153154

ຂ້ອຍລໍາຄານທີ່ຕ້ອງຕອບຄໍາຖາມ ເດີມໆ ຂອງແມ່ພຽງ 3 ຄັ້ງທັ້ງທີ່ຮູ້ ຕອນ ທີ່ຂ້ອຍຍັງນ້ອຍແມ່ຂ້ອຍກໍ່ຄົງຕອບຄໍາຖາມແບບເດີມໆ ຂອງຂ້ອຍເປັນສິບໆຄັ້ງໂດຍບໍ່ຮູ້ອິດເມື່ອຍ ແບບຂ້ອຍຕອບລູກຂ້ອຍດຽວນີ້.

       ຫຼາຍຄົນປຽບທຽບຄວາມຮັກຂອງ ພໍ່ແມ່ຍິ່ງໃຫຍ່ກວ່າພູເຂົາ, ທ້ອງຟ້າ ກໍ່ຖືກ!ຄວາມຮັກແມ່ນຄວາມຮູ້ສຶກທີ່ບໍ່ມີຕົວຕົນແຕ່ແຕະຕ້ອງໄດ້, ດັ່ງຄວາມຮັກຂອງແມ່ຕໍ່ລູກແມ່ນຄວາມຮັກທີ່ບໍ່ມີເງື່ອນໄຂ, ບໍ່ມີຫຍັງປຽບທຽບໄດ້ ເພາະແມ່ນຄວາມຮັກທີ່ຮັກກວ່າ ຊີວິດຂອງຕົນເອງ ແລ້ວຄວາມຮັກຂອງລູກທີ່ມີຕໍ່ແມ່ເດ ເປັນແບບນີ້ ຫຼື ບໍ່?

       ເມື່ອອາຍຸຫຼາຍຂຶ້ນ ຄວາມເຂັ້ມແຂງ ຂອງຮ່າງກາຍກໍຫຼຸດລົງ ການເຄື່ອນໄຫວກໍ່ຊັກຊ້າ ຫຼົງໆລືມໆ,ຈາກທີ່ເຄີຍລ້ຽງດູ, ອຸ້ມຊູ,ຊ່ວຍເຫຼືອ, ລູກບາງຄົນເຫັນວ່າ ພໍ່ແມ່ເປັນພາລະ ທີ່ລູກໆລໍາຄານ ບາງຄົນຢາກປະຖິ້ມໃຫ້ຢູ່ຄົນດຽວ.

       ຂ້ອຍເກີດໃນຄອບຄົວທີ່ຢູ່ຊົນນະບົດ ຖານະກໍເທົ່າກັບຄອບຄົວອື່ນໆ ທີ່ຢູ່ບ້ານດຽວກັນ, ພໍ່ແມ່ຂ້ອຍເຮັດນາ, ເຮັດສວນ, ລ້ຽງໄກ່,ລ້ຽງໝູ, ລ້ຽງປາ, ຫາໜໍ່ໄມ້, ກິນໄປແຕ່ລະມື້. ພໍ່ຂ້ອຍຈົບປະຖົມ ແຕ່ແມ່ຂ້ອຍບໍ່ຮູ້ຮຽນປໍໃດ ແຕ່ຮູ້ວ່າ ດຽວນີ້ ລາວອ່ານຂຽນບໍ່ໄດ້ແລ້ວ, ຄວາມຮູ້ມັນໜີປະລາວໄປຕາມການເວລາ. ພວກເຮົາດໍາເນີນຊີວິດກັນແບບງ່າຍໆ. ເຖິງພໍ່ແມ່ຂ້ອຍບໍ່ມີຄວາມຮູ້ ແຕ່ເພິ່ນກໍ່ສັ່ງສອນ

ຂ້ອຍໃຫ້ຮູ້ຄຸນຄ່າຂອງຄວາມຮູ້. ຄອບຄົວຂ້ອຍຫຍຸ້ງຍາກຂຶ້ນ ເມື່ອພໍ່ຂ້ອຍເສຍຊີວິດກ່ອນໄວ ອັນຄວນ ແມ່ຂ້ອຍກໍ່ກາຍເປັນເສົາຫຼັກຂອງຄອບຄົວ. ເສົາຫຼັກໃນການທີ່ໃຊ້ເຫື່ອແຮງລ້ຽງດູລູກເຕົ້າ.

       ຂ້ອຍເປັນຄົນທີ່ເພິ່ນເອີ້ນວ່າ ໝາກໄມ້ຫຼົ່ນໄກຕົ້ນ. ຂ້ອຍເປັນນັກຮຽນເກັ່ງຂອງແຂວງ ແລະ ຖືກສົ່ງມາຮຽນມະຫາວິທະຍາໄລທີ່ວຽງຈັນ,ເຖິງຂ້ອຍຈະໄດ້ຮັບເບ້ຍລ້ຽງຈາກລັດຖະບານ ແຕ່ແມ່ກໍຍັງໄດ້ສົ່ງເງິນມາໃຫ້ທຸກເດືອນ. ຂ້ອຍຮຽນຈົບຖືກຊັບຊ້ອນເປັນພະນັກງານລັດ ແມ່ຂ້ອຍກໍ່ຍັງສືບຕໍ່ສົ່ງເຂົ້າໃໝ່ ມາໃຫ້ຂ້ອຍກິນຕະຫຼອດ. ແມ່ຂ້ອຍກໍ່ຊ່າງເວົ້າບອກຂ້ອຍວ່າ:

      ເປັນພະນັກງານລັດ ເງິນເດືອນໜ້ອຍຢູ່ ແຕ່ກໍກ້າວໜ້າŽ ຂ້ອຍຫ້າວຫັນໃນການເຮັດວຽກ, ບໍ່ດົນຂ້ອຍກໍຖືກໄປຍົກລະດັບທີ່ຕ່າງປະເທດ. ປັດຈຸບັນຂ້ອຍແຕ່ງງານກັບໝູ່ທີ່ໄປຮຽນນໍາກັນ, ມີລູກຊາຍໜຶ່ງຄົນ ອາຍຸ 3 ປີ ກໍາລັງຮຽນຮູ້ ກໍາລັງດື້ ກໍາລັງໜ້າຮັກ. ຂ້ອຍເອົາແມ່ມາຢູ່ນໍາ, ຂ້ອຍຄິດວ່ານີ້ແມ່ນການຕອບແທນບຸນຄຸນ.

       ຂ້ອຍ ແລະ ຜົວໄປການແຕ່ເຊົ້າ, ທໍາອິດເອົາລູກໄປຝາກອະນຸບານ, ເຫັນລູກໄຫ້ຂີ້ມູກ ນໍ້າຕາໄຫຼ ເປັນອາທິດກໍ່ຍັງເປັນແບບນີ້, ຊໍ້າບໍ່ພໍ ບາງມື້ຍັງເປັນໄຂ້ອີກ. ແມ່ຂ້ອຍກໍ່ເລີຍບອກວ່າ: ຢ່າອົາໄປຝາກກໍ່ຢ່າ, ແມ່ຈະເບິ່ງໃຫ້Žສຸດທ້າຍລູກຂ້ອຍກໍ່ຢູ່ໂຮງຮຽນອະນຸບານແມ່ເຖົ້າ.

       ນອກຈາກເບິ່ງລູກໃຫ້ຂ້ອຍແລ້ວ ແມ່ຍັງເຮັດວຽກເຮືອນໃຫ້ຂ້ອຍທຸກຢ່າງ ເລີ່ມຕົ້ນຈາກການລຸກໜຶ້ງເຂົ້າແຕ່ເຊົ້າ, ແຕ່ງອາຫານເຊົ້າໃຫ້ພວກຂ້ອຍ, ກວາດເຮືອນ, ມ້ຽນເຮືອນ, ຫ້າງອາຫານ ແລ້ວມ້ຽນອີກ. ແມ່ຂ້ອຍບໍ່ເຄີຍຈົ່ມວ່າ ຢ່າງເກັ່ງເພິ່ນກໍ່ມີແຕ່ເວົ້າປວດແອວ,ເຈັບຫຼັງ ເພາະຕ້ອງໄດ້ອູ້ມ ໄດ້ແລ່ນຄຸບຫຼານທີ່ນອກຈາກແລ່ນໄວແລ້ວ ຍັງອ້ວນອີກ. ປານນັ້ນບາງຄັ້ງຂ້ອຍຍັງເວົ້າໃຫ້ແມ່ອີກ ເວລາກັບມາແຕ່ການ ເຫັນລູກມີຮອຍບາດ ຫຼື ຮອຍຊໍ້າເລັກໆນ້ອຍໆ ຕາມແຂນຂາແຕ່ຂ້ອຍບໍ່ເຄີຍຖາມແມ່ຈັກເທື່ອວ່າ ອາການເຈັບຫຼັງເຈັບແອວຂອງແມ່ດີແລ້ວ ຫຼື ບໍ່?

       ມື້ແລງໝູ່ລູກຈະມາກິນເຂົ້ານໍາ 4 ຫາ 5 ຄົນ, ແມ່ກຽມອາຫານ ເພື່ອລູກເດີŽ

       ຈັກໂມງຈະພາກັນມາ?Ž ປະມານ 5 ໂມງ ເລີກການŽ

       ຂ້ອຍ ເອົາເງິນເພີ່ມໃຫ້ແມ່ລົງຕະຫຼາດແລ້ວຂ້ອຍກໍ່ບອກແມ່ວ່າ ໃຫ້ເຮັດກິນຫຍັງແດ່.

       ຕອນແລງ, ເມື່ອຂ້ອຍກັບເຮືອນພ້ອມໝູ່ ກໍ່ເຫັນແມ່ກໍາລັງຈັດອາຫານທີ່ແຕ່ງຮຽບຮ້ອຍຂຶ້ນໂຕະກິນເຂົ້າ.

       ດີນໍ! ໂຕຍັງມີຄົນຢູ່ນໍາŽ

       ໝູ່ຂ້ອຍຜູ້ໜຶ່ງເວົ້າຂຶ້ນ, ຈາກການນຸ່ງເສື້ອ ສິ້ນເກົ່າໆ ມືທີ່ຫຍາບດ້ານ ເຮັດໃຫ້ໝູ່ຂ້ອຍຄິດວ່າແມ່ຂ້ອຍເປັນຄົນຮັບໃຊ້.ຂ້ອຍເຫັນແມ່ຟ້າວເຊັດນໍ້າຕາ ກ່ອນທີ່ມັນຈະຢອດລົງໂຕະກິນເຂົ້າ.

       ນັ້ນແມ່ເຮົາŽໝູ່ຂ້ອຍຟ້າວຍົກມືໄຫວ້ແມ່ຂ້ອຍທັນທີ.

       ລູກຂໍໂທດຫຼາຍໆ, ເພາະບໍ່ໄດ້ ຍິນເວົ້າວ່າເອົາແມ່ມາຢູ່ນໍາŽ ຈາກນັ້ນໝູ່ຄົນນັ້ນກໍເອີ້ນແມ່ຂ້ອຍກິນເຂົ້າ

       ແມ່ ບໍ່ມາກິນເຂົ້ານໍາກັນບໍ?Ž

       ໄດ້ແລ້ວ, ແມ່ຕ້ອງປ້ອນເຂົ້າຫຼານກ່ອນຈຶ່ງຈະກິນŽ

       ວັນອາທິດນັ້ນ,ພວກຂ້ອຍພາລູກ ແລະ ແມ່ໄປຫຼິ້ນສວນສັດ, ລູກຂ້ອຍກໍາລັງ ຮຽນຮູ້ ຮຽນເວົ້າຕາມພາສາເດັກນ້ອຍ, ຖາມຫັ້ນຖາມນີ້, ຂ້ອຍຕອບລູກທຸກຄັ້ງ ໃນຄໍາຖາມອັນເກົ່າເປັນ 10 ເທື່ອກໍມີ ໂດຍບໍ່ຮູ້ເບື່ອຄໍາຖາມນັ້ນ ພ້ອມທັງຫອມແກ້ມໃຫ້ລາງວັນທຸກຄັ້ງທີ່ຖາມ, ຂ້ອຍດີໃຈທີ່ລູກເປັນເດັກທີມັກຊອກຮູ້.

       ແມ່ຂ້ອຍເຫັນຈິງໂຈ້ ບໍ່ເຄີຍເຫັນກໍຖາມຂ້ອຍວ່າ:

       ນັ້ນແມ່ນຫຍັງ?Ž

       ຈິງໂຈ້Žຍ່າງໄປໜ້ອຍໜຶ່ງ ກໍຖາມອີກ:

       ນັ້ນແມ່ນຫຍັງ? ຄືບໍ່ເຄີຍເຫັນŽ

       ຂ້ອຍຫຼຽວເບິ່ງແມ່ຂ້ອຍໜ້ອຍໜຶ່ງແລ້ວຕອບ

       ຈິງໂຈ້Žແມ່ຍ່າງໄປອີກເບື້ອງໜຶ່ງ ແລ້ວຖາມອີກ

         ບ້ານເຮົາຄືບໍ່ມີເນາະ ມັນຊື່ຫຍັງŽ

       ແມ່ນີ້ກະດາຍ! ກໍຍັງວ່າຈິງໂຈ້Ž

       ຂ້ອຍເລີ່ມລໍາຄານຄໍາຖາມເດີມໆຂອງແມ່. ແມ່ຂ້ອຍຄົງຈະຮູ້ວ່າ ຂ້ອຍລໍາຄານ ຈຶ່ງເວົ້າຄ່ອຍໆວ່າ:

       ຂອງວ່າ ຊື່ມັນຈື່ຍາກŽ

       ຈື່ຍາກກໍບໍ່ຕ້ອງຈື່, ເຖົ້າແລ້ວຈະ ໃຫ້ຈື່ຄືເດັກນ້ອຍໄດ້ແນວໃດŽ  

ຈາກນັ້ນແມ່ຂ້ອຍກໍບໍ່ຖາມຫຍັງອີກຄົງຈະຄຽດ ແຕ່ບໍ່ພໍ 10 ນາທີ ຫຼານແລ່ນມາໃຫ້ອູ້ມລາວກໍຫອມແກ້ມຫຼານດ້ວຍຄວາມຮັກ, ນີ້ແຫຼະແມ່ຂ້ອຍ ເຖິງຈະຢາກຮ້າຍປານໃດ ແຕ່ບໍ່ເຄີຍຄຽດຂ້ອຍກາຍ 10 ນາທີ.

       ຂ້ອຍນັ່ງຂ້າງຕຽງຄົນເຈັບ ນັ່ງເບິ່ງ ໃບໜ້າທີ່ຫ່ຽວຍານ ຈັບມືທີ່ແຫ້ງກະດ້າງຍ້ອນ ວຽກຫຼາຍ, ແມ່ຂ້ອຍເອງ ແມ່ທີ່ມີການສຶກສາໜ້ອຍ ແຕ່ລ້ຽງຂ້ອຍໃຫ້ເປັນປັນຍາຊົນ ແມ່ນອນຢຽດກະດູກສັນຫຼັງຂອງແມ່ເຄື່ອນເພາະໂດດຮັບລູກຂ້ອຍທີ່ກໍາລັງຈະລົ້ມ. ລູກຂ້ອຍບໍ່ເປັນຫຍັງ ແຕ່ແມ່ຂ້ອຍນອນໂຮງໝໍ.

       ຂ້ອຍເບິ່ງແມ່ຂ້ອຍຄັກໆ, ຂ້ອຍຫາ ກໍສັງເກດເຫັນວ່າ ແມ່ຂ້ອຍເຖົ້າຫຼາຍແລ້ວ. ຍ້ອນຄວາມທຸກຍາກເຮັດໃຫ້ແມ່ຂ້ອຍເຖົ້າກ່ອນອາຍຸ. ຂ້ອຍຖາມຕົນເອງວ່າ ການທີ່ຂ້ອຍເອົາແມ່ມາຢູ່ນໍານີ້ ແມ່ນການຕອບແທນບຸນຄຸນບໍ ຫຼື ຂ້ອຍເອົາແມ່ມາເຮັດສາລະພັດວຽກໃຫ້ຂ້ອຍ. ຂ້ອຍລໍາຄານທີ່ຕ້ອງຕອບຄໍາຖາມເດີມໆຂອງແມ່ພຽງ 3 ຄັ້ງ, ທັງທີ່ຮູ້ຕອນທີ່ຂ້ອຍຍັງນ້ອຍ ແມ່ຂ້ອຍກໍຄົງຕອບຄຳຖາມ

ເດີມໆຂອງຂ້ອຍເປັນສິບໆຄັ້ງ ໂດຍບໍ່ຮູ້ອິດເມື່ອຍ ແບບຂ້ອຍຕອບລູກຂ້ອຍດຽວນີ້. ຄໍາຖາມທໍາອິດທີ່ແມ່ຖາມຂ້ອຍເມື່ອຕື່ນຂຶ້ນມາ

       ຫຼານບໍ່ເປັນຫຍັງບໍ? ບໍ່ເຈັບບໍ?žž

       ຂ້ອຍນໍ້າຕາກ້າມໜ່ວຍ ເຮັດສິ່ງທີ່ບໍ່ເຄີຍເຮັດ ກອດແມ່Ž ກອດແມ່ ກ່ອນທີ່ຈະບໍ່ມີແມ່ໃຫ້ກອດ.

                                                                                                                                                                                                                                                     ໂດຍ: ທິບພະເກສອນ ດວງຈັກ