ມີການຈັດສັນໃຫ້ເປັນລະບຽບຮຽບຮ້ອຍ, ບໍ່ມີສະຖານທີ່ຖາວອນ, ຈຶ່ງໄດ້ສະໜອງງົບປະມານມູນຄ່າຮ້ອຍກວ່າລ້ານກີບ ເພື່ອນຳໃຊ້ເຂົ້າໃນການສ້າງສູນຫຼັງນີ້ຂຶ້ນ ພ້ອມທັງໄດ້ປຸກລະດົມແມ່ຍິງພາຍໃນບ້ານ ຜູ້ທີ່ມີຄວາມສົນໃຈ, ມີຄວາມຮູ້ໃນການຕໍ່າຫູກເຂົ້າເປັນສະມາຊິກຂອງກຸ່ມຫັດຖະກຳ. ໃນເບື້ອງຕົ້ນມີສະມາຊິກ 12 ຄົນ, ມາຮອດປະຈຸບັນ ມີ 82 ຄົນ, ສິນຄ້າທີ່ສະມາຊິກຕໍ່າຈະມີຫຼາກຫຼາຍປະເພດເຊັ່ນ: ສິ້ນ, ເສື້ອ, ຜ້າບ່ຽງ, ຜ້າປູໂຕະ, ຜ້າຕຸ້ມ, ກະເປົາ ແລະ ອື່ນໆ ທີ່ຜະລິດຈາກໄໝ, ຝ້າຍ ຍ້ອມດ້ວຍສີທຳມະຊາດ, ມີລາຄາແຕ່ 20.000-700.000 ກີບ. ສະເລ່ຍແລ້ວໃນແຕ່ລະເດືອນສະມາຊິກຜູ້ໜຶ່ງຈະມີລາຍຮັບປະມານ 15.000.000 -30.000.000 ກີບ.Ž

       ສູນຫັດຖະກຳດັ່ງກ່າວ ນອກຈາກຈະສ້າງລາຍຮັບໃຫ້ແມ່ຍິງພາຍໃນບ້ານຜານົມທີ່ເຂົ້າເປັນສະມາຊິກແລ້ວ ຍັງເຮັດໃຫ້ເອື້ອຍນ້ອງແມ່ຍິງຢູ່ບ້ານໃກ້ຄຽງທີ່ບໍ່ແມ່ນສະມາຊິກກຸ່ມອີກຈໍານວນໜຶ່ງມາ ຮັບໄປຕໍ່າຢູ່ເຮືອນຂອງໃຜລາວ ເປັນການຊ່ວຍໃຫ້ເຂົາເຈົ້າມີລາຍຮັບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ. ໄປພ້ອມກັນນັ້ນ ສູນດັ່ງກ່າວຍັງເປັນສະຖານທີ່ ທີ່ສະແດງໃຫ້ເຫັນເຖິງຄວາມເອກ ອ້າງທະນົງໃຈຂອງເອື້ອຍນ້ອງແມ່ຍິງໃນການສົ່ງເສີມສີໄມ້ລາຍມືອັນປານີດ ແລະ ຫົວຄິດປະດິດສ້າງໃນການຄົ້ນຄິດລວດລາຍທີ່ເປັນເອກະລັກສະເພາະເຮັດໃຫ້ໄດ້ຮັບການຢັ້ງຢືນເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໃນປີ 2016 ທີ່ສ້າງຊື່ສຽງໃຫ້ກັບບ້ານ ກໍຄືເມືອງຫຼວງພະບາງ. ສິນຄ້າທີ່ໄດ້ຮັບລາງວັນແມ່ນຜ້າບ່ຽງລາຍກະແຈ ທີ່ຕໍ່າຈາກໄໝມ້ອນ, ຍ້ອມດ້ວຍສີທຳມະຊາດ, ກວ້າງ 40 ຊັງຕີແມັດ,ຄວາມຍາວ 2 ແມັດ, (ລາຄາ 300.000 ກີບ, ຝ້າຍປົນໄໝ ລາຄາ 50.000-80.000 ກີບ ໃຊ້ເວລາຕໍ່າ 2-4 ມື້) ເປັນລາຍທີ່ສືບທອດກັນມາຫຼາຍຮຸ່ນຄົນ ຫຼື ປະມານ 700 ປີ. ຜ້າລາຍກະແຈມີຄວາມໝາຍເລິກເຊິ່ງທີ່ສະແດງເຖິງສາຍສຳພັນເກາະກ່າຍ, ຄວາມສາມັກຄີຮັກແພງທີ່ແໜ້ນແຟ້ນຂອງຊົນເຜົ່າໄຕລື້ທີ່ອົບພະຍົບມາຈາກເຂດສິບສອງປັນນາ ປະເທດຈີນ, ໂດຍບັນພະບູລຸດໄດ້ນຳເອົາຜ້າລາຍດັ່ງກ່າວມາໃຫ້ປະຊາຊົນບ້ານຜານົມຕໍ່າຜ້າບ່ຽງສຳລັບຮັບໃຊ້ພະມະເຫສີຂອງເຈົ້າຊີວິດໃນສະໄໝນັ້ນ. ເຖິງວ່າປະຈຸບັນລວດລາຍອາດມີການປະຍຸກໄປຕາມ ຍຸກສະໄໝ ຊຶ່ງມີທັງລາຍກະແຈປິດ, ກະແຈເປີດ ແຕ່ເຖິງຢ່າງໃດກໍຕາມລວດລາຍທີ່ເປັນເອກະລັກສະເພາະທີ່ສືບທອດກັນມາແຕ່ບູຮານນະການກໍຍັງຖືກປົກປັກຮັກສາໄວ້ຈົນເຖິງປະຈຸບັນ.

       ຖ້າຫາກທ່ານໃດທີ່ມີໂອກາດເດີນທາງໄປຢ້ຽມຢາມ ຫຼື ຜ່ານໄປ-ມາ ເມືອງຫຼວງພະບາງ ກໍຢ່າລືມແວ່ເຂົ້າໄປອຸດໜູນສິນຄ້າທີ່ຜະລິດຈາກສີໄມ້ລາຍມືຂອງເອື້ອຍນ້ອງແມ່ຍິງບ້ານຜານົມໄດ້ ຊຶ່ງເປີດຂາຍທຸກວັນແຕ່ວັນຈັນ-ວັນອາທິດ ເວລາ 9 ໂມງເຊົ້າ ຫາ 5 ໂມງແລງ.

                                                                                                                                                                                                                                                                                  ໂດຍ: ພິລະຈັນ