ໃນວັນທີ 9 ສິງຫາ 2018 ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ຈັດກອງປະຊຸມປຶກສາຫາລື
ເພື່ອປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ. ເຂົ້າຮ່ວມ ແລະເປັນປະທານກອງປະຊຸມໂດຍ: ທ່ານ ນ.ບັນດິດ
ປະທຸມວັນ ຮອງປະທານຄະນະບໍລິຫານງານ ສສຍລ, ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະແມ່
ແລະເດັກ, ພ້ອມດ້ວຍ ທ່ານ ຮອງປະທານ ສສຍລ, ບັນດາຊ່ຽວຊານອາວຸໂສດ້ານກົດໝາຍ,ດ້ານບົດບາດຍິງຊາຍ
,ຄະນະວິຊາການດ້ານກົດໝາຍ ແລະແຂກຖືກເຊີນເຂົ້າຮ່ວມ.










